ຕົ້ນສະບັບ ແລະ ເນື້ອໃນ
ຄັງຂໍ້ມູນຂອງ ຫໍສະໝຸດດິຈິຕອລ ມີຄວາມອຸດົມສົມບູນຢ່າງຍິ່ງ ປະກອບດ້ວຍເອກະສານທີ່ມາຈາກຫລາຍທ້ອງຖິ່ນ ແລະ ພູມສະຖານຫລາຍຍຸກຫລາຍສະໄໝ, ມີເນື້ອຫາອັນຫລາກຫລາຍ ແລະ ຕົ້ນສະບັບສະແດງເຖິງວິທີການຂີດຂຽນຂອງຫລາຍຄູອາຈານ ທັງພາສາ ແລະ ຕົວອັກສອນທີ່ໃຊ້ກໍຫລາກຫລາຍແຕກຕ່າງກັນ. ອັກສອນສ່ວນໃຫຍ່ແມ່ນອັກສອນທັມລາວ ແຕ່ກໍມີຫລາຍເລື່ອງທີ່ຂຽນດ້ວຍອັກສອນລາວບູຮານ, ອັກສອນທັມລ້ານນາ (ຫລື ຍວນ), ອັກສອນທັມລື້, ອັກສອນລີກໄທເໜືອ, ອັກສອນຂອມ ແລະ ອື່ນໆອີກ.
ເນື້ອເລື່ອງຂອງໜັງສືໃບລານຈຳນວນຫລວງຫລາຍສືບທອດມາຈາກພະທັມຄຳສອນຕາມແນວພຸດທະສາສະນາສາຍເຖຣະວາດ, ສ່ວນໃຫຍ່ເປັນໜັງສືສອງພາສາຄວບກັນ ຄືພາສາປາລີ ພ້ອມດ້ວຍຄຳແປເປັນພາສາພື້ນເມືອງໂດຍພິດສະດານ ເຊິ່ງໄດ້ສະແດງໃຫ້ເຫັນເຖິງການຮັບຮູ້ ແລະ ເຂົ້າໃຈເນື້ອໃນຂອງຕົ້ນສະບັບພາສາປາລີ. ເອກະສານໃບລານທີ່ເກົ່າແກ່ກວ່າໝູ່ ທີ່ປາກົດວັນເດືອນປີຈານ ແມ່ນລິດຈະນາຂຶ້ນໃນປີ ຈຸນລະສັກກະຣາດ 882 (ຄສ. 1520) ເນື້ອຫາເປັນພາສາປາລີລ້ວນ. ໃນຂົງເຂດວັນນະຄະດີບູຮານລາວນັ້ນ ມີຄຳພີຫລວງຫລາຍທີ່ບໍ່ປາກົດໃນພະໄຕຼປິດົກ ສ່ວນຫລາຍແມ່ນວັນນະຄະດີເລົ່າເລື່ອງຕ່າງໆ ເຊັ່ນ ຊາດົກນອກນິບາດ ອັນໄດ້ພົບວ່າມີບໍ່ຕ່ຳກວ່າ 200 ກວ່າເລື່ອງເປັນຕົ້ນ, ສັນນິຖານວ່າຫລາຍເລື່ອງມີຕົ້ນກຳເນີດ ຈາກນິທານພື້ນເມືອງຂອງພູມມິພາກນີ້ ຄືອາຊີຕາເວັນອອກສ່ຽງໃຕ້ເອງ. ໃນຄັງຂໍ້ມູນຂອງຫໍສະໝຸດດິຈິຕອນນີ້ ມີຄຳພີ ຫ້າສິບຊາດ (ນິໄສປັນຍາສະຊາດົກ) ຂຽນເປັນສອງພາສາ (ປາລີ-ລາວ) ຢ່າງຄົບຊຸດ, ເຊື່ອກັນວ່າເລື່ອງເຫລົ່ານີ້ມີຕົ້ນກຳເນີດໃນອາຊີຕາເວັນອອກສ່ຽງໃຕ້ ແລະ ອາດແຕ່ງຂຶ້ນໃນຂົງເຂດລ້ານນາ. ນິທານຊາດົກ ແລະ ນິຍາຍທັມເຫລົ່ານີ້ເປັນທີນິຍົມຂອງພຸດທະສາສະນິກະຊົນໃນພູມມິພາກນີ້ ພຣະສົງມັກນຳໄປເທດສະໜາໃຫ້ຍາດໂຍມຟັງ. ເລື່ອງເຫລົ່ານີ້ນັບວ່າມີຄຸນຄ່າໜ້າສົນໃຈເປັນພິເສດ ຍ້ອນໄດ້ສະທ້ອນໃຫ້ເຫັນເຖິງວິຖີດຳລົງຊີວິດຂອງຊາວບ້ານພ້ອມຄ່ານິຍົມທາງສັງຄົມ ຄືກັບແວ່ນແຍງສະພາບຄວາມເປັນຢູ່ຂອງສັງຄົມຊາວພຸດໃນອາຊີອາຄະເນ. ນອກນີ້ຍັງມີຄຳພີໃບລານກ່ຽວກັບ ປະຫວັດສາດ, ກົດໝາຍບູຮານ, ຮີດຄອງປະເພນີ, ໂຫຣາສາດ, ໄສຍະສາດ, ພິທີກຳ ແລະ ຄວາມເຊື່ອຕ່າງໆ ຕະຫລອດຮອດຕຳນານພື້ນເມືອງ ວິທີປິ່ນປົວ, ໄວຍາກອນ ສັບພາສາ, ກາບກອນໂຄງສັນ ນິທານພື້ນເມືອງແບບ ຮ້ອຍແກ້ວ ຮ້ອຍກອງ ແລະ ອື່ນໆ. ໃນນີ້ມີຫລາຍເລື່ອງທີ່ຮູ້ກັນຢູ່ແຕ່ສະເພາະໃນພູມມິພາກນີ້ເທົ່ານັ້ນ ແລະ ການສຶກສາຄົ້ນຄວ້າກໍຍັງຈຳກັດຢູ່ ຍ້ອນການເຂົ້າເຖິງຂໍ້ມູນຫຍຸ້ງຍາກຫລາຍ.
ຕົ້ນສະບັບສ່ວນໃຫຍ່ຂອງຫໍສະໝຸດດິຈິຕອລ ແມ່ນໜັງສືຈານລົງໃບລານ. ສ່ວນໃບລານນັ້ນມີຄວາມຍາວ 45-55 ຊມ ແລະ ກວ້າງ 4-5 ຊມ. ໃບລານທີ່ມີຂະໜາດສັ້ນພຽງ 20-25 ຊມ ເອີ້ນວ່າລານກ້ອມ, ເຫລັກປາຍແຫລມທີ່ໃຊ້ຂຽນໃບລານເອີ້ນວ່າ ເຫລັກຈານ ຫລັງຈາກຈານໜັງສືແລ້ວ ກໍທາຂີ້ໝື້ລູບນ້ຳມັນຍາງ. ໃບລານທີ່ຈານແລ້ວນີ້ ຈຶ່ງນຳມາເຈາະຮູຮ້ອຍເຊືອກສາຍສະໜອງມັດໂຮມກັນ ໃສ່ປົກກາບເຮັດດ້ວຍໄມ້ເນື້ອແຂງເອີ້ນວ່າ ໄມ້ປະກັບ, ໃຊ້ຜ້າຫໍ່ອີກຊັ້ນໜຶ່ງກ່ອນຈຶ່ງເອົາໄປມ້ຽນໄວ້ໃນຫີບທັມໃນຕູ້ ຫລື ໃນຫໍໄຕ. ເຖິງວ່າຈະສ່ຽງຕໍ່ການເປ່ເພເສຍຫາຍຍ້ອນຄວາມຊຸ່ມຊື້ນ ແມງໄມ້ ປວກ ແລະ ໜູກໍຕາມ ແຕ່ການມ້ຽນມັດຢ່າງດີແບບນີ້ກໍສາມາດຮັກສາໜັງສືໃບລານໃຫ້ຢູ່ລອດໄດ້ຫລາຍຮ້ອຍປີ ພຽງແຕ່ວ່າຕ້ອງມີການເບິ່ງແຍງກວດສະພາບເປັນປະຈຳ.
ໂດຍປົກກະຕິແລ້ວໜັງສືໃບລານລາວແຕ່ລະໃບ ຈານອັກສອນໃສ່ 4-5 ແຖວ ທັງສອງໜ້າໂດຍເນື້ອຫາຕໍ່ເນື່ອງກັນ. ແຕ່ລະຮູບດິຈິຕອລບັນທຶກໜ້າລານໄວ້ປະມານ 6-7 ໜ້າລານ ຮູບໜຶ່ງບັນທຶກໜ້າລານອັນມີເລກຄີກ 1, 3, 5, 7, 9, 11, 13 ແລະ ຮູບຕໍ່ໄປບັນທຶກໜ້າລານອັນມີເລກຄູ່ 2, 4, 6, 8, 10, 12, 14. ທັງນີ້ເພື່ອບໍ່ໃຫ້ເປືອງເນື້ອທີ່ ຜູ້ໃຊ້ອ່ານຂໍ້ມູນ ຮູບດິຈິຕອລຈຶ່ງຕ້ອງອ່ານຈາກໜ້າລານເລກຄີກມາຕໍ່ໜ້າລານເລກຄູ່ເລື້ອຍໆ ສຳລັບການນັບລຳດັບໃບລານນັ້ນ ກໍໄດ້ໃຊ້ວິທີການແຕກຕ່າງກັນຫລາຍແບບ ຕາມແບບດັ້ງເດີມແລ້ວແມ່ນໃຊ້ຕົວອັກສອນປະສົມກັບສະຫລະສຽງສັ້ນ ແລະ ສຽງຍາວແທນຕົວເລກ. ປົກກະຕິແລ້ວເພິ່ນມັກຂຽນໃສ່ໝາຍລຳດັບດ້ານຫລັງໃບລານ ໂດຍທົ່ວໄປແລ້ວໜັງສືໃບລານຜູກໜຶ່ງມີ 6-12 ໃບ ສຳລັບເລື່ອງກ່ຽວກັບສາສະໜາ, ທຳມະດາແລ້ວໃນມັດໜຶ່ງໆ ມີບໍ່ເກີນ 12 ຜູກ. ສ່ວນເລື່ອງທາງໂລກ ເລື່ອງໜຶ່ງໆ ອາດມີເຖິງ 600-700 ໃບ ເຊິ່ງຊາວບ້ານມັກແຂວນມ້ຽນໄວ້ຢູ່ເຮືອນ ບາງຄັ້ງໜັງສືໃບລານມັດໜຶ່ງອາດໂຮມເອົາຫລາຍເລື່ອງໄວ້ນຳກັນກໍມີ.
ນອກຈາກຂໍ້ມູນທີ່ຈານໄວ້ໃນໃບລານແລ້ວ ຫໍສະໝຸດດິຈິຕອລ ກໍຍັງມີຂໍ້ມູນທີ່ຂຽນໃສ່ເຈັ້ຍອີກ ສ່ວນເຈັ້ຍສາກໍເຮັດມາຈາກເປືອກຕົ້ນສາ, ສ່ວນເຈັ້ຍຂ່ອຍກໍໄດ້ມາຈາກຕົ້ນຂ່ອຍ. ປື້ມເຈັ້ຍສາທີ່ຜະລິດໃນລາວ ເອີ້ນວ່າ ພັບສາ ເຊິ່ງເຮັດເປັນໜ້າພັບທົບໄປມາເປັນຊັ້ນໆ. ສ່ວນປື້ມເຈັ້ຍຂ່ອຍ ຫລື ສະໝຸດຂ່ອຍ ເຊິ່ງບໍ່ຜະລິດໃນລາວນັ້ນເປັນແບບພັບຄືກັນ ສຳລັບເອກະສານທີ່ເປັນເຈັ້ຍນີ້ກໍ່ມີການນັບລຳດັບຕາມເລກໜ້າ.
ມີເອກະສານຈຳນວນໜຶ່ງ ທີ່ມີຮູບແຕ້ມປະກອບ ແລະ ສາມາດຄົ້ນຫາໄດ້ ດ້ວຍວິທີຊອກຫາສະເພາະເລື່ອງທີ່ມີຮູບແຕ້ມປະກອບ ນອກຈາກນັ້ນສາມາດຄົ້ນຫາສະເພາະຕົ້ນສະບັບ ທີ່ມີຄຳບັນທຶກຂອງຜູ້ລິດຈະນາ.
ບົດເລື່ອງໃນຫໍສະໝຸດດິຈິຕອລນີ້ ປະກອບດ້ວຍເລກລະຫັດ 13 ໂຕສະເພາະ ກົງກັນກັບເລກລະຫັດທີ່ໃຊ້ໃນໂຄງການປົກປັກຮັກສາໜັງສືໃບລານລາວ. 11 ໂຕທຳອິດ ແມ່ນລະຫັດຂອງແຂວງ, ເມືອງ, ວັດ, ປະເພດເນື້ອຫາ ແລະ ເລກຂອງມັດ, ສ່ວນ 2 ໂຕສຸດທ້າຍ ບອກເຖິງຈຳນວນບົດເລື່ອງພາຍໃນມັດໜຶ່ງໆ. ເລກລະຫັດເຫລົ່ານີ້ປາກົດຢູ່ທາງລຸ່ມຂອງແຕ່ລະຮູບ.
ຮູບດິຈິຕອລແຕ່ລະຮູບ ກໍ່ຍັງມີໝາຍເລກປະຈຳໂຕທີ່ລວມເຖິງໝາຍເລກກໍ້ໄມໂຄຼຟິມ ແລະ ໝາຍເລກຂອງຮູບໃນກໍ້ໄມໂຄຼຟິມນັ້ນ (ຄັນຖ່າຍທອດມາຈາກໄມໂຄຼຟິມ), ເລກລະຫັດຂອງ ໂຄງການປົກປັກຮັກສາໜັງສືໃບລານລາວ ພ້ອມທັງໝາຍເລກຂອງຮູບພາຍໃນບົດເລື່ອງນັ້ນໆ. ກ່ອນທີ່ທ່ານຈະເຫັນຮູບຕົ້ນສະບັບໃບລານ ທ່ານມັກຈະພົບກັບຮູບບັນທຶກຂໍ້ມູນຈາກໃບສຳຫຼວດຂອງໂຄງການປົກປັກຮັກສາໜັງສືໃບລານລາວ ເຊິ່ງກຳນົດຊື່ວ່າ DS1, DS2. ສຳຫຼັບພາບສີທີ່ຖ່າຍດ້ວຍກ້ອງດິຈິຕອລນັ້ນ ໄດ້ມີໃບສຳຫຼວດພຽງໃບດຽວຄື DS2.
ພາສາ ແລະ ຕົວອັກສອນ
ໜັງສືໃບລານສ່ວນຫລາຍຂຽນເປັນອັກສອນທັມຮູບແບບຕ່າງໆ ຫລື ຂຽນເປັນຕົວລາວບູຮານ, ເຊິ່ງຖືໄດ້ວ່າເປັນຮູບແບບອັກສອນລາວເດີມ. ອັກສອນທັມແບບລາວ, ແບບລ້ານນາ ຫລື ແບບໄທລື້ນັ້ນ ຄ້າຍຄືກັນຫລາຍ ແລະ ຄຳສັບໃນພາສາລາວ, ລ້ານນາ ແລະ ພາສາໄທລື້ ກໍ່ຄ້າຍຄືກັນ. ຜູ້ໃດທີ່ຮູ້ພາສາໃດໜຶ່ງ ແລະ ຮູ້ອັກສອນທັມແບບໃດໜຶ່ງກໍ່ສາມາດອ່ານໃບລານ ຈາກລາວ, ພາກເໜືອຕອນບົນ ແລະພາກຕາເວັນອອກສ່ຽງເໜືອຂອງປະເທດໄທ ຫລື ສິບສອງປັນນາ ກໍ່ຈະເຂົ້າໃຈເນື້ອຫາໄດ້. ພຽງແຕ່ການອອກສຽງ ຈະແຕກຕ່າງກັນຕາມແຕ່ລະທ້ອງຖິ່ນນັ້ນໆ. ຍົກຕົວຢ່າງ ຄຳສັບໃນພາສາປາລີ ທີ່ຂຽນດ້ວຍພະຍັນຊະນະໂຄສະຄື b, d, g ຄົນລາວຈະອ່ານອອກສຽງເປັນພະຍັນຊະນະອະໂຄສະ ຄື ເປັນສຽງ ພ, ທ, ຄ, ແຕ່ຄົນໄທລ້ານນາ ຈະອອກສຽງເປັນອັກສອນອະໂຄສະ ຄື ປ, ຕ, ກ ເປັນຕົ້ນ. ອີກຕົວຢ່າງນຶ່ງແມ່ນສຳນຽງເວົ້າຂອງໄທລື້ ແລະ ໄທເໜືອ ສຽງສະຫລະປະສົມໃນອະດີດ ໄດ້ປ່ຽນສຽງມາເປັນສະຫລະດ່ຽວເຊັ່ນ : ເອຽ, ເອືອ, ອົວ ກາຍມາເປັນສະຫລະມູນສຽງດຽວ ຄື : ເອ, ເອີ, ແລະ ໂອ ແລະ ການຂຽນກໍ່ມັກປ່ຽນໄປຕາມການອອກສຽງ. ເລື່ອງທີ່ລິດຈະນາເປັນພາສາປາລີ ທີ່ໃຊ້ຕົວອັກສອນທັມແບບໃດນຶ່ງ ຕາມປົກກະຕິກໍ່ຈະອ່ານອອກສຽງຕາມລະບົບສຽງພາສາພື້ນເມືອງຂອງທ້ອງຖິ່ນນັ້ນໆ.
ທະບຽນຂໍ້ມູນ
ການຂຶ້ນທະບຽນຂໍ້ມູນຄົ້ນຄວ້າຂອງຫໍສະໝຸດດິຈິຕອລນີ້ ແມ່ນອີງໃສ່ຂໍ້ມູນໃນໃບສຳຫລວດທີ່ຂຽນເປັນພາສາລາວ ໂດຍນັກຄົ້ນຄວ້າຂອງໂຄງການປົກປັກຮັກສາໜັງສືໃບລານລາວ ເຊິ່ງດຳເນີນມາແຕ່ປີ 1992 ຫາ ປີ 2002 ໃບສຳຫລວດຂໍ້ມູນເຫລົ່ານີ້ໄດ້ຖ່າຍຮູບໄວ້ກ່ອນຈະຮອດບົດເລື່ອງທັງໃນໄມໂຄຣຟີມ ແລະ ຫໍສະໝຸດດິຈິຕອລ. ຈາກການຄົ້ນຄວ້າເພີ່ມຕື່ມພາຍໃຕ້ໂຄງການຫໍສະໝຸດດິຈິຕອລນີ້ ກໍ່ໄດ້ມີການແກ້ໄຂດັດແປງ ແລະ ຕື່ມຂໍ້ມູນຫລາຍສົມຄວນ.
ຄວາມແຕກຕ່າງລະຫວ່າງໃບສຳຫລວດໂຄງການປົກປັກຮັກສາໜັງສືໃບລານລາວ ກັບຂໍ້ມູນຫໍສະໝຸດດິຈິຕອລ ໄດ້ອະທິບາຍໄວ້ຢູ່ໃນທະບຽນຂໍ້ມູນຄົ້ນຄວ້າ. ຢ່າງໃດກໍ່ຕາມເນື່ອງຈາກ ຈຳນວນຫລວງຫລາຍຂອງເອກະສານ ແລະ ໄລຍະເວລາອັນຈຳກັດຂອງໂຄງການສ້າງຫໍສະໝຸດດິຈິຕອລນີ້ ພວກເຮົາບໍ່ສາມາດກວດກາຄວາມຖືກຕ້ອງຂອງຂໍ້ມູນກ່ຽວກັບແຕ່ລະບົດເລື່ອງໄດ້. ດັ່ງນັ້ນທາງໂຄງການຈຶ່ງຮຽກຮ້ອງຜູ້ຊົມໃຊ້ຂໍ້ມູນທັງຫລາຍ ຖ້າຫາກພົບເຫັນຄວາມຜິດພາດຢູ່ບ່ອນໃດ ໃຫ້ກະລຸນາແຈ້ງມາໃຫ້ຊາບດ້ວຍ ເພື່ອຈະໄດ້ແກ້ໄຂໃຫ້ຖືກຕ້ອງ. ຄລິກບ່ອນນີ້ ເພື່ອຕິດຕໍ່ຫໍສະໝຸດດິຈິຕອລ.
ທ່ານສາມາດຄົ້ນຫາຖານຂໍ້ມູນໄດ້ຄື ຕາມຊື່ເລື່ອງ, ຄຳສັບປະກອບຊື່ເລື່ອງ, ປີລິດຈະນາ, ພາສາ, ຕົວອັກສອນ, ປະເພດເນື້ອຫາ, ວັດສະດຸ, ບ່ອນເກັບມ້ຽນ ແລະ ເລກລະຫັດຂອງໂຄງການປົກປັກຮັກສາໜັງສືໃບລານລາວ. ຕາຕະລາງລຸ່ມນີ້ ອະທິບາຍຂໍ້ມູນທັງໝົດປະຈຳບົດເລື່ອງຕ່າງໆ :
ຊື່ເລື່ອງ | ຊື່ເລື່ອງໃນທະບຽນຂໍ້ມູນຂອງຫໍສະໝຸດດິຈິຕອລນີ້ ແມ່ນອີງໃສ່ຊື່ທີ່ປາກົດຢູ່ໃນເອກະສານຕົວຈິງແຕ່ລະເລື່ອງ ເຊິ່ງອາດແຕກຕ່າງກັບຊື່ທີ່ປາກົດຢູ່ໃບສຳຫລວດຂອງໂຄງການປົກປັກຮັກສາໜັງສືໃບລານລາວ ແລະ ບັນທຶກໄວ້ເທິງຮູບດິຈິຕອລແຕ່ລະຮູບ. ຕົວຢ່າງຄື ເລື່ອງໃດທີ່ບໍ່ປາກົດຊື່ຢູ່ໃນເອກະສານຕົວຈິງ ກໍ່ຂຶ້ນທະບຽນຂໍ້ມູນຂອງຫໍສະໝຸດດິຈິຕອລວ່າ “ບໍ່ປາກົດຊື່ເລື່ອງ” ເຖິງແມ່ນວ່າທາງໂຄງການປົກປັກຮັກສາໜັງສືໃບລານລາວຈະໄດ້ຕັ້ງຊື່ໃຫ້ແລ້ວກໍ່ຕາມ ແລະ ຊື່ນີ້ປາກົດຢູ່ໃນໃບສຳຫລວດທີ່ຖ່າຍໄວ້ໃນໄມໂຄຼຟີມ ແລະ ໃນຮູບດິຈິຕອລ.
ຄວາມແຕກຕ່າງເຫລົ່ານັ້ນໄດ້ບັນທຶກໄວ້ໃນໝາຍເຫດຂອງທະບຽນຂໍ້ມູນ. ໃນກໍລະນີທີ່ອັກຂະຣະວິທີຕ່າງກັນ ທາງທະບຽນຂໍ້ມູນໄດ້ຮັກສາວິທີຂຽນຊື່ທີ່ປາກົດຢູ່ຕາມເອກະສານຕົວຈິງໄວ້ ແຕ່ກໍ່ໄດ້ມີການດັດແກ້ອັກຂະຣະວິທີໃນບັນຊີຄົ້ນຫາຊື່ເລື່ອງໃຫ້ງ່າຍແລະສະດວກຂຶ້ນ. ການຄົ້ນຫາຊື່ເລື່ອງເຮັດໄດ້ຢູ່ສອງວິທີການຄື: ຄົ້ນຫາໂດຍພິມຊື່ເລື່ອງລົງໃນບ່ອນທີ່ຈັດໄວ້ ຫລື ໂດຍຄັດເລືອກຈາກບັນຊີລາຍຊືທີ່ຈັດຕາມລຳດັບອັກສອນ. |
|
ຊື່ເລື່ອງສຳຮອງ | ໃນທະບຽນຂໍ້ມູນ ຂອງຫໍສະໝຸດດິຈິຕອລ ລວມມີບັນຊີລາຍຊື່ສຳຮອງ ຂອງບົດເລື່ອງຕ່າງໆຢູ່ດ້ວຍ (ຍົກເວັ້ນຊື່ເລື່ອງທີ່ແຕກຕ່າງກັນສະເພາະແຕ່ໃນອັກຂະຣະວິທີເທົ່ານັ້ນ). ຖ້າທ່ານຄັດເລືອກຊື່ໃດຈາກບັນຊີຄົ້ນຫາຊື່ເລື່ອງຜົນຮັບຈະປາກົດຊື່ເລື່ອງຕ່າງໆທັງໝົດ. | |
ຕົວອັກສອນ | ຄົ້ນຫາໄດ້ຕາມ ອັກສອນທັມລາວ, ລາວບູຮານ, ທັມລ້ານນາ, ທັມລື້, ລີກໄທເໜືອ, ອັກສອນໄທດຳ, ຂອມ, ໄທ, ຫລື ອື່ນໆ. ຄລິກບ່ອນນີ້ ເພື່ອເບິ່ງຂໍ້ມູນເພີ່ມຕື່ມກ່ຽວກັບພາສາ ແລະ ຕົວອັກສອນທີ່ມີໃນຫໍສະໝຸດດິຈິຕອລ. |
|
ພາສາ | ຄົ້ນຫາໄດ້ຕາມ ພາສາປາລີລ້ວນ, ພາສາລາວ, ພາສາລ້ານນາ (ຍວນ), ພາສາໄທລື້, ພາສາໄທເໜືອ, ພາສາໄທດຳ, ພາສາໄທ (ສະຫຍາມ), ອື່ນໆ, ຫລື ຕາມພາສາປາລີພ້ອມພາສາພື້ນເມືອງ ເຊັ່ນ ປາລີ ແລະ ລາວ, ປາລີ ແລະ ລ້ານນນາ, ປາລີ ແລະ ໄທລື້, ປາລີ ແລະ ໄທເໜືອ ຫລື ປາລີ ແລະ ໄທ. ຄລິກບ່ອນນີ້ ເພື່ອເບິ່ງຂໍ້ມູນເພີ່ມຕື່ມກ່ຽວກັບພາສາ ແລະ ຕົວອັກສອນທີ່ມີໃນຫໍສະໝຸດດິຈິຕອລ. |
|
ບ່ອນເກັບມ້ຽນຂອງເອກະສານ | ທ່ານສາມາດຄົ້ນຫາບົດເລື່ອງໄດ້ຕາມບ່ອນເກັບມ້ຽນ ໂດຍເລືອກສະຖານທີ່ຈາກບັນຊີແຂວງໃນ ສປປ.ລາວ ແລະ 3 ແຫລ່ງພິເສດທີ່ເກັບມ້ຽນຕົ້ນສະບັບໄວ້ຢ່າງຫລວງຫລາຍ ຄື : ຫໍສະໝຸດແຫ່ງຊາດລາວ ນະຄອນຫລວງວຽງຈັນ, ພິພິທະພັນແຂວງຫລວງພະບາງ (ພະຣາຊະວັງເກົ່າ) ແລະ ວັດໃໝ່ສຸວັນນະພູມາຣາມ ແຂວງຫລວງພະບາງ. ໃນແຕ່ລະແຂວງທ່ານສາມາດຄົ້ນຫາຕົ້ນສະບັບໄດ້ ໃນລະດັບເມືອງ ແລະ ໃນລະດັບວັດ ຫລື ໝູ່ບ້ານ ດ້ວຍການຄຼິກຫ້ອງສາມຫລຽມເພື່ອຂະຫຍາຍການເລືອກບ່ອນເກັບມ້ຽນໃຫ້ລະອຽດຂຶ້ນ. ທ່ານສາມາດຄົ້ນຫາຫລາຍກວ່າໜຶ່ງສະຖານທີ່ ໃນການຄົ້ນຫາຄັ້ງໜຶ່ງໆ ກໍ່ໄດ້.
ໃນໜ້າເຂົ້າສູ່ບົດເລື່ອງ ທ່ານສາມາດເລືອກຫ້ອງ ‘ສະແດງບົດເລື່ອງອື່ນຈາກສະຖານທີ່ດຽວກັນ’ ແລ້ວທ່ານຈະໄດ້ເຫັນບົດເລື່ອງອື່ນໆຈາກວັດ ຫລື ບ້ານດຽວກັນ. |
|
ປີລິດຈະນາ | ບົດເລື່ອງທີ່ປາກົດປີລິດຈະນາ ສ່ວນໃຫຍ່ແລ້ວໃຊ້ປີ ຈຸນລະສັກກະຣາດ ເຊິ່ງເລີ່ມຕົ້ນໃນປີ 638 ຕາມຄຼິດຕະສັກກະຣາດ ມີບາງຕົ້ນສະບັບໄດ້ບັນທຶກປີລິດຈະນາເປັນ ພຸດທະສັກກະຣາດ (ເຊິ່ງເລີ່ມຕົ້ນເມື່ອປີ 543 ກ່ອນຄຼິດຕະສັກກະຣາດ), ນອກຈາກນັ້ນ ມີບາງຕົ້ນສະບັບເຊິ່ງບັນທຶກປີລິດຈະນາໄວ້ຕາມ ຄຼິດຕະສັກກະຣາດ. ທ່ານສາມາດຄົ້ນຫາບົດເລື່ອງໄດ້ຕາມສັກກະຣາດ 3 ລະບົບນີ້.
ບົດເລື່ອງໃດທີ່ບໍ່ປາກົດປີລິດຈະນາຕາມສັກກະຣາດ 3 ລະບົບນີ້ ໃນທະບຽນຂໍ້ມູນບັນທຶກໄວ້ວ່າ ‘ບໍ່ປາກົດປີລິດຈະນາ’, ຢ່າງໃດກໍ່ຕາມຫາກມີຂໍ້ມູນເພີ່ມຕື່ມຈາກປະຕິທິນທ້ອງຖິ່ນຈະໄດ້ບັນທຶກໄວ້ໃນໃບສຳຫຼວດ PLMP (DS2) ຊຶ່ງແມ່ນຮູບອັນດັບສອງຂອງແຕ່ລະບົດເລື່ອງ. ລາຍລະອຽດກ່ຽວກັບເດືອນ ຫລື ວັນ ບໍ່ໄດ້ນຳເຂົ້າສູ່ທະບຽນຂໍ້ມູນ. |
|
ຄຸນນະພາບຮູບດິຈິຕອລ | ອ່ານໄດ້ດີ ສ່ວນຫລາຍອ່ານໄດ້ ອ່ານໄດ້ແຕ່ບາງສ່ວນ ອ່ານໄດ້ຍາກ |
ການຕີລາຄາຄຸນນະພາບຮູບດິຈິຕອລ ໃນບົດເລື່ອງຕ່າງໆ ເຊິ່ງອີງໃສ່ລະດັບຄຸນນະພາບຂອງເອກະສານຕົວຈິງ ແລະ ຮູບໃນໄມໂຄຣຟີມ. ຄຸນນະພາບຮູບດິຈິຕອລຂອງບົດເລື່ອງບາງເລື່ອງ ອາດດັດແປງແກ້ໄຂໃຫ້ຊັດເຈນຂຶ້ນໄດ້ໂດຍໃຊ້ວິທີການປັບແກ້ຄຸນນະພາບຮູບດິຈິຕອລ ດ້ວຍໂປຼແກຼມຄອມພິວເຕີ. ຄລິກບ່ອນນີ້ ເພື່ອເບິ່ງວິທີການປັບແກ້ຄຸນນະພາບຮູບດິຈິຕອລ (ເປັນພາສາອັງກິດ). |
ປະເພດເນື້ອຫາ | ພະວິນັຍ ພະສູຕ ພະອະພິທັມ ບົດສູຕມົນ ອານິສົງ/ສະຫຼອງ/ສອງ ຊາດົກ ໂອວາດຄຳສອນ ປະເພນີ/ພິທີກຳ ທັມມະທົ່ວໄປ ນິຍາຍທັມມະ ນິທານຊາວບ້ານ ຕຳນານພຸດທະສາສະນາ ຕຳນານເມືອງ ກົດໝາຍ ອັກສອນສາດ ວັນນະຄະດີ ໂຫຣາສາດ ຕຳຣາຢາ/ໄສຍະສາດ ຮວມຫລາຍປະເພດເນື້ອຫາ ຍັງບໍ່ໄດ້ກຳນົດ |
ຄັງຂໍ້ມູນຫໍສະໝຸດດິຈິຕອລ ໃຊ້ລະບົບການຈັດປະເພດເນື້ອຫາແບບດຽວກັນກັບໂຄງການປົກປັກຮັກສາໜັງສືໃບລານລາວ ເຊິ່ງສ້າງຂຶ້ນເພື່ອໃຫ້ຜູ້ຊົມໃຊ້ສາມາດຄົ້ນຫາບົດເລື່ອງໄດ້ໂດຍງ່າຍ ແລະ ສະດວກ. ລະຫັດ 04 (ປາລີລ້ວນ) ຂອງໂຄງການປົກປັກຮັກສາໜັງສືໃບລານລາວ ໄດ້ມີການດັດແກ້ຄື ຈັດເຂົ້າຢູ່ພາຍໃຕ້ໝວດ ‘ພາສາ’ບົດເລື່ອງພາຍໃຕ້ປະເພດເນື້ອຫາ ພະວິນັຍ, ພະສູຕ ແລະ ພະອະພິທັມ ລວມມີບົດເລື່ອງທີ່ບໍ່ປາກົດໃນພະໄຕຼປີດົກຂອງນິກາຍເຖຣະວາດ.
ປະເພດເນື້ອຫາຊາດົກ ລວມເຖິງຊາດົກໃນນິບາດ ແລະ ຊາດົກນອກນິບາດ. ອານິສົງ/ສະຫຼອງ/ສອງ ເປັນບົດເລື່ອງທີ່ອະທິບາຍເຖິງຜົນຂອງການກະທຳກຸສະລາກັມຕ່າງໆ (ສ່ວນຫລາຍຄົນລາວເອີ້ນວ່າ ສະຫຼອງ ຫລື ສອງ) ອິງຕາມເນື້ອຫາບົດເລື່ອງບາງບົດອາດຈັດເຂົ້າຢູ່ສອງ ຫລື ສາມປະເພດເນື້ອຫາກໍ່ໄດ້. |
ຄຳສັບປະກອບຊື່ເລື່ອງ | ໃນແວດວົງວັນນະຄະດີລາວເດີມ ມັກໃຊ້ຄຳສັບປະກອບຊື່ເລື່ອງ ເຊິ່ງອາດບອກປະເພດເນື້ອຫາເຊັ່ນ ສະຫຼອງ, ຕຳນານ, ຊາດົກ, ຫລືບົ່ງບອກວິທີແປພາສາເຊັ່ນ ສັບ, ນິໄສ, ໂວຫານ, ຫລື ບົ່ງບອກແບບສັນທະລັກເຊັ່ນ ໂຄງ, ຄຳກອນ, ສະໝາດ, ລວມທັງຍົດຖາບັນດາສັກ ແລະ ຄຳທັກທາຍຕ່າງໆເຊັ່ນ ກ່ຳພ້າ, ເຈົ້າ, ທ້າວ, ນາງ, ພະຍາ ແລະ ອື່ນໆ. ຫາກທ່ານຕ້ອງການ ທ່ານກໍ່ສາມາດຄົ້ນຫາບົດເລື່ອງຕາມຄຳສັບປະກອບຊື່ເລື່ອງກໍ່ໄດ້. | |
ວັດສະດຸ | ໃບລານ ເຈ້ຍສາ ເຈ້ຍຂ່ອຍ ອື່ນໆ |
ຕົ້ນສະບັບສ່ວນໃຫຍ່ ແມ່ນເປັນໜັງສືໃບລານ. |
ຄວາມຄົບບໍລິບູນ | ຄົບ ບໍ່ຄົບ |
ໃນຄັງຂໍ້ມູນນີ້ ລວມມີບົດເລື່ອງທີ່ບໍ່ຄົບຢູ່ນຳ ຍ້ອນແມ່ນເລື່ອງສຳຄັນເປັນພິເສດ. |
ຈຳນວນຜູກ | ໜັງສືໃບລານຜູກໜຶ່ງ ຖ້າແມ່ນບົດເລື່ອງກ່ຽວກັບພຸດທະສາສະໜາໂດຍກົງ ປົກກະຕິມີປະມານ 6-12 ໃບ, ເຊິ່ງມັດໜຶ່ງໆມັກຈະມີບໍ່ເກີນ 12 ຜູກ. ສ່ວນບົດເລື່ອງທົ່ວໄປນັ້ນຜູກດຽວອາດມີຮອດຫລາຍຮ້ອຍໃບ. ສ່ວນບົດເລື່ອງໃດທີ່ຂຽນໃສ່ເຈັ້ຍກໍ່ຈະຈົບຢູ່ໃນເຫລັ້ມດຽວ ແລະ ທາງຄັງຂໍ້ມູນຖືວ່າເທົ່າກັບໜຶ່ງຜູກ. | |
ຈຳນວນໃບ | ສຳລັບໜັງສືໃບລານ, ໃບລານໜຶ່ງເຊິ່ງມີສອງໜ້າ ການນັບຈຳນວນຂອງຄົນລາວ ບໍ່ໄດ້ນັບໜ້າລານແຕ່ນັບເປັນໃບ. ສຳລັບເອກະສານທີ່ໃຊ້ເຈ້ຍ ທາງຄັງຂໍ້ມູນຖືວ່າຈຳນວນໃບໝາຍເຖິງຈຳນວນໜ້າ. | |
ສະພາບເອກະສານ | ດີ ຊຳລຸດໜ້ອຍ ຊຳລຸດຫລາຍ |
ບາງເລື່ອງ ຫລື ບາງໜ້າທີ່ຊຳລຸດແຕ່ມີຄວາມສຳຄັນເປັນພິເສດ ທາງຫໍສະໝຸດ ກໍໄດ້ຈັດເຂົ້າໃນຄັງຂໍ້ມູນ. |
ຄຳບັນທຶກຂອງຜູ້ລິດຈະນາ | ມີ ຫລື ບໍ່ມີ | ຂໍ້ມູນນີ້ບອກໃຫ້ຮູ້ວ່າເລື່ອງໃດ ມີ ຫລື ບໍ່ມີ ຄຳບັນທຶກຂອງຜູ້ລິດຈະນາ. ທ່ານສາມາດຄົ້ນຫາແຕ່ສະເພາະບົດເລື່ອງທີ່ມີຄຳບັນທຶກຂອງຜູ້ລິດຈະນາເທົ່ານັ້ນ. |
ຮູບແຕ້ມ | ມີ ຫລື ບໍ່ມີ | ຂໍ້ມູນນີ້ບອກໃຫ້ຮູ້ວ່າ ບົດເລື່ອງໃດມີຮູບແຕ້ມປະກອບ ຫລື ບໍ່ມີ. ທ່ານສາມາດຄົ້ນຫາແຕ່ສະເພາະບົດເລື່ອງທີ່ມີຮູບແຕ້ມປະກອບເທົ່ານັ້ນ. |
ໝາຍເຫດ | ຂໍ້ມູນເພີ່ມຕື່ມ ກ່ຽວຂ້ອງກັບບົດເລື່ອງຕ່າງໆ ເຊັ່ນ ລາຍລະອຽດຂອງຜູກ, ການດັດແກ້ ຂໍ້ມູນຂອງໂຄງການປົກປັກຮັກສາໜັງສືໃບລານລາວ ແລະ ອື່ນໆ. | |
ເລກລະຫັດຂອງໂຄງການປົກປັກຮັກສາໜັງສືໃບລານລາວ | ເລກ 13 ໂຕ ແມ່ນເລກລະຫັດສະເພາະແຕ່ລະເລື່ອງ ທີ່ທາງ ໂຄງການປົກປັກຮັກສາໜັງສືໃບລານລາວໄດ້ກຳນົດໃຫ້ ເລກລະຫັດນີ້ບອກເຖິງແຂວງ, ເມືອງ, ວັດ, ປະເພດເນື້ອຫາ, ຈຳນວນມັດ, ແລະ ຈຳນວນບົດເລື່ອງພາຍໃນມັດ. ເລກລະຫັດນີ້ປາກົດຢູ່ກ້ອງຮູບດິຈິຕອລແຕ່ລະຮູບ. ທ່ານສາມາດຄົ້ນຫາຂໍ້ມູນໄດ້ຕາມເລກລະຫັດ 13 ໂຕທັງໝົດ (ຖ້າທ່ານຊອກຫາບົດເລື່ອງສະເພາະເລື່ອງໃດເລື່ອງໜຶ່ງ) ຫລື ຄົ້ນຫາຕາມເລກ 11 ໂຕເທົ່ານັ້ນ (ຖ້າທ່ານຊອກຫາບົດເລື່ອງທັງໝົດທີ່ມີໃນມັດໜຶ່ງໆ). |
ອັກຂະຣະວິທີລາວໃນຫໍສະໝຸດດິຈິຕອລ
ໂດຍທົ່ວໄປແລ້ວ ຊື່ບົດເລື່ອງຕ່າງໆໃນທະບຽນຂໍ້ມູນຂອງຫໍສະໝຸດດິຈິຕອລນີ້ ໄດ້ບັນທຶກຕາມຫລັກການອັກຂະຣະວິທີພາສາລາວແບບໃໝ່ ທີ່ລັດຖະບານ ສ.ປ.ປ.ລາວ ໄດ້ນຳມາໃຊ້ພາຍຫລັງການປົດປ່ອຍໃນປີ 1975 ເປັນຕົ້ນມາ ເຊິ່ງເປັນການຂຽນສະກົດຄຳຕາມການອອກສຽງໃນເວລາປັດຈຸບັນ. ແຕ່ກໍ່ມີຂໍ້ຍົກເວັ້ນຢູ່ຈຳນວນໜຶ່ງ ເພື່ອຮັກສາຂໍ້ມູນດ້ານພາສາສາດໄວ້ ເຊິ່ງຈະອຳນວຍຄວາມສະດວກໃນການຮັບຮູ້ຄວາມໝາຍຂອງຄຳສັບທີ່ຢືມມາຈາກພາສາປາລີ ຫລື ສັນສະກິດ ຕົວຢ່າງເຊັ່ນ : ໃນການສະກົດຊື່ເລື່ອງທີ່ໃຊ້ຕົວ ຣ ແລະ ອອກສຽງເປັນ ລ ທາງຫໍສະໝຸດດິຈິຕອລໄດ້ໃຊ້ຕົວ ຣ ຕາມເດີມ, ນອກຈາກນັ້ນ ການສະກົດພະຍັນຊະນະທ້າຍຄຳຢືມຈາກພາສາປາລີ ຫລື ສັນສະກິດ ກໍ່ໄດ້ບັນທຶກດ້ວຍພະຍັນຊະນະທີ່ອີງໃສ່ຫລັກການນິຣຸກຕິສາດເຊັ່ນ ສັພ (ອ່ານອອກສຽງວ່າ ‘ສັບ’ ຈາກສັນສະກິຼດ : ສັພທະ), ສູຕ (ອ່ານອອກສຽງວ່າ ‘ສູດ’ ຈາກສັນສະກຼິດ : ສູຕຣະ), ທັມ ຫລື ທັມມະ (ອ່ານອອກສຽງວ່າ ‘ທຳ’, ‘ທຳມະ’ ຈາກປາສາປາລີ : ທັມມະ), ທັມມາດ (ຈາກພາສາປາລີ : ທັມມາສະນະ), ທາຕຸ (ອ່ານອອກສຽງວ່າ ‘ທາດ’ ຈາກພາສາປາລີ : ທາຕຸ), ສັທທະສາຣັຕຖະ (ອ່ານອອກສຽງວ່າ ‘ສັດທະສາລັດຖະ’) ເປັນຕົ້ນ.
ສ່ວນຊື່ບົດເລື່ອງທີ່ບໍ່ແມ່ນພາສາລາວ ແຕ່ແມ່ນພາສາລ້ານນາ (ໄທຍວນ), ໄທລື້, ໄທເໜືອ, ກໍ່ໄດ້ສະກົດຂຽນຕາມການອອກສຽງຂອງພາສາລາວຄືກັນ.
ບັນນານຸກົມ
Abhay_1959
Nhouy Abhay, ‘Versification’ in René de Berval, (ed.), Kingdom of Laos: The Land of the Million Elephants and of the White Parasol. Saigon: France-Asie, 1959: 345-58.
Cowell_1895
Cowell, E.B. (ed.), The Jataka or Stories of the Buddha’s Former Births. London: The Pali Text Society, 1895-1907 (six volumes).
Enfield_1999
Enfield, N.J., ‘Lao as a National Language’ in Grant Evans (ed.) Laos: Culture and Society. Chiang Mai: Silkworm Books, 1999: 258-290.
Enfield_2007
Enfield, N.J., A Grammar of Lao. New York: Mouton de Gruyter, 2007.
Finot_1917
Finot, Louis, ‘Recherches sur la littérature laotienne’ in Bulletin de l’École française d’Extrême-Orient] (BEFEO 17.5, 1917): 1-128.
Click here to see a PDF version of this paper.
Horner_1986
Horner, I. B., and P. S. Jaini, Apocryphal Birth-stories (Paññāsa-Jātaka). London: Routledge & Kegan Paul, 1986.
Kanchanawan_2006
Nitaya Kanchanawan, ‘Romanization, Transliteration, and Transcription for the Globalisation of the Thai Language’ in The Journal of the Royal Institute of Thailand, Vol. 31 No. 3 (2006): 832-841.
Rhys Davids_1921-25
Rhys Davids, T.W., and William Stede (eds.), Pali-English Dictionary. London: Pali Text Society, 1921-25.