ການ​ແປໜັງສື

ຫໍສະໝຸດດິຈິ​ຕອລໜັງສື​ໃບ​ລານ​ລາວ ສະ​ເໜີຂໍ້​ມູນ​ພື້ນຖານຕ່າງໆ ​ເພື່ອ​ການ​ສຶກສາຄົ້ນຄວ້າ​ ຍັງ​ບໍ່ທັນ​ຢູ່​ໃນ​ຖານະ​ທີ່​ຈະ​ບັນຈຸ​ຜົນງານ​ແປຈາກ​ບົດ​ເລື່ອງ​ຕ່າງໆ​ ຢ່າງ​ໃດ​ກໍ່ຕາມ ໃນບັນ​ນາ​ນຸກົມທ່ານ​ຈະ​ພົບ​ຂໍ້​ມູນ​ອ້າງ​ອີງ​ເຖິງ​ບົດ​ເລື່ອງ​ບາງ​ບົດ​ທີ່​ແປ​ຈາກ​ພາສາ​ປາລີ ​ແລະ ພາສາ​ພື້ນ​ເມືອງ. ຄລິກບ່ອນ​ນີ້ ​ເພື່ອ​ເບິ່ງ​ບັນ​ນາ​ນຸກົມຂອງ ຫໍ​ສະໝຸດດິຈິ​ຕອລ.

ຄຳ​ເຫັນ

ທາງ​ຫໍສະໝຸດ​ດິຈິ​ຕອລ ມີ​ຄວາມ​ຍິນ​ດີ​ຮັບ​ຄຳ​ເຫັນຕຳ​ນິຕິ​ຊົມ ​ ​ເວັບ​ໄຊ​ຂອງ​ພວກ​ເຮົາ ​ແລະ ຂໍ້​ສະ​ເໜີ​ແນະ​ເພື່ອ​ການ​ປັບປຸງ​ເວັບ​ໄຊ​ໃຫ້​ດີ​ຂຶ້ນ​. ຫາກ​ທ່ານ​ປະສົບ​ຄວາມ​ຫຍຸ້ງຍາກ ຫລື ຂໍ້​ຜິດພາດ​ໃດໆ ກໍ່​ຂໍ​ເຊີນ​ທ່ານ​ກະລຸນາແຈ້ງ​ໃຫ້​ຊາບ. ນອກ​ຈາກ​ນັ້ນ ພວກ​ເຮົາ​ກໍ​ຍິນ​ດີ​ຮັບ​ເອົາ​ຜົນ​ການ​ຄົ້ນ​ຄວ້າກ່ຽວ​ກັບວັນນະຄະດີ​ລາວ, ການ​ຊີ້​ແນະ​ເຖິງຂໍ້​ຜິດພາດ​ໃນຖານ​ຂໍ້ມູນ​​, ​ບົດ​ຄວາມ​ວິຊາ​ການ, ລິງຄ໌ ຫລື ຂໍ້​ມູນ​​ກ່ຽວຂ້ອງຕ່າງໆ ລວມທັງ​​ແຫ​ລ່ງຂໍ້​ມູນອື່ນໆ ​ທີ່​ອາດ​ເໝາະ​ສົ​ມນຳ​ເຂົ້າ​ປະກອບ​ເວັບ​ໄຊ​.

ຫາກ​ທ່ານ​ຕ້ອງການ​ສົ່ງ​ຄວາມເຫັນ​ມາ ກະລຸນາຂຽນ​ໃສ່​ຕາມ​ແບບ​ຟອນ​ທີ່​ມີ​ໄວ້​ແລ້ວ​ໃນ​ໜ້າ​ຕິດ​ຕໍ່​ເວັບ​ໄຊ​. ຄລິກບ່ອນ​ນີ້ ​ເພື່ອ​ໄປໜ້າ​ຕິດ​ຕໍ່.

ຜູ້​ຊົມ​ໃຊ້​ເວັບ​ໄຊ ຫໍສະໝຸດ​ດິຈິ​ຕອລໜັງສື​ໃບ​ລານ​ລາວ ທີ່​ໄດ້​ລົງທະບຽນ​ແລ້ວ ສາມາດ​ສະ​ເໜີ​ຄວາມ​ຄິດ​ເຫັນ​ຕໍ່​ບົດ​ເລື່ອງ​ຕ່າງໆ ຄວາມ​ຄິດ​ເຫັນ​ເຫຼົ່າ​ນີ້​ເບິ່ງ​ໄດ້​ໃນ​ໜ້າ ‘ຄວາມ​ຄິດ​ເຫັນ​ຕໍ່​ບົດ​ເລື່ອງ.’

ຕົວ​ໜັງສື (ຟອນ​ທ໌) ​ແລະ ​ເນື້ອ​ຫາ​ໃນ​ເວັບ​ໄຊ

ຕົວ​ໜັງສືທີ່​ໃຊ້​ໃນ​ເວັບ​ໄຊ ​​​ແມ່ນ​ເປັນ​ຕົວ ຢູນີ​ໂຄດ (Unicode) ​ແລະ​ໄດ້​ມີ​ການ​ນຳພາ ຟອນ​ອັກສອນ​ລາວ​ເຂົ້າ​ມາ​ໃນ​ເວ​ບ​ໄຊ​ຮຽບຮ້ອຍ​ແຕ່ຫາກ​ວ່າມີ​ລະບົບ​ຄອມ​ພິວ​ເຕີ​ແລະ ບຼາວ​ເ​ຊີບາງ​ອັນ​ທີ່​ຕ້ອງ​ຕິດ​ຄັ້ງຟອນ​ອັກສອນ​ລາວ​ໃນ​ຄອມ​ພິວ​ເຕີ​ຂອງ​ທ່ານ​ເພື່ອ​ທີ່ຈະ​ເຫັນ​ອັກສອນ​ລາວ​ປາກົດ​ຢ່າງ​ຖືກຕ້ອງ​. ຄລິກບ່ອນ​ນີ້​ເພື່ອ ດາວ​ໂລດ​ Lao font Saysetta OT.

ທາງ​ຫໍສະໝຸດດິຈິ​ຕອລ ​ໄດ້​ດັດ​ແກ້ຂະໜາດ​ຕົວ​ໜັງສື​ໃນ​ເວັບ​ໄຊ​ໃຫ້​ເໝາະ​ສົມ​ທີ່​ສຸດ ສຳລັບ​ຜູ້​ຊົມ​ໃຊ້​ສ່ວນ​ໃຫຍ່. ຫາກທ່ານປະສົບ​ຄວາມ​ຫຍຸ້ງຍາກ​ໃນ​ການ​ອ່ານ​ຕົວ​ໜັງສື​ລາວ ​ໃນ​ໜ້າ​ຈໍ​ຄອມ​ພິວ​ເຕີ​ຂອງ​ທ່ານ, ທ່ານ​ກໍ່ສາມາດ​ຂະຫຍາຍຕົວ​ໜັງສື​ໃຫ້​ໃຫຍ່​ຂຶ້ນ ​ໂດຍ​ກົດ ​‘Control’ + ໃນ​ໜ່ວຍ PC ຫລື ​‘Command’ + ໃນ​ໜ່ວຍ Mac.

ເລກ​ລະຫັດ​ຂອງ​ໂຄງການປົກ​ປັກ​ຮັກສາ​ໜັງສື​ໃບ​ລານ​ລາວ

ບົດ​ເລື່ອງ​ທີ່ສຳ​ຫລວດ​ ​ແລະ ຖ່າຍ​ໄມ​ໂຄຼ​ຟີມ​ໄວ້ກໍ່​ໄດ້​ຮັບ​ເລກ​ລະຫັດ​ປະຈຳ​​ຕົວ ຂອງ​ໂຄງການປົກ​ປັກ​ຮັກສາ​ໜັງສື​ໃບ​ລານ​ລາວ ​ເຊິ່ງປະກອບ​ດ້ວຍ​ເລກ 13 ​ຕົວ ​ເລກ​ລະຫັດ​ຂອງ ​ໂຄງການປົກ​ປັກ​ຮັກສາ​ໜັງສື​ໃບ​ລາ​ນລາວນີ້ ກໍ່​ປາກົດ​ຢູ່​ໃນ​​ເລກ​ລະຫັດ​ປະ​ຈຳ​ຮູບ​ດິຈິ​ຕອລ ຂອງ​ຫໍສະໝຸດດິຈິ​ຕອລ.

6 ຕົວ​ທຳ​ອິດ ​ຂອງ​ເລກ​ລະຫັດ ບອກ​ເຖິງ​ບ່ອນ​ເກັບ​ມ້ຽນຂອງ​ຕົ້ນ​ສະບັບ​ຕົວ​ຈິງ​ຄື : ແຂວງ, ​ເມືອງ ​ແລະ ວັດ ຫລື ບ້ານ. 2 ຕົວ​ຕໍ່​ມາ ບອກ​​ເຖິງ​ປະ​ເພດ​ເນື້ອ​ຫາ, 3 ຕົວ​ຕໍ່​ມາ ບອກ​ເຖິງ​ເລກ​ມັດຂອງ​ໜັງສື​ໃບ​ລານ ສ່ວນ 2 ຕົວ​ສຸດ​ທ້າຍ ກຳນົດ​ບົດ​ເລື່ອງ​ພາຍ​ໃນ​ມັດ​ນັ້ນໆ.

ເລກ​ລະຫັດ 13 ຕົວດັ່ງກ່າວ​ ປາກົດ​ຢູ່ກ້ອງ​ຮູບ​ດິຈິ​ຕອລແຕ່ລະ​ຮູບ. ທ່ານສາມາດ​ຄົ້ນຫາບົດ​ເລື່ອງ​​​ໃດໆ ໃນ​ເວັບ​ໄຊໜ້າ​ທຳ​ອິດ​ໄດ້ ຕາມ​ເລກ​ລະຫັດ​ທັງ 13 ຕົວ ຫລື ວ່າ​ຄົ້ນ​ຫາ​ຕາມ 11 ຕົວ​ທຳ​ອິດ ຫາກ​ທ່ານ​ຄົ້ນ​ຫາ​ບົດ​ເລື່ອງ​ທັງ​ໝົດ​ພາຍ​ໃນ​ໜັງສື​ໃບ​ລານ​ມັດ​ໜຶ່ງໆ.

ໝາຍ​ເຫດ : ມີ​ບາງ​ກໍລະນີ ທີ່​​ເລກລະຫັດ​ອັນປາກົດ​ຢູ່ໃນ​ໃບ​ສຳ​ຫລວດ​ຂໍ້​ມູນ​ ຂອງ​ໂຄງການປົກ​ປັກ​ຮັກສາ​ໜັງສື​ໃບ​ລານ​ລາວ ​ແລະ ຢູ່​ກ້ອງ​ຮູບດິຈິ​ຕອລ​ແຕ່ລະ​ຮູບ ​ໄດ້​ຮັບ​ການ​ແກ້​ໄຂ​ໃຫ້ຖືກ​. ກໍລະນີ​​ເຫລົ່າ​ນີ້​ໄດ້​ໝາຍ​ເຫດ​ໄວ້​ໃນ​ຄັງ​ຂໍ້​ມູນ.

ຫ້ອງການ​ສ່ວນ​ຕົວ

ໃນ​ໜ້າເວັບ​ຕ່າງໆ​ຂອງ​ຫໍສະໝຸດ​ດິຈິ​ຕອລ ຮວມ​ເຖິງ​ຜົນ​ຮັບ​ການ​ຄົ້ນ​ຫາ ທ່ານ​ຈະສາມາດ​ເລືອກ ‘ນຳ​ເຂົ້າຫ້ອງການ​ສ່ວນ​ຕົວ’ ​ແລະ ‘ເບິ່ງ​ຫ້ອງການ​ສ່ວນ​ຕົວ’. ສິ່ງ​ເຫລົ່າ​ນີ້​ອຳນວຍ​ໃຫ້​ຜູ້ຊົມໃຊ້ ສາມາດ​ເກັບ​ຂໍ້​ມູນ​​ກ່ຽວ​ກັບ ບົດ​ເລື່ອງຕ່າງໆ ຫລື ການ​ຄົ້ນ​ຫາໄວ້ໄດ້ ທັງສາມາດຈົດ​ຄຳ​ບັນທຶກ​ສ່ວນ​ຕົວໄດ້​ຢ່າງ​ສະດວກ.

ເພື່ອ​ທີ່​ຈະ​ໃຊ້ຫ້ອງການສ່ວນຕົວ​ ​ແລະ ເກັບ ຫຼື ​ເບິ່ງ​ຄືນຂໍ້​ມູນ​ຂອງທ່ານ​ ​ໃນ​ການ​ເຂົ້າ​ເວັບ​ໄຊ​ໃນ​ຄັ້ງ​ຕໍ່​ໄປ ທ່ານ​ກະລຸນາ​ລົງທະບຽນ ​​ໂດຍ​ຂຽນ​ໃສ່​ທີ່ຢູ່​ອີ​ເມລຂອງ​ທ່ານພ້ອມ​ລະຫັດ​ຜ່ານເຂົ້າ.

ອຸປະຖຳ

ຫໍສະໝຸດ​ແຫ່ງ​ຊາດ​ລາວ ກຳລັງດຳ​ເນີນ​ວຽກ​ງານ​ຕໍ່ຈາກໂຄງການຮ່ວມ​ມື ລາວ-​ເຢຍຣະມັນ ຄື : ​ໂຄງການປົກ​ປັກ​ຮັກສາ​ໜັງສື​ໃບ​ລານ​ລາວ ດ້ວຍ​ການ​ອະນຸ​ລັກ​ເອກະສານ​ບູຮານ, ການ​ຄົ້ນຄວ້າວິ​ໄຈ ​ແລະ ວຽກ​ງານ​ທີ່​ກ່ຽວຂ້ອງ ​ເຊັ່ນ​ ການບັນທຶກ​ພາບ​ດິຈິ​ຕອລຂອງ​ບົດ​ເລື່ອງຕ່າງໆ​ເປັນ​ຕົ້ນ. ຄລິກບ່ອນ​ນີ້ ຫາກ​ທ່ານ​ຕ້ອງ​ການ​ອຸປະຖຳ​ວຽກ​ງານ​ດັ່ງກ່າວ.

ຮູບພາບ​ດິຈິ​ຕອລ

ຮູບພາບ​ດິຈິຕອລ​ໃນ​​ເວັບ​ໄຊນີ້ ບໍ່​​ໄດ້​ຮັບ​ການ​ປັບປຸງຄຸນ​ນະພາ​ບ​ແຕ່ລະ​ຮູບ ​ໃນ​​ການຖືກຖ່າຍ​ທອດຈາກ​ໄມ​ໂຄຼຟີມ​ ຍ້ອນ​ປະລິມານ​ອັນ​ຫລວງ​ຫລາຍ​, ​ເຖິງ​ແມ່ນ​ວ່າ​ຮູບ​ສ່ວນ​ໃຫຍ່​ຈະ​ອ່ານ​ໄດ້ຢ່າງ​ດີ ​ແຕ່​ກໍ່ຍັງ​ມີ​ຄຸນ​ນະພາ​ບທີ່​ແຕກ​ຕ່າງ​ກັນພໍ​ສົມຄວນ ກໍ່ຍ້ອນ​ສະພາ​ບຂອງ​ຕົ້ນ​ສະບັບ​ຕົວ​ຈິງ ຫລື​ ຄຸນ​ນະພາ​ບຂອງ​ສຳ​ເນົາໄມ​ໂຄຼຟີມທີ່ນຳ​ມາ​ຖ່າຍ​ທອດ​ເປັນ​ຮູບ​ດິຈິ​ຕອລບໍ່​ຄື​ກັນ. ​ໃນກໍລະນີ​ທີ່​ທ່ານ​ດາວ​ໂລດ​ຮູບ​ດິຈິ​ຕອລມາ​​ແລ້ວອ່ານ​ໄດ້ຍາກ​ ທ່ານ​ສາມາດ​ປັບປຸງ​ໃຫ້​ຮູບ​ນັ້ນ​ດີ​ຂື້ນ​ໄດ້ ດ້ວຍ​ການ​ໃຊ້​ຊອບ​ແວ​ບາງ​ຢ່າງ​ເຊັ່ນ Adobe Photoshop. ຄລິກບ່ອນ​ນີ້ ​ເພື່ອ​​ໃຫ້​ເບິ່ງ​ຄຳ​ແນະນຳ ວິທີ​ການປັບປຸງ​ຮູບ​ໃຫ້​ແຈ້ງ​ຂຶ້ນ.

ທ່ານ​ສາມາດ​ຂະຫຍາຍ​ຮູບດິຈິ​ຕອລ​ໄດ້ໃນ​ໜ້າ​ເຂົ້າ​ສູ່​ບົດ​ເລື່ອງ ທ່ານ​ກໍ່ສາມາດຄຼິກຫ້ອງ ‘ສະ​ແດງ​ຮູບ​ຂະໜາດ​ໃຫຍ່’ ​ເພື່ອ​ຂະຫຍາຍຫ້ອງ ​ແລະ ​ເບິ່ງ​ຮູບ​​ໃນ​ຂະໜາດ​ໃຫຍ່​ຂື້ນ​ ຫລື ຂະໜາດ​​ເຕັມ​ໜ້າ​ຈໍ. ຫລັງ​ດາວ​ໂລດ​ພາບ​ດິຈິ​ຕອລ ທ່ານ​ກໍ່​ສາມາດຂະຫຍາ​ຍພາບ​ດິຈິ​ຕອລ​ໄດ້ ດ້ວຍ​ການ​ໃຊ້​ຊອບ​ແວທີ່​ກ່ຽວຂ້ອງ.

ຫາກ​ທ່ານ​ຕ້ອງການ​ດາວ​ໂລດ​ບົດ​ເລື່ອງ​​ໃດບົດ​ໜຶ່ງທັງ​ໝົດ ກໍ່​ສາມາດ​ເລືອກ ‘ດາວໂລດຮູ​ບນີ້’ ຫລື ‘ດາວໂລດບົດເລື່ອງນີ້’ ແມ່ນເປັນແບບ​ zipped folder ​ເຊິ່ງບັນຈຸຮູບ​ JPEG ຂະໜາດ 72 ppi. ກະລຸນາສັງ​ເກດ​ວ່າ ຂະໜາດ​ເລື່ອງ​ບາງ​ເລື່ອງ​ເປັນ file ​ໃຫຍ່​ຫລາຍ ​ອາດ​ຕ້ອງ​ໃຊ້​ເວລາ​ດົນສົມຄວນ​ໃນ​ການດາວ​ໂລດ ​ເຊິ່ງຂຶ້ນ​ຢູ່​ກັບ​ຄວາມ​ໄວ​ຂອງ​ບໍລິການ​ອິນ​ເຕີ​ເນັດ​ທີ່​ທ່ານ​ໃຊ້. ສ່ວນ​ຂະໜາດ​ຂອງ​ file ​ນັ້ນໄດ້ບອກ​ໄວ້​ໃນ​ໜ້າ​ເວັບ​ໄຊ​.

ຮູບ​ດິຈິ​ຕອລທີ່​ດາວ​ໂລດ​ມາ​ຈາກ​ເວັບ​ໄຊ ຂອງຫໍສະໝຸດ​ດິຈິ​ຕອລນີ້ ອະນຸຍາດ​​ໃຫ້​ນຳ​ໃຊ້​ເພື່ອການ​ສຶກສາສ່ວນ​ຕົວ​ ຫລື ​ເພື່ອ​ເຜີຍ​ແຜ່​​ໃຫ້​ສາທາ​ລະ​ຊົນ​ໄດ້​ຮັບ​ຮູ້​ໂດຍ​ຜ່ານ​ອິນ​ເຕີ​ເນັດ ຫລື ​ເພື່ອ​ການ​ນຳ​​ໄປ​ປະກອບ​ການສະ​ແດງ​ປາ​ຖະ​ກະຖາດ້ານ​ວິຊາ​ການ​ຕ່າງໆ ຖ້າທ່ານ​ຕ້ອງການ​ຮູບ​ ທີ່ມີຄຸນ​ນະພາ​ບດີ ​ແລະ ຄວາມ​ລະອຽດສູງກວ່ານັ້ນ​ເພື່ອ​ໃຊ້​ໃນ​ການ​ພິມ​ເຜີຍ​ແຜ່ ​ແມ່ນ​ເປັບ​ຮູ​ບ JPEG 300 ppi ກະລຸນ​າຕິດ​ຕໍ່​ພວກ​ເຮົາ.

ແນະນຳ​ການ​ໃຊ້​​ເວັບ​ໄຊ

ເພື່ອ​ເບິ່ງ​​ໂຄງ​ສ້າງ​ເວັບ​ໄຊ​ນີ້ ​ກະລຸນາ​ເບິ່ງແຜນ​ທີ່​ຂອງ​ເວັບ​ໄຊ. ທ່ານ​ສາມາດ​ຄົ້ນ​ຫາ​ຂໍ້​ມູນ​ທັງ​ໝົດ​ໃນ​ເວັບ​ໄຊ ລວມ​ເຖິງ​ຖານ​ຂໍ້​ມູນ ຂອງ​ຫໍສະໝຸດ​ດິຈິ​ຕອລ​ໄດ້​ໂດຍ​ຜ່ານ ‘ຄົ້ນ​ຫາ​ໃນ​ເວັບ​ໄຊ​’ ​ເຊິ່ງປາກົດ​ຢູ່​ທຸກໆ​ໜ້າ​​ເວັ້ນ​ແຕ່​ໜ້າ ‘ຄົ້ນ​ຫາ​ຖານ​ຂໍ້​ມູນ.’ ຖ້າ​ທ່ານ​ພົບ​ກັບຄວາມ​ຫຍຸ້ງຍາກ​ໃນ​ການ​ຄົ້ນ​ຫາ​ ຫລື ການ​ໃຊ້​ເວັບ​ໄຊ ກະ​ລຸ​ນາ​ແຈ້ງ​ໃຫ້ພວກ​ເຮົາຮັບ​ຊາບ ຄຳ​ເຫັນ​ ​ແລະ ຄຳ​ຕິ​ຊົມ ຂອງ​ທ່ານນັບ​ເປັນ​ສ່ວນ​ສຳຄັນ​ໃນ​ການ​ປັບປຸງ​ເວັບ​ໄຊ​ນີ້​ໃຫ້​ດີ​ຂຶ້ນ. ຄລິກບ່ອນ​ນີ້ ​ເພື່ອ​ສົ່ງ​ຄຳ​ເຫັນ​ຂອງ​ທ່ານ.

ຄຳ​ຊີ້​ແນະ​ໃນ​ການ​ຄົ້ນ​ຫາ​ຂໍ້​ມູນ

ໃນ​ໜ້າ​ຄົ້ນ​ຫາບົດ​ເລື່ອງ​ ທ່ານ​ສາມາດ​ຄົ້ນ​ຫາ​ຂໍ້​ມູນ​ໃນ​ຫໍສະໝຸດດິຈິ​ຕອລ​ໄດ້​ຕາມ ຊື່​ເລື່ອງ, ຄຳ​ສັບ​ປະກອບ​ຊື່​ເລື່ອງ, ພາສາ, ຕົວ​ອັກສອນ, ປະ​ເພດ​ເນື້ອ​ຫາ, ວັດສະດຸ, ບ່ອນ​ເກັບ​ມ້ຽນ ​ແລະ ປີ​ລິດຈະນາ. ຄຼິກສາມຫລຽມນ້ອຍຢູ່ກ້ຳຊ້າຍຂອງຕົວເລືອກດັ່ງກ່າວ ເພື່ອສະແດງ ຫລື ເຊື່ອງລາຍລະອຽດຂອງການເລືອກ. ສຳລັບ​ການ​ຄົ້ນ​ຫາ​ຂໍ້​ມູນ ທ່ານຈະ​ສາມາດ​ຄົ້ນ​ຫາ​​ຊື່​ບົດ​ເລື່ອງ​ຫລາຍ​ບົດ​ ຫລື ​ພາສາ​ຫລາຍ​ພາສາ​ ແລະ ອື່ນໆ ໃນ​​ເວລາ​ດຽວ​ກັນກໍ່​ໄດ້​. ຫາກ​ທ່ານ​ເລືອກ​ຊື່​ເລື່ອງ​ຫຼາຍ​ກວ່າ​ນຶ່ງ​ພາສາ​ເປັນ​ຕົ້ນ ຜົນ​ລັບ​ຈະ​ອອກ​ມາ​ເປັນ​ຊື່​ເລື່ອງ 1 ຫລື ຊື່​ເລື່ອງ 2 ​ໃນ​ພາສາ 1 ຫລື ພາສາ 2 ​ເຊິ່ງໝາຍ​ຄວາມ​ວ່າ​ເລືອກ​ຫຼາຍ​ຊື່​ເລື່ອງ​ຫລື ຫຼາຍ​ພາສາ ຈາກ​ການ​ຄົ້ນ​ຫາ​ກໍ່​ຈະ​ເຮັດ​ໃຫ້ການ​ຄົ້ນ​ຫາ​ຈະ​ກວ້າງຂວາງ​ຂຶ້ນ ​ແຕ່​ການ​ເລືອກ​ຈາກ​ຫຼາຍ​ທາງ​ເລືອກ ຈະ​ເຮັດ​ໃຫ້ການ​ຄົ້ນ​ຫາ​ຈະ​ແຄບ​ລົງ​ສູ່​ສະ​ເພາະ​ຊື່​ເລື່ອງ​ໃນ​ສະ​ເພາະ​ພາສາ​ນັ້ນໆ. ຖ້າ​ທ່ານ​ບໍ່​ໄດ້​ຄັດ​ເລືອກ​ຂໍ້​ມູນ​ສະ​ເພາະ​ໃດໆ​ນັ້ນ ທ່ານ​ກໍ່​ຈະ​ໄດ້​ຜົນ​ຮັບ​ທັງ​ໝົດ. ທ່ານ​ສາມາດ​ຈຳກັດ​ການ​ຄົ້ນ​ຫາ​​ໃຫ້​ໄດ້​ແຕ່​ຕົ້ນ​ສະບັບທີ່​ມີ​ຮູບ​ແຕ້ມ​ປະກອບ ຫລື ຕົ້ນ​ສະບັບທີ່​ບໍ່ປາກົດ​ຄຳ​ບັນທຶກ​ຂອງ​ຜູ້ລິດຈະນາ​ກໍ່​ໄດ້.

ທ່ານ​ສາມາດ​ໃຊ້ ‘ຄົ້ນ​ຫາ​ໃນ​ເວັບ​ໄຊ’ ​ເພື່ອ​ຄົ້ນ​ຫາ​ຂໍ້​ມູນ​ຕ່າງໆ​ທີ່​ປາກົດ​ຢູ່​ໃນ​ຖານ​ຂໍ້​ມູນ ຂອງ​ຫໍສະໝຸດ​ດິຈິ​ຕອລ ​ແລະ ໜ້າ​ເວັບ​ຕ່າງໆ. ນອກ​ຈາກ​ນັ້ນ ທ່ານ​ກໍ່​ສາມາດ​ຄົ້ນ​ຫາ​ຂໍ້​ມູນ​ຕ່າງໆ​ໄດ້​ໂດຍ​ຜ່ານ Google​ໂດຍ​ກົງ ບໍ່​ວ່າ​ຈະ​ໃຊ້​ພາສາ​ອັງກິດ ຫລື ພາສາ​ລາວ​ກໍ່ຕາມ.

ໃນ​ໜ້າທຳ​ອິດ​ທ່ານ​ສາມາດ​ຄົ້ນ​ຫາ​ບົ​ດ​ເລື່ອງ​ໃດໆ​ໂດຍ​ສະ​ເພາະ​ ດ້ວຍ​ການລົງ​ເລກ​ລະຫັດ ຂອງ​ໂຄງການ​ປົກ​ປັກ​ຮັກສາ​ໜັງສື​ໃບ​ລານ​ລາວ (​ເລກ​ລະຫັດ 13 ຕົວ) ຫລື ຄົ້ນ​ຫາ​ສະ​ເພາະ​ມັດ​ໃດ​ມັດ​ໜຶ່ງ (​ໂດຍ​ລົງ​ເລກ​ລະຫັດ 11 ທຳ​ອິດ).

ຄົ້ນ​ຫາຕາມ​ຊື່​ເລື່ອງ

ການ​ຄົ້ນ​ຫາ​ຕາມ​ຊື່​ເລື່ອງ​ເຮັດ​ໄດ້​ສອງ​ວິທີຄື : (1) ເລີ່ມພິມ​ຊື່​ເລື່ອງລົງໃນຫ້ອງ ‘​ໃສ່​ຊື່​ເລື່ອງ’ ​ແລ້ວເລືອກ​ຈາກລາຍຊື່ທີ່ປາກົດຂຶ້ນ (2) ​ເລືອກ​ເຟັ້ນຄຳ​ຄົ້ນ​ຫາຊື່​ເລື່ອງຈາກ​ບັນຊີ​​ທີ່​​ໄດ້ຈັດ​ຕາມ​ລຳດັບ​ອັກສອນ. ຫາກ​ທ່ານ​ໃຊ້​ຫ້ອງ ‘​ໃສ່​ຊື່​ເລື່ອງ’ ທ່ານ​ອາດ​ພິມ​ໃສ່​ພຽງ​ສ່ວນ​ນຶ່ງ​ຂອງ​ຊື່​ເລື່ອງ​ກໍ່​ໄດ້. ບັນຊີ​ເຫລົ່າ​ນີ້​ແມ່ນ​ເປັນ​ການ​ຮວມຄຳ​ຄົ້ນ​ຫາ​ຊື່​ເລື່ອງຕ່າງໆ ​ທີ່​ຈັດ​ຂຶ້ນ​ເພື່ອ​​ໃຫ້ການ​ຄົ້ນ​ຫາ​ງ່າຍ​ຂຶ້ນ ​ເຊິ່ງບໍ່​​ໄດ້​ເບິ່ງ​ອັກຂະຣະວິທີ​ທີ່​ອາດ​ແຕກ​ຕ່າງ​ກັນ ຫລື ຄຳ​ສັບ​ປະກອບ​ຊື່​ເລື່ອງ. ທ່ານ​ສາມາດ​ຄົ້ນ​ຫາ​ຫລາຍ​ກວ່າ​ໜຶ່ງຊື່​ເລື່ອງໃນ​ການ​ຄົ້ນ​ຫາ​ຄັ້ງ​ໜຶ່ງ​ໆກໍ່​ໄດ້.

ຫາກ​ທ່ານ​ບໍ່​ໄດ້​ໃສ່​ຊື່​ເລື່ອງ​ລົງ​ໄປ​ໃນ​​ຫ້ອງ ‘​ໃສ່​ຊື່​ເລື່ອງ’ ຫລື ​ທ່ານ​ບໍ່​ໄດ້​ເລືອກ​ເຟັ້ນຄຳ​ຄົ້ນ​ຫາ​ຊື່​ເລື່ອງ​ໃດໆ ຈາກ​ບັນຊີຄຳ​ຄົ້ນ​ຫາ​ຊື່​ເລື່ອງ ການ​ຄົ້ນ​ຫາກໍ່​ຈະ​ແມ່ນ ‘ຊື່​ເລື່ອງ​ໃດ​ກໍ່​ໄດ້’ ດ້ວຍວິທີ​ນີ້​ທ່ານສາມາດ​ຄົ້ນ​ຫາ​ຊື່​ເລື່ອງ​ທັງ​ໝົດ​ໃນ​​ພາສາ​ໃດ​ພາສາ​ໜຶ່ງ ຕົວ​ອັກສອນ​ແບບ​ໃດ​ໜຶ່ງ​ໂດຍ​ສະ​ເພາະ ​ແລະ ອື່ນໆ ຫລື ທ່ານ​ຈະ​ສາມາດ​ຄົ້ນ​ຫາ​ຊື່​ເລື່ອງຮ່ວມກັບ​ການ​ຄົ້ນ​ຫາ​​ອື່ນໆ ​ຕາມ​ທີ່​ທ່ານ​ຕ້ອງການກໍ່​ໄດ້.

ຊື່​​ເລື່ອງໃນ​ຄັງ​ຂໍ້​ມູນ ຂອງຫໍສະໝຸດດິຈິ​ຕອລໜັງສື​ໃບ​ລານ​ລາວ ​​ໄດ້​ຮັກສາ​ໄວ້​ຕາມ​ຊື່​ຕົວ​ຈິງທີ່​ປາກົດ​ຢູ່​ໃນ​ຕົ້ນ​ສະບັບ​​ເດີມ ​ເຊິ່ງອາດ​ຈະ​ແຕກ​ຕ່າງ​ຈາກຊື່​ເລື່ອງທີ່​ບັນທຶກ​ຢູ່​ໃນ​ໃບສຳ​ຫລວດ ຂອງ​ໂຄງການ​ປົກ​ປັກ​ຮັກສາ​ໜັງສື​ໃບ​ລານ​ລາວ ​ແລະ ປາກົດ​ຢູ່​ຂ້າງ​ເທິງ​ຂອງ​ຮູບ​ດິຈິ​ຕອລ​ແຕ່ລະ​ຮູບ. ຍົກ​ຕົວຢ່າງ​ເຊັ່ນ ເລື່ອງ​ທີ່​ບໍ່​ປາກົດຊື່ກໍ່​ໄດ້​ຮັບ​ການ​ນຳ​ເຂົ້າ​ຄັງ​ຂໍ້​ມູນວ່າ ‘ບໍ່​ປາກົດ​ຊື່​ເລື່ອງ’ ທັງໆ​ທີ່​ເລື່ອງ​ນີ້​ ນັກຄົ້ນຄວ້າປະຈຳໂຄງການ​ປົກ​ປັກ​ຮັກສາ​ໜັງສື​ໃບ​ລານ​ລາວ ຕັ້ງ​​ຊື່​ໄວ້​ໃຫ້ກໍ່ຕາມ ​ແລະ ຊື່ດັ່ງກ່າວ​ນີ້ປາກົດ​ຢູ່​ທັງ​ໃນ​ໃບສຳ​ຫລວດ ​ແລະ ​ໃນ​ໄມ​ໂຄຼຟີມ​. ຄວາມ​ແຕກ​ຕ່າງ​ເຫລົ່າ​ນີ້​ໄດ້​ບັນທຶກ​ໄວ້​ຢູ່​ ‘ຫ້ອງ​ໝາຍ​ເຫດ’ ​ໃນ​ຄັງ​ຂໍ້​ມູນ. ​​​ໃນ​ກໍລະ​ນີດັ່ງກ່າວ ຊື່​ເລື່ອງ​ທີ່​ຕັ້ງ​ໃຫ້​ຈະ​ປາກົດ​ຢູ່​ໃນ​ວົງ​ເລັບ. ໃນ​ກໍລະນີ​ບົດ​ເລື່ອງ​ດຽວ​ກັນ ຂຽນ​ດ້ວຍ​ອັກຂະຣະວິທີ​ແຕກ​ຕ່າງ​ກັນ​ນັ້ນ ຄັງ​ຂໍ້​ມູນ​ໄດ້​ອະນຸລັກ​ຄວາມ​ຫລາກ​ຫລາຍ​ຂອງ​ຕົ້ນ​ສະບັບ​ຕົວ​ຈິງ​ໄວ້.

ຄົ້ນ​ຫາຕາມ​ຄຳ​ສັບ​ປະກອບ​ຊື່​ເລື່ອງ

ທ່ານ​ສາມ​າດຄົ້ນ​ຫາ​ບົດ​ເລື່ອງ​ຕາມ​ຄຳ​ສັບ​ປະກອບ​ຊື່​ເລື່ອງກໍ່​ໄດ້ ​​ເຊິ່ງບັນຊີຄຳ​ສັບ​ປະກອບ​ຊື່​ເລື່ອງ​ນີ້​ບອກ​ເຖິງປະ​ເພດບົດ​ເລື່ອງ​ເຊັ່ນ ສະຫຼອງ, ຕຳ​ນານ, ຊາດົກ ຫລື ຄຳ​ແປ ​ເຊັ່ນ ສັພ​, ນິ​ໄສ, ​ໂວຫານ ຫລື ບອກ​ເຖິງແບບ​ສັນທະ​ຣັກຄື ​ໂຄງ, ຄຳ​ກອນ, ສະໝາດ ​ເປັນ​ຕົ້ນ ​ຫລື ບອກ​ເຖິງຍົດ ​ແລະ ຄຳ​ທັກ​ທາຍ​ເຊັ່ນ ກ່ຳພ້າ, ​ເຈົ້າ, ທ້າວ, ນາງ, ພະຍາ ​ແລະ ອື່ນໆ. ​ໂດຍ​ປົກກະຕິ​​ແລ້ວຄຳສັບ​ປະກອບ​ຊື່​ເລື່ອງ​ດັ່ງກ່າວນີ້ບໍ່​ໄດ້​ຮວມ​ຢູ່​​ໃນ​ບັນຊີ​ຄົ້ນ​ຫາ​ຊື່​ເລື່ອງ. ທ່ານສາມາດຄົ້ນຫາ​ຫລາຍ​ກວ່າ​ໜຶ່ງ​ຄຳ​ສັບ​ປະກອບ​ຊື່​ເລື່ອງ​ ​ໃນ​ການ​ຄົ້ນ​ຫາ​ຄັ້ງ​ໜຶ່ງໆ ກໍ່​ໄດ້.

ຄົ້ນ​ຫາຕາມພາສາ

ທ່ານ​ສາມາດ​ຄົ້ນ​ຫາບົດ​ເລື່ອງ​ໄດ້ຕາມ​ພາສາ​ປາລີ​ລ້ວນ, ພາສາ​ລາວ, ພາສາ​ລ້ານ​ນາ (ຍວນ), ພາສາ​ໄທ​ລື້, ພາສາ​ໄທ​ເໜືອ, ພາສາ​ໄທ​ດຳ, ພາສາ​ໄທ (ສະຫຍາມ), ອື່ນໆ ຫລື ຕາມ​ພາສາ​ປາລີ​ພ້ອມ​ພາສາ​ພື້ນ​ເມືອງ ​ເຊັ່ນ ປາລີ ​ແລະ ລາວ, ປາລີ ​ແລະ ລ້ານ​ນາ, ປາລີ ​ແລະ ​ໄທ​ລື້, ປາລີ ​ແລະ ​ໄທ​ເໜືອ ຫລື ປາລີ ​ແລະ ​ໄທ. ທ່ານ​ສາມາດ​ຄົ້ນ​ຫາຕາມພາສາຫລາຍ​ກວ່າ​ໜຶ່ງ​ພາສາ ໃນ​ການ​ຄົ້ນ​ຫາ​ຄັ້ງ​ໜຶ່ງ​ໆກໍ່​ໄດ້. ຄລິກບ່ອນ​ນີ້ ​ເພື່ອ​​ໄດ້​ຂໍ້​ມູນ ​ແລະ ​ແຫ​ລ່ງຂໍ້​ມູນກ່ຽວ​ກັບ​ພາສາ ​ແລະ ລະບົບ​ອັກສອນ​ຕ່າງໆ​​ເພີ່ມ​ຕື່ມ.

ຄົ້ນຫາຕາມ​ຕົວ​ອັກສອນ

ທ່ານສາມາດ​ຄົ້ນຫາຊື່​ບົດ​ເລື່ອງ​​​ຕາມ​ຕົວ​ອັກສອນ​ໄດ້​ຄື : ອັກສອນ​ທັມ​ລາວ, ອັກສອນລາວ​ບູຮານ, ອັກສອນ​ທັມ​ລ້ານ​ນາ, ອັກສອນທັມ​ລື້, ລີກ​ໄທ​ເໜືອ, ອັກສອນ​ຂອ​ມ, ອັກສອນ​ໄທ​ດຳ, ອັກສອນ​ໄທ (ສະຫຍາມ) ຫລື ອື່ນໆ. ທ່ານ​ສາມາດ​ຄົ້ນ​ຫາຕາມຕົວ​ອັກສອນຫລາຍ​ກວ່າ​ໜຶ່ງ​ລະບົບ​ອັກສອນໃນ​ການ​ຄົ້ນ​ຫາ​ຄັ້ງ​ໜຶ່ງ​ໆກໍ່​ໄດ້. ຄລິກບ່ອນ​ນີ້ ​ເພື່ອ​​ໄດ້​ຂໍ້​ມູນ ​ແລະ ​ແຫ​ລ່ງຂໍ້​ມູນກ່ຽວ​ກັບ​ພາສາ ​ແລະ ລະບົບ​ອັກສອນ​ຕ່າງໆ​​ເພີ່ມ​ຕື່ມ.

ຄົ້ນຫາຕາມ​ປະ​ເພດ​ເນື້ອ​ຫາ

ຫໍສະໝຸດ​ດິຈິ​ຕອລ ​ໃຊ້​ລະບົບ​ການຈຳ​ແນ​ກປະ​ເພດ​ເນື້ອ​ຫາແບບ​ດຽວ​ກັນ​ກັບ ​ໂຄງການ​ປົກ​ປັກ​ຮັກສາ​ໜັງສື​ໃບ​ລານ​ລາວ ​ເຊິ່ງ​ໄດ້​ຈັດ​ຂຶ້ນ​ເພື່ອ​​ໃຫ້​ຜູ້​ຊົມ​ໃຊ້ຄົ້ນ​ຫາ​ບົດ​ເລື່ອງ​ຕ່າງໆ​​ໄດ້​ໂດຍງ່າຍ ​ແລະ ສະດວກ ຍົກ​ເວັ້ນ​ແຕ່​ພຽງ​ວ່າ​ປະ​ເພດ​ 04 ​ເດີມ​ໃນ​ໂຄງການ​ປົກ​ປັກ​ຮັກສາ​ໜັງສື​ໃບ​ລານ​ລາວ​ຄື ພາສາ​ປາລີ​ລ້ວນ​ ​ໄດ້​ຍ້າຍ​ໄປ​ຢູ່​ໃນ​ຫ້ອງ​ພາສາ ​ແລະ ບໍ່​ປາກົດ​ຢູ່ໃນ​ຫ້ອງ​ປະ​ເພດ​ເນື້ອ​ຫາ. ​ໃນ​ຫໍສະໝຸດ​ດິຈິ​ຕອລ ບົດ​ເລື່ອງ​ບາງ​ບົດ​ໄດ້​ຮັບ​ການຈັດ​ຢູ່​ໃນ​ປະ​ເພດ​ເນື້ອ​ຫາ​ຫລາຍ​ກວ່າ​ໜຶ່ງ​ປະ​ເພດ ຍ້ອນ​ເນື້ອ​ໃນ​ຂອງ​ເລື່ອງ​ນັ້ນໆ.

ໃນ​ປະ​ເພດວິ​ໄນ, ພະ​ສູຕ ​ແລະ ອະພິທັມ ຮວມມີ​ບົດ​ເລື່ອງ​ຕ່າງໆທີ່​ກ່ຽວຂ້ອງ ​ແຕ່​ບໍ່​ປາກົດ​ຢູ່​ໃນ​ພຼະ​ໄຕຼປີດົກ​ຂອງ​ນິກາຍ​ເຖຣະວາດ. ​ປະ​ເພດ​ຊາດົກ ​ກໍ່​ແມ່ນຮວມມີຊາດົກ​ຕ່າງໆ ທັງ​​ເລື່ອງທີ່​ພົບ​ຢູ່​ໃນ​ພຼະ​ໄຕຼ​ປີດົກ ​ແລະ ​ທີ່​ບໍ່​ປາກົດ​ຢູ່​ໃນ​ພຼະ​ໄຕຼປີດົກ ​ເຊິ່ງມັກ​ເອີ້ນ​ວ່າ ຊາດົກ​ນອກນິບາດ. ສ່ວນ​ປະ​ເພດອານິສົງ, ສະຫຼອງ ຫລື ສອງ ​​ແມ່ນ​ບົດ​ເລື່ອງ​ທີ່ກ່າວ​ເຖິງຜົນ​ຂອງການ​ກະທຳກຸສົນ​ລະ​ກັມຕ່າງໆ.

ຄົ້ນຫາຕາມ​ວັດສະດຸ

ຕົ້ນ​ສະບັບ​ສ່ວນ​ຫລາຍ​ໃນ​ຫໍສະໝຸດດິຈິ​ຕອລ​ນີ້ ​ແມ່ນ​ໜັງສື​ໃບ​ລານ. ທ່ານ​ສາມາດ​ຄົ້ນ​ຫາຕາມວັດ​ສະດຸຫລາຍ​ກວ່າ​ໜຶ່ງ​ຢ່າງ ໃນ​ການ​ຄົ້ນ​ຫາ​ຄັ້ງ​ໜຶ່ງ​ໆກໍ່​ໄດ້.

ຄົ້ນ​ຫາ​ຕາມ​ບ່ອນ​ເກັບ​ມ້ຽນ

ທ່ານ​ສາມາດ​ຄົ້ນ​ຫາບົດ​ເລື່ອງ​ໄດ້​ຕາມ​ບ່ອນ​ເກັບ​ມ້ຽນ ​ໂດຍ​ເລືອກ​ສະຖານ​ທີ່ຈາກ​ບັນຊີ​ແຂວງໃນ ສປປ.​ລາວ ​ແລະ 3 ​ແຫ​ລ່ງພິ​ເສດທີ່​ເກັບ​ມ້ຽນ​ຕົ້ນ​ສະບັບ​ໄວ້​ຢ່າງ​ຫລວງຫລາຍ ຄື : ຫໍສະໝຸດ​ແຫ່ງ​ຊາດ​ລາວ ​ນະຄອນຫລວງ​ວຽງ​ຈັນ, ​ພິພິທະ​ພັນ​ແຂວງຫລວງ​ພະ​ບາງ (ພະຣາຊະ​ວັງ​ເກົ່າ) ​ແລະ ວັດ​ໃໝ່​ສຸວັນນະ​ພູ​ມາຣາມ ​ແຂວງ​ຫລວງ​ພະ​ບາງ. ​ໃນ​ແຕ່ລະ​ແຂວງ​ທ່ານ​ສາມາດ​ຄົ້ນ​ຫາ​ຕົ້ນ​ສະບັບ​ໄດ້ ​ໃນ​ລະດັບ​ເມືອງ ​ແລະ ​ໃນ​ລະດັບ​ວັດ ຫລື ໝູ່​ບ້ານ ດ້ວຍ​ການຄຼິກຫ້ອງ​ສາມ​ຫລຽມເພື່ອຂະຫຍາຍ​ການ​​ເລືອກບ່ອນ​ເກັບ​ມ້ຽນ​ໃຫ້​ລະອຽດ​ຂຶ້ນ. ​ ທ່ານສາມາດຄົ້ນຫາ​ຫລາຍ​ກວ່າ​ໜຶ່ງ​ສະຖານ​ທີ່​ ​ໃນ​ການ​ຄົ້ນ​ຫາ​ຄັ້ງ​ໜຶ່ງໆ ກໍ່​ໄດ້.

ໃນ​ໜ້າ​ເຂົ້າ​ສູ່​ບົດ​ເລື່ອງ ທ່ານ​ສາມາດ​ເລືອກ​ຫ້ອງ ‘ສະ​ແດງ​ບົດເລື່ອງອື່ນຈາກ​ສະຖານ​ທີ່ດຽວ​ກັນ​​​’ ​ແລ້ວ​ທ່ານ​ຈະ​ໄດ້​ເຫັນ​ບົດ​ເລື່ອງ​ອື່ນໆ​ຈາກວັດ ຫລື ບ້ານ​ດຽວ​ກັນ.

ຄົ້ນຫາຕາມ​ປີ​ລິດຈະນາ

ຕົ້ນ​ສະບັບ​ທີ່​ປາກົດ​ປີ​ລິດຈະນາ​ ສ່ວນ​ຫລາຍ​ແມ່ນ​ເປັນ​ປີ​ຈຸນລະສັກກະຣາດ ​ເຊິ່ງ​ເລີ່​ມຕົ້ນ​ແຕ່​ປີ ຄຼິດຕະສັກກະຣາດ 638 ​ແຕ່​ກໍ່​ມີ​ເອກະສານ​ຈຳນວນ​ໜຶ່ງ​ບັນທຶກ​ປີ​ລິດຈະນາ​ເປັນ​ພຸດທະສັກກະຣາດ ​(​ເລີ່ມ​ຕົ້ນ​ແຕ່​ປີ 543 ກ່ອນ​ຄຼິດຕະສັກກະຣາດ) ​ແລະ ​ມີ​ຈຳນວນ​ໜ້ອຍ​ໜຶ່ງຂຽນ​​ເປັນຄຼິດຕະສັກກະຣາດ. ທ່ານ​ສາມາດ​ຄົ້ນ​ຫາ​ຖານ​ຂໍ້​ມູນ​ໄດ້​ຕາມ​ແຕ່​ລະ​ສັກກະຣາດ​ເຫລົ່າ​ນີ້ ​ໂດຍ​ເລືອກ​ປີ​ລິດຈະນາ​ກ່ອນ​ລະຫວ່າງ ຫລື ຫລັງປີ​ລິ​ດຈະ​ນາ​ທີ່​ທ່ານ​ເລືອກ.

ຕົ້ນ​ສະບັບ​ໃດທີ່​ບໍ່​ໄດ້​ບັນທຶກ​ປີ​ລິດຈະນາ​ໄວ້​ຕາມ​ໜຶ່ງ​ໃນສາມ​ສັກກະຣາດນີ້ ທາງ​ຫໍສະໝຸດ​ດິຈິ​ຕອລກຳ​ນົດ​ໄວ້​ວ່າ  ‘ບໍ່​ປາກົດປີລິດຈະນາ ’. ​ຫາກ​ມີ​ຂໍ່ມູນ​ເພີ່ມ​ຕື່ມ​ຈາກ​ປະຕິທິນ​ທ້ອງ​ຖິ່ນ​ຈະ​ໄດ້ບັນທຶກ​ໄວ້​ໃນ​ໃບສຳ​ຫຼວດ PLMP (DS2) ຊຶ່ງ​ແມ່ນ​ຮູບ​ອັນ​ດັບ​ສອງ​ຂອງ​ແຕ່​ລະ​ບົດ​ເລື່ອງ. ລາຍ​ລະອຽດ​ກ່ຽວ​ກັບ ​ເດືອນ ຫລື ວັນ ບໍ່​ໄດ້​ນຳ​ເຂົ້າ​ສູ່​ຖານຂໍ້​ມູນ. ບົ​ດ​ເລື່ອງ​ໃດ​ທີ່​ຍັງ​ບໍ່​ໄດ້​ພິສູດ ວັນ ​ເດືອນ ປີ ລິດຈະນາ​ເທື່ອ ຈະ​ເອີ້ນ​ວ່າ ‘ບໍ່​ປາກົດ​ປີ​ລິດຈະນາ’ ບົດ​ເລື່ອງ​ເຫຼົ່າ​ນີ້​ຍ່ອມ​ຈະ​ບໍ່​ໄດ້​ລວມຢູ່​ໃນ​ຜົນ​ລັບ​ການ​ຄົ້ນ​ຫາ​ຕາມ​ໄລຍະ​ເວລາ​ຕ່າງໆ. ທ່ານ​ສາມາດ​ຄົ້ນ​ຫາ​ບົດ​ເລື່ອງ​ທີ່​ບໍ່​ປາກົດ​ປີ​ລິດ​ຈະ​ນາ​ກໍ່​ໄດ້ ​ໂດຍ​ຄຼິກ ‘ບໍ່​ປາກົດ​ປີ​ລິດຈະນາ’ ​ໃນ​ຫ້ອງ​ເລືອກ​ສັກກະ​ລາດ.

ສຳລັບ​ການ​ຄົ້ນ​ຫາ​ບົດ​ເລື່ອງຕາມ​ໃນ​ປີ​ລິດຈະນານັ້ນ ​ໃຫ້​ທ່ານ​ເລືອກ​ເອົາ​ສັກກະຣາດ (ຈຸນລະສັກກະຣາດ, ພຸດທະສັກກະຣາດ ​ແລະ ຄຼິດຕະສັກກະຣາດ) ​ແລ້ວ​ລົງໝາຍ​ເລກ​ປີ​ໃນ​ຫ້ອງ ​‘ແຕ່’ ​ແລະ ‘ຫາ’. ຫາກທ່ານ​​ລົງ​​ໝາຍ​ເລກ​ປີພຽງໃນ​ຫ້ອງ ‘​ແຕ່’ ​​ຈະ​ມີການ​ຄົ້ນ​ຫາ​ເອກະສານ​ທີ່​ປາກົດ​ປີ​ລິດຈະນາ ຫລັງ​ຈາກ​ໝາຍ​ເລກ​ປີ​ນັ້ນ​ທຸກ​ປີ. ຫາກ​ຈະ​ລົງ​ໝາຍ​ເລກ​ປີ​ພຽງ​ໃນ​ຫ້ອງ ‘ຫາ’ ຈະ​ມີ​ການ​ຄົ້ນ​ຫາ​ເອກະສານ​ທີ່​ປາກົດ​ປີ​ລິດຈະນາ ກ່ອນ​ໝາຍ​ເລກ​ປີ​ນັ້ນ​ທຸກ​ປີ.

ຈຳກັດ​ການ​ຄົ້ນ​ຫາ​ໂດຍ​​ໃຊ້ ‘ຄົ້ນ​ຫາ​ສະ​ເພາະ’

ຫາກ​ທ່ານ​ຕ້ອງການຄົ້ນ​ຫາ​ສະ​ເພາະ​ບົດ​ເລື່ອງ​ທີ່​ມີ​ຮູບ​ແຕ້ມ​ປະ​ກອບ ຫຼື​ ບົດ​ເລື່ອງ​ທີ່​ປາກົດຄຳ​ບັນທຶກ​ຂອງ​ຜູ້​ລິດຈະນາ​ ​ໃຫ້​ທ່ານ​ຄຼິກຫ້ອງທີ່​ທ່ານ​ຕ້ອງການ ຫຼື​ ບົດ​ເລື່ອງ​ທີ່​ຖ່າຍ​ດ້ວຍ​ກ້ອງ​ດິຈິ​ຕອລ.

ຄົ້ນ​ຫາຕາມ​ເລກ​ລະຫັດ ​ຂອງ​ໂຄງການ​ປົກ​ປັກ​ຮັກສາ​ໜັງສື​ໃບ​ລານ​ລາວ

ບົດ​ເລື່ອງ​ທີ່ສຳ​ຫລວດ​ ​ແລະ ຖ່າຍ​ໄມ​ໂຄຼ​ຟີມ​ໄວ້​ໃນ ໂຄງການປົກ​ປັກ​ຮັກສາ​ໜັງສື​ໃບ​ລານ​ລາວ ກໍ່​ໄດ້​ຮັບ​ເລກ​ລະຫັດ​ປະຈຳ​​ຕົວ ​ເຊິ່ງປະກອບ​ດ້ວຍ​ເລກ 13 ​ຕົວ ​ເຊິ່ງປາກົດ​ຢູ່​ໃນ​​ເລກ​ລະຫັດ​ປະ​ຈຳ​ຮູບ​ດິຈິ​ຕອລ ຂອງ​ຫໍສະໝຸດດິຈິ​ຕອລ.

6 ຕົວ​ທຳ​ອິດ ​ຂອງ​ເລກ​ລະຫັດ ບອກ​ເຖິງ​ບ່ອນ​ເກັບ​ມ້ຽນຂອງ​ຕົ້ນ​ສະບັບ​ຕົວ​ຈິງ​ຄື : ແຂວງ, ​ເມືອງ ​ແລະ ວັດ ຫລື ບ້ານ. 2 ຕົວ​ຕໍ່​ມາ ບອກ​​ເຖິງ​ປະ​ເພດ​ເນື້ອ​ຫາ, 3 ຕົວ​ຕໍ່​ມາ ບອກ​ເຖິງ​ເລກ​ມັດຂອງ​ໜັງສື​ໃບ​ລານ ສ່ວນ 2 ຕົວ​ສຸດ​ທ້າຍ ກຳນົດ​ບົດ​ເລື່ອງ​ພາຍ​ໃນ​ມັດ​ນັ້ນໆ.

ເລກ​ລະຫັດ 13 ຕົວດັ່ງກ່າວ​ ປາກົດ​ຢູ່ກ້ອງ​ຮູບ​ດິຈິ​ຕອລແຕ່ລະ​ຮູບ. ທ່ານສາມາດ​ຄົ້ນຫາບົດ​ເລື່ອງ​​​ໃດໆ ໃນ​ເວັບ​ໄຊໜ້າ​ທຳ​ອິດ​ໄດ້ ຕາມ​ເລກ​ລະຫັດ​ທັງ 13 ຕົວ ຫລື ວ່າ​ຄົ້ນ​ຫາ​ຕາມ 11 ຕົວ​ທຳ​ອິດກໍ່​ໄດ້ ຫາກ​ທ່ານ​ຄົ້ນ​ຫາ​ບົດ​ເລື່ອງ​ທັງ​ໝົດ​ພາຍ​ໃນ​ໜັງສື​ໃບ​ລານ​ມັດ​ໜຶ່ງໆ.

ໝາຍ​ເຫດ : ມີ​ບາງ​ກໍລະນີ ທີ່​​ເລກລະຫັດ​ອັນປາກົດ​ຢູ່ໃນ​ບັດ​ສຳ​ຫລວດ​ຂໍ້​ມູນ​ ຂອງ​ໂຄງການປົກ​ປັກ​ຮັກສາ​ໜັງສື​ໃບ​ລານ​ລາວ ​ແລະ ຢູ່​ກ້ອງ​ຮູບດິຈິ​ຕອລ​ແຕ່ລະ​ຮູບ ​ໄດ້​ມີ​ການ​ແກ້​ໄຂ​ໃຫ້ຖືກ​. ກໍລະນີ​​ເຫລົ່າ​ນີ້​ໄດ້​ໝາຍ​ເຫດ​ໄວ້​ໃນ​ຄັງ​ຂໍ້​ມູນ.

ແນະນຳ​ກ່ຽວ​ກັບຜົນຮັບ​ການ​ຄົ້ນ​ຫາ​ຂໍ້​ມູນ

ເບິ່ງ​ຂໍ້​ມູນ​ຫຍໍ້​ຂອງ​ບົດ​ເລື່ອງ​ຕ່າງໆ ໃນ​ຄັງ​ຂໍ້​ມູນ ​ແລ້ວ​ຄຼິກ​ຫ້ອງ​ຊື່​ເລື່ອງ​ເພື່ອ​ເບິ່ງ​ຮູບ​ດິຈິ​ຕອລ ຫລື ກັບ​ໄປ​ສູ່​ໜ້າ​ຄົ້ນ​ຫາ​ຂໍ້​ມູນ ​ເພື່ອ​ປັບ​ປ່ຽນ​ການ​ຄົ້ນ​ຫາ. ຄຼິກ​ແຜນ​ທີ່​ນ້ອຍ​ເພື່ອ​ເບິ່ງ​ຜົນ​ຮັບ​ການ​ຄົ້ນ​ຫາ​ຂອງ​ທ່ານ ​ໃນ​ແຜນ​ທີ່​ຂອງ​ປະ​ເທດ​ລາວ ຊື່​ບົດ​ເລື່ອງ​ທີ່ຖ່າຍ​ດ້ວຍ​ກ້ອງ​ດິຈິ​ຕອລຈະ​ໄດ້​ປາກົດ​ເປັນ​ສີຟ້າ.

ແນະນຳ​ກ່ຽວ​ກັບ​ແຜນ​ທີ່

ໃນ​ໜ້າ​ເຂົ້າ​ສູ່​ບົດ​ເລື່ອງ ຫາກທ່ານ​ຄຼິກ​ໃສ່​ກ່ອງ​ແຜນ​ທີ່ ທ່ານ​ຈະ​ເຫັນ​ສະຖານ​ທີ່​ເກັບ​ມ້ຽນ​ຂອງ​ຕົ້ນ​ສະບັບ​ທີ່​ທ່ານ​ກຳລັງ​ເບິ່ງ​ຢູ່.

ໃນ​ໜ້າ​ຜົນ​ຮັບ​ການ​ຄົ້ນ​ຫາ ຫາກ​ທ່ານ​ຄຼິກ​ໃສ່​ແຜນ​ທີ່​ຮູບ​ນ້ອຍ ທ່ານ​ຈະ​ເຫັນ​ຜົນ​ຮັບ​ໃນ​​ແຜນ​ທີ່​ປະ​ເທດ​ລາວ. ຜົນ​ຮັບ​ປາກົດ​ຕາມ​ສະຖານ​ທີ່​ເກັບ​ມ້ຽນ, ທຸກ​ເຄື່ອງໝາຍ​ສີ​ແດງ​ສະ​ແດງ​ເຖິງ​ວັດ ຫຼື ບ້ານ. ​ຂະໜາດ​ຂອງ​ເຄື່ອງໝາຍ​ບົ່ງ​ເຖິງ​ປະລິມານ​ຂອງ​ບົດ​ເລື່ອງ​ຢູ່​ໃນ​ສະຖານ​ທີ່​ເກັບ​ມ້ຽນ​ນັ້ນໆ ຫາກ​ທ່ານຍ້າຍ​​ເຄີ​ເຊີ (cursor) ​ເຂົ້າ​ເຄື່ອງໝາຍດັ່ງກ່າວ ຊື່​ສະຖານ​ທີ່ ​ແລະ ຈຳນວນ​ບົດ​ເລື່ອງ​ຈະ​ປາກົດ​ຂຶ້ນ​ໃຫ້​ເຫັນ.

ໝາຍ​ເຫດ : ​ໃນ​ກໍລະນີ​ບົດ​ເລື່ອງ​ຢູ່​ໃນການ​ຄອບ​ຄອງ​ຂອງ​ຊາວບ້ານ ຫຼື ຂໍ້​ມູນກ່ຽວ​ກັບບ່ອນ​ຕັ້ງຂອງ​ວັດຍັງ​ບໍ່​ລະອຽດ ພວກ​ເຮົາ​ຖືວ່າບ່ອນ​ຕັ້ງ​ຢູ່ຂອງ​ບ້ານ​ເປັນ​ສະຖານ​ທີ່​​ເກັບ​ມ້ຽນ.

ທາງ​ເລືອກ​ແຜນ​ທີ່​ຕ່າງໆ ມີ​ໄວ້​ຢູ່​ດ້ານ​ຂວາ​ມື​ຂ້າງ​ເທິງ​ຂອງ​ແຜນ​ທີ່.

ເຄື່ອງມື​ການ​ເຄື່ອນ​ຍ້າຍ​​ໃນແຜນ​ທີ່ ​ແລະ ​ເຄື່ອງມືການ​ຊຸມ (zoom) ມີ​ໄວ້​ຢູ່ດ້ານ​ຊ້າຍ​ມື​ຂ້າງ​ເທິງ​ຂອງ​ແຜນ​ທີ່.

ຄຼິກ​ໃສ່​ເຄື່ອງໝາຍ​ສີ​ແດງ ​ເພື່ອ​ເບິ່ງ​ຊື່​ສະຖານ​ທີ່ ທັງ​ເມືອງ ​ແລະ ​ແຂວງ​ຮວມ​ເຖິງ​ລາຍ​ລະອຽດ​ກ່ຽວ​ກັບ​ບົດ​ເລື່ອງ​ຕ່າງໆ ທີ່ຢູ່​ໃນ​ສະຖານ​ທີ່​ນີ້ ​ແລ້ວ​ຄຼິກ​ໃນ​ຊື່​ບົດ​ເລື່ອງ​ທີ່​ທ່ານ​​ຕ້ອງການ​ເບິ່ງ.

ແນະ​ນຳ​ກ່ຽວ​ກັບ​ໜ້າ​ເຂົ້າ​ສູ່​ບົດ​ເລື່ອງ

ໜ້າ​ເຂົ້າ​ສູ່ບົດ​ເລື່ອງສະ​ແດງ​ຮູບ​ດິຈິ​ຕອລ ຂອງ​ບົດ​ເລື່ອງ​ທີ່​ຄັດ​ເລືອກ​ເອົາ​ໄວ້ ​ເຄື່ອງມື​ການ​ເຄື່ອນ​ຍ້າຍ​ ​ແລະ ​ເຄື່ອງມື​ການຊູ​ມ (zoom) ມີ​​ໄວ້​ຢູ່​ແຈ​ດ້ານ​ຊ້າຍ​ມື​ຂ້າງເທິງ​ຮູບ​ທີ່​ທ່ານ​ກຳລັງ​ເບິ່ງ. ນອກຈາກ​ນີ້ ທ່ານ​ກໍ່​ສາມາດ​ເຄື່ອນ​ຍ້າຍ​ພາຍ​ໃນ​ຮູບ​ໃດ​ຮູບ​ນຶ່ງ​ໄດ້ ​ໂດຍ​ໃຊ້​ລູກ​ສອນ (arrow keys) ​ໃນ​ແປ້ນ​ພິມ (keyboard). ຂ້າງ​ລຸ່ມ​ຂອງ​ຮູບ ກະລຸນາ​ໃສ່​ຕົວ​ເລກ​ເພື່ອ​ຈະ​ໄປ​ທີ່​ຮູບ​​ໃດ​ຮູບ​ນຶ່ງ​ຂອງ​ບົດ​ເລື່ອງໂດຍ​ສະ​ເພາະ ຫຼື​ວ່າ​ໄປ​ຮູບ​ທຳ​ອິດ, ຮູບ​ກ່ອນ​ໜ້າ, ຮູບ​ຕໍ່​ໄປ ຫຼື ຮູບ​ສຸດ​ທ້າຍ.

ກ່ອງ​ຕໍ່​ໄປ​ນີ້​ມີ​ໄວ້​ຢູ່​ດ້ານ​ຂວາ​ແຖບ​ເມ​ນູ

‘ຄົ້ນ​ຫາ​ຄຳ​ສັບ’ ​ເປີດ​​ເຄື່ອງມື​ຄົ້ນ​ຫາ​ຄຳ​ສັບພາຍ​ໃນ​ຮູບ​ດິຈິ​ຕອລຂອງ​ບົດ​ເລື່ອງ​ຕ່າງ​ໆ

‘ລາຍ​ລະອຽດ​ຂອງ​ບົດ​ເລື່ອງ​​’ ສະ​ແດງ​ຂໍ້​ມູນ​ທັງ​ໝົດກ່ຽວ​ກັບ​ບົດ​ເລື່ອງ​ທີ່​ທ່ານ​ກຳລັງ​ເບິ່ງ​.

‘​ແຖວຮູບ​ນ້ອຍ’ ສະ​​ແດງຮູບຂອງ​ບົດ​ເລື່ອງ​ທັງ​ໝົດ. ຫາກ​ທ່ານ​ເລື່ອນ​ປຸ່ມ​​ແລ້ວຄິຼກຮູບ​ໃດ​ຮູບ​ນຶ່ງ ທ່ານ​ກໍ່​ຈະ​ເຫັນ​ຮູບ​ນັ້ນ​ໃນ​ຂະໜາດ​ໃຫຍ່.

‘ທາງ​ເລືອກ’ ສະ​ແດງ​ເມ​ນູຕົວ​ເລືອກ​ຕ່າງໆ​ລວມ​ເຖິງ ‘ດາວ​ໂລດ​ບົດ​ເລື່ອງ​ນີ້,’ ‘ດາວ​ໂລດຮູບ​​ນີ້,’ ‘​ເພີ່ມ​ບົ​ດ​ເລື່ອງ​ນີ້​ໃສ່​ຫ້ອງການ​ສ່ວນ​ຕົວ ຫຼື ​ດັດ​ແກ້ຄຳ​ບັນທຶກ,’ ‘​ເບິ່ງ​ຫ້ອງການ​ສ່ວນ​ຕົວ,’ ‘ສະ​ແດງ​ບົດ​ເລື່ອງ​ອື່ນ​ໆຈາກ​ມັດ​ດຽວ​ກັນ,’ ‘ສະ​ແດງ​ບົດ​ເລື່ອງ​ອື່ນ​ໆຈາກ​ສະຖານ​ທີ່​ດຽວ​ກັນ,’ ​ແລະ ‘ສະ​ແດງ​ບົດ​ເລື່ອງອື່ນໆ​ທີ່​ກ່ຽວຂ້ອງ’ (ບົດ​ເລື່ອງ​​ຕ່າງໆ ທີ່​ມີ​ຊື່​ດຽວ​ກັນ ຫຼື ​ໃຊ້​ຊື່​ສຳຮອງ).

‘ແຜນ​ທີ່​’ ສະ​ແດງ​ຊື່​ວັດ ຫຼື ຊື່​ບ້ານ, ຊື່​ເມືອງ ​ແລະ ຊື່​ແຂວງ ​ເຊິ່ງ​ແມ່ນ​ສະຖານ​ທີ່​ເກັບ​ມ້ຽນ​ຂອງ​ບົດ​ເລື່ອງ​ນັ້ນໆ ລວມ​ເຖິງ​ຮູບ​ຖ່າຍ (ຫາກ​ມີ) ​ແລະ ບ່ອນ​ຕັ້ງ​ຢູ່​ໃນ​ແຜນ​ທີ່.

‘ຄຳ​ຄິດ​ເຫັນ​’ ​ເປີດ​ໂອກາດ​ໃຫ້​ຜູ້​ຊົມ​ໃຊ້ ທີ່​ລົງທະບຽນ​ແລ້ວ​ສາມາດສົ່ງ​ຄຳ​ຄິດ​ເຫັນ​ກ່ຽວ​ກັບ​ບົດ​ເລື່ອງທີ່​ກຳລັງ​ເບິ່ງ. ຄຳ​ຄິດເຫັນ​ເຫຼົ່າ​ນີ້​ຜູ້​ຊົມ​ໃຊ້​ຄົນ​ອື່ນ​ກໍ່​ສາມາດ​​ເຫັນ​ໄດ້.

ບົດ​ເລື່ອງ​ດາວ​ໂລດ​ໄດ້​ເປັນ​ຮູບ​ແບບຊິ​ບ​ໂຟ​ເດີ (zipped folders) ຂອງ​ຮູບ 72 ppi JPEG, ລວມ​ເຖິງຟາຍ html ຂອງ​ຂໍ້​ມູນ​ທີ່​ກ່ຽວຂ້ອງ​ໃນ​ທະບຽນຂໍ້​ມູນ. ຂະໜາດ​ຟາຍ​ຂອງ​ບົດ​ເລື່ອງ​ບາງ​ເລື່ອງ​ແມ່ນ​ໃຫຍ່​ຫຼາຍ ຈຶ່ງ​ເຮັດ​ໃຫ້ການ​ດາວ​ໂລດ​ຕ້ອງ​ໃຊ້​ເວລາ​ດົນ ​ເຊິ່ງທັງນີ້​ຂຶ້ນ​ຢູ່​ກັບ​ຄວາມ​ໄວ​ຂອງ​ອິນ​ເຕີ​ເນັດ​ທີ່​ທ່ານ​ໃຊ້​ຢູ່. ຂະໜາດ​ຂອງ​ຟາຍ​ໄດ້​ແຈ້ງ​ໄວ້​ດ້ານ​ຂວາ​ຫ້ອງ ທາງ​ເລືອກ​ດາວ​ໂລດ (XX MB).

ແນະນຳກ່ຽວກັບຄົ້ນຫາຄຳສັບ

ໃນໜ້າ​ເຂົ້າ​ສູ່​ບົດ​ເລື່ອງ ຈະ​ມີ​ກ່ອງ ‘ຄົ້ນ​ຫາ​ຄຳ​ສັບ’ ​ເຊິ່ງ​ເປີດ​ເຄື່ອງມື​ເພື່ອ​ຄົ້ນ​ຫາ​ຄຳ​ສັບ​ພາຍ​ໃນ​ຮູບ​ດິຈິ​ຕອລຂອງ​ບົດ​ເລື່ອງ​ຕ່າງໆ ຄຼິກ ​ແລະ ລາກ​​ເຄີເຊີ (cursor) ໄປ​ເລືອກ​ຄຳ​ສັບ ຫຼື ສ່ວນ​ໃດ​ສ່ວນໜຶ່ງ​ແລ້ວ​ຄຼິກ​ກ່ອງ ‘​ເລີ່ມຄົ້ນ​ຫາ​’ ​ເພື່ອ​ຄົ້ນ​ຫາ​ຄຳ​ສັບ ຫຼື​ສ່ວນ​ດັ່ງກ່າວໃນ​ບົດ​ເລື່ອງນັ້ນ.

ສ່ວນ​ການ​ໃຊ້​ເວລາ​ກໍ​ຈະ​ຂຶ້ນຢູ່​ກັບ​ຄວາມ​ຍາວ​ຂອງ​ບົດ​ເລື່ອງ ​ແລະ ຄວາມ​ລະອຽດ​ຂອງ​ການ​ຄົ້ນ​ຫາ ​ເມື່ອຮຽບຮ້ອຍ​ແລ້ວ ຮູບ​ນ້ອຍຂອງ​ຮູບ​ດິຈິ​ຕອລ ​ເຊິ່ງມີ​ຄຳ​ສັບ ຫຼື​ສ່ວນ​ທີ່ຄົ້ນ​ຫານັ້ນຈະ​ປາກົດ​ມີ​ເສັ້ນ​ສີ​ແດງ​ທາງ​ລຸ່ມ ຜົນ​ຮັບ​ພາຍ​ໃນ​ຮູບ​ດິຈິ​ຕອລທີ່ຖືກ​ຄັດ​ເລືອກກໍ​ຈະ​ປາກົດ​ຢູ່​ໃນ​ສີ່​ຫຼຽມສີ​ແດງ​ຄື​ກັນ.

ການ​ຄົ້ນ​ຫາ​ຈະ​ສາມາດ​ປັບ​ປ່ຽນ​ໃຫ້ມີ​ຄວາມ​ລະອຽດ​ຫຼາຍ​ຂຶ້ນ ຫຼື​ນ້ອຍ​ລົງ​ກໍໄດ້ ​ໂດຍ​ການ​ເຄື່ອນ​ປຸ່ມ​ຢູ່​ໃນ​ແຖບກ້ອງ​ຮູບ​ນ່ອຍ​ແລ້ວ​ຄົ້ນ​ຫາ​ໃໝ່ ຫາກ​ການ​ຄົ້ນ​ຫາບໍ່ພົບ​ຄຳ​ສັບ ຫຼື​ຂໍ້​ມູນ​ທີ່ຄົ້ນຫາ ​ໃຫ້ຄົ້ນ​ຫາ​ໂດຍ​ຫຼຸດ​ຄວາມ​ລະອຽດ​ໃຫ້ນ້ອຍ​ລົງ ​ໃນ​ເວລາ​ດຽວ​ກັນຫາ​ກມີ​ຜົນ​ຮັບຜິດ​ຫຼາຍ ​ໃຫ້​ປັບ​ການ​ຄົ້ນ​ຫາ​ໃຫ້ມີ​ຄວາມ​ລະອຽດ​ຫຼາຍ​ຂຶ້ນ.

ກາລຸ​ນາ ​ເຂົ້າ​ໃຈ​ວ່າ​ເຄື່ອງມື​ຄົ້ນ​ຫາ​ຄຳ​ສັບ​ນີ້ແມ່ນ​ເປັນ​ອົງ​ປະກອບ​ທົດ​ລອງຂອງ​ເວ​ບ​​ໄຊ ຫໍສະໝຸດ​ດີ​ຈິ​ຕອລໜັງສື​ໃບ​ລານລາວ ​ແລະ ຍັງ​ຢູ່​​ໃນ​ພາວະ​ພັດທະນາ​ ພວກ​ເຮົາ​ຍິນ​ດີ​ຮັບ​ຄຳ​ຄິດ​ເຫັນ ຫຼື​ຄຳ​ແນະນຳ​ຈາກ​ທ່ານ.