ວັນນະຄະດີບູຮານລາວ
ປະເທດລາວອຸດົມຮັ່ງມີໄປດ້ວຍວັນນະຄະດີ ສືບທອດມາແຕ່ສະຕະວັດທີ 15–16 (ຄຼິດຕະສັກກະຣາດ). ບົດນິພົນ (text) ສ່ວນຫລາຍແມ່ນຜ່ານການຈົດກ່າຍຢ່າງຕໍ່ເນື່ອງ ແລະ ຢູ່ລອດມາໄດ້ໃນຮູບແບບຜູກໃບລານເກັບໄວ້ໃນຫີບໄມ້ ຕາມຫໍໄຕໃນວັດວາອາຮາມ. ນອກຈາກໃບລານຍັງມີຂໍ້ນິພົນຈຳນວນນຶ່ງທີ່ໄດ້ບັນທຶກໄວ້ໃນວັດຖຸອື່ນ ເຊັ່ນ ເຈ້ຽປໍສາ, ເຊິ່ງມີອາຍຸເສັ້ນກວ່າໃບລານ. ເຖິງແມ່ນວ່າ ວັດວາອາຮາມເປັນບ່ອນຮ່ຳຮຽນ ຂອງສັງຄົມລາວຕັ້ງແຕ່ອາດີດມາ ໜັງສືໃບລານອັນລ້ຳຄ່າຈຳນວນຫລາຍໝື່ນສະບັບກໍຍັງຕົກຢູ່ໃນສະພາບສ່ຽງໄພຕໍ່ການສູນເສຍ ໃນຫລາຍທົດສະວັດທີ່ຜ່ານມາ.
ຕັ້ງແຕ່ຫລາຍສະຕະວັດເປັນຕົ້ນມາ ໄດ້ມີການເຄື່ອນຍ້າຍໄປມາຂອງປະຊາຊົນ ແລະ ມີການແລກປ່ຽນວັດທະນະທັມ, ສາສະໜາ ສິລະປະ ແລະ ວັນນະຄະດີ ໃນບັນດາຊົນເຜົ່າໄຕ-ລາວ ທີ່ຕັ້ງພູມລຳເນົາຢູ່ພາກພື້ນ ເຊິ່ງປະຈຸບັນນີ້ແມ່ນ ພາກເໜືອຕອນບົນຂອງປະເທດໄທ, ພາກຕາເວັນອອກສ່ຽງເໜືອຂອງປະເທດ ມຽນມ້າ, ພາກຕາເວັນຕົກສຽງໃຕ້ຂອງຢຸນນານ, ປະເທດລາວ ແລະ ພາກຕາເວັນອອກສຽງເໜືອຂອງ ປະເທດໄທ. ສ່ວນການແລກປ່ຽນວັນນະຄະດີນັ້ນເຮັດໄດ້ສະດວກກໍຍ້ອນພາສາຂອງເຜົ່າໄຕ-ລາວເຫລົ່ານີ້ມີລັກສະນະຄ້າຍຄືກັນ.
ຄວາມສຳພັນລະຫວ່າງ ອານາຈັກລ້ານຊ້າງ ແລະ ອານາຈັກລ້ານນາມີຄວາມໃກ້ຊິດເປັນພິເສດ. ຈົນມີນັກປາດອາຈານຊາວຕາເວັນຕົກ ບາງຄົນເອີ້ນຂົງເຂດລ້ານນາວ່າ “ລາວຕາເວັນຕົກ” ຍ້ອນວ່າມີສຳພັນທະໄມຕີອັນແໜ້ນແຟ້ນ ແລະ ມີຄວາມຜູກພັນແລກປ່ຽນດ້ານວັດທະນະທັມກັບອານາຈັກລ້ານຊ້າງຄື “ລາວຕາເວັນອອກ” ຕະລອດມາ.
ນອກຈາກນີ້ ໃນວັດວາອາຮາມທົ່ວພາກພື້ນນີ້ລ້ວນແຕ່ໃຊ້ອັກສອນທັມໃນການລິດຈະນາໜັງສືໃບລານ (ເຊິ່ງເປັນອັກສອນທີ່ວິວັດທະນາມາຈາກອັກສອນມອນບູຮານ) ແຕກຕ່າງກັບປະເທດສະຫຍາມ ທີ່ໃຊ້ອັກສອນຂອມ (ອັກສອນຂະແມບູຮານແບບນຶ່ງ) ໃນການລິດຈະນາຄຳພີໃບລານຕັ້ງແຕ່ສະໄໝບູຮານມາຈົນຮອດທ້າຍສະຕະວັດທີ 19. ຂົງເຂດດັ່ງກ່າວຂ້າງເທິງນັ້ນ ຈຶ່ງອາດເອີ້ນໄດ້ວ່າ “ຂົງເຂດອັກສອນທຳ.”
ນອກຈາກນີ້ແລ້ວ ຍັງມີການພົວພັນດ້ານວັດທະນະທັມ ລະຫວ່າງເຜົ່າໄຕຕ່າງໆ ທີ່ອາໃສຢູ່ໃນປະເທດໃກ້ຄຽງເຊັ່ນ : ແຄວ້ນອາສຳ ໃນປະເທດອິນເດຽ, ພາກເໜືອ ແລະ ພາກຕາເວັນຕົກສ່ຽງເໜືອ ຂອງປະເທດມຽນມ້າ, ແຂວງຢູນນານ ປະເທດຈີນ ແລະ ພາກເໜືອຂອງປະເທດຫວຽດນາມ.
ໂດຍລວມແລ້ວ ວັດທະນະທຳ ແລະ ວັນນະຄະດີ ພຸດທະສາສະໜາໃນປະເທດລາວມີລັກສະນະຄືກັນ ຫລື ໃກ້ຄຽງກັບທີ່ປາກົດຢູ່ ປະເທດສີລັງກາ, ພະມ້າ, ໄທ ແລະ ກຳປູເຈຽ.
ພາຍໃນປະເທດລາວເອງ ທັງໄທລື້ ແລະ ໄຕເໜືອ ກໍຊົມໃຊ້ວັນນະຄະດີພຸດທະສາສະໜາແນວດຽວກັນ. ຊົນຊາດເຜົ່າອື່ນທີ່ກວມເອົາເກືອບເຄິ່ງປະຊາກອນ ຂອງ ສປປ ລາວ ຕ່າງກໍມີວັນນະຄະດີຂອງຕົນເອງ ເຊິ່ງສ່ວນຫລາຍເປັນວັນນະຄະດີປາກເປົ່າ. ໃນເວລາດຽວກັນ ມີຊົນເຜົ່າເຊັ່ນ ເຜົ້າມົ້ງ, ມ້ຽນ ແລະ ໄທດຳ ທີ່ມີວັນນະຄະດີລາຍລັກອັກສອນຄືກັນ.
ໜັງສືໃບລານລາວສ່ວນໃຫຍ່ໃຊ້ບັນທຶກ ແລະ ສືບທອດພະທັມຄຳສອນຂອງພະພຸດທະເຈົ້າ ຕາມແນວເຖຣະວາດ ນັກປາດອາຈານມັກໃຊ້ສອງພາສາຄວບກັນຄື ພາສາປາລີກັບຄຳແປ ແລະ ຄຳອະທິບາຍເປັນພາສາລາວ ໃນຂົງເຂດວັນນະຄະດີລາວດັ່ງເດີມນັ້ນມີ ປະເພດພິເສດເປັນຈຳນວນຫລວງຫລາຍກວ່າຄື ເປັນວັນນະຄະດີເລົ່າເລື່ອງພັນລະນາ ເຊັ່ນ ຊາດົກນອກນິບາດ, ນິຍາຍທັມ ລວມເຖິງນິທານພື້ນເມືອງ ທີ່ເຊື່ອໄດ້ວ່າມີຕົ້ນກຳເນີດຈາກພູມິພາກນີ້. ນິທານຕຳນານເຫລົ່ານີ້ ຄູບາອາຈານນິຍົມຊົມໃຊ້ໃນການເທດສະໜາໃຫ້ຄາລະວາດຟັງຕັ້ງແຕ່ສະໄໝບູຮານມາຮອດປັດຈຸບັນ. ເລື່ອງເລົ່າດັ່ງກ່າວນີ້ໜ້າສົນໃຈເປັນພິເສດ ເນື່ອງຈາກວ່າສະທ້ອນໃຫ້ເຫັນເຖິງວິຖີດຳລົງຊີວິດຂອງຊາວບ້ານ ລວມເຖິງຄ່ານິຍົມຂອງສັງຄົມລາວທີ່ອ້າງອີງຫລັກຈະລິຍະທັມຂອງພຸດທະສາສະໜາ.
ໜັງສືໃບລານລາວບໍ່ແມ່ນບັນຈຸສະເພາະແຕ່ເອກະສານທາງສາສະໜາເທົ່ານັ້ນ ແຕ່ສ່ວນໜຶ່ງຍັງເປັນປະເພດ ປະຫັວດສາດ, ກົດໝາຍບູຮານ, ຮີດຄອງປະເພນີ, ໂຫຣາສາດ, ໄສຍະສາດ, ພິທີກຳ, ຄວາມເຊື່ອຕ່າງຕະລອດຮອດຕຳລາຢາພື້ນເມືອງ ວິທີປິ່ນປົວ, ໄວຍາກອນ, ສັບພາສາ, ກາບກອນໂຄງສັນ ແລະ ອື່ນໆ.
ການຄົ້ນຄວ້າຜ່ານມາ
ການຄົ້ນຄວ້າກ່ຽວກັບວັນນະຄະດີລາວ ໄດ້ເລີ່ມຂຶ້ນໃນສະຕະວັດທີ 20 ພາຍຫລັງທີ່ຣາຊະອານາຈັກລາວໄດ້ເຂົ້າເປັນສ່ວນໜຶ່ງ ຂອງອິນດູຈີນຝະຣັ່ງເສດ.
ວຽກງານສຳຫລວດ ແລະ ຂຶ້ນທະບຽນໃບລານ ເກືອບທັງໝົດ ໃນຕອນເລີ່ມຕົ້ນ ແມ່ນເຮັດໂດຍວິຊາການຝຣັ່ງ ແລະ ຜູ້ຊ່ອຍຂອງເຂົາທີ່ເປັນຄົນລາວ. ເຖິງວ່າຈະຫລ້າສະໄໝໃນຫລາຍໆດ້ານ ແຕ່ຂໍ້ມູນເຫລົ່ານັ້ນກໍຍັງເປັນເຄື່ອງມືສຳຄັນໃຫ້ແກ່ການຄົ້ນຄວ້າໃນປັດຈຸບັນ. ຍົກຕົວຢ່າງເຊັ່ນ ບົດຄົ້ນຄວ້າຂອງ ຫລຸຍ ຟີໂນ (Louis Finot) ການຄົ້ນຄວ້າກ່ຽວກັບວັນນະຄະດີລາວ (Recherches sur la litterature laotienne) ເຊິ່ງຈັດພິມປີ 1917 ໃນວາລະສານ ຂອງສະຖາບັນຄົ້ນຄວ້າຝະຣັ່ງເສດຕາເວັນອອກໄກ (Bulletin de l’Ecole francaise d’Extreme Orient, ເບິ່ງເອກະສານອ້າງອີງ) ຍັງເປັນປະໂຫຍດໃນການສຶກສາວັນນະຄະດີບູຮານລາວ. ໂດຍສະເພາະບັນຊີລາຍຊື່ວັນນະຄະດີລາວ (Liste generale des manuscrits laotiens) ທີປາກົດຢູ່ໃນບົດວິໄຈດັ່ງກ່າວ ຍັງນັບໄດ້ວ່າເປັນຂໍ້ມູນຫລັກໃນການສຳຫລວດຄຳພີໃບລານ ແລະ ວັນນະຄະດີລາວມາໂດຍຕະຫລອດ ບັນຊີລາຍຊື່ດັ່ງກ່າວແມ່ນສືບທອດມາຈາກການສຳຫລວດໜັງສືໃບລານ ແລະ ພັບສາ ມີທັງໝົດ 1,181 ຕົ້ນສະບັບ ຢູ່ຫໍສະໝຸດຮາຊະວັງຫລວງພຣະບາງ ເຊິ່ງທ່ານ ເມເຢ (Meiller) ເປັນຜູ້ຮວບລວມໄວ້, ປະກອບກັບ 338 ຕົ້ນສະບັບ ຂອງຫໍສະໝຸດ ສະຖາບັນຄົ້ນຄວ້າຝຣັ່ງຕາເວັນອອກໄກ.
ນອກນັ້ນມີການສຳຫລວດຄຳພີໃບລານ ແລະ ເອກະສານອື່ນໆຕາມວັດວາອາຮາມ ຫລື ຫໍສະໝຸດຕ່າງໆ ໂດຍນັກປາດຄົນລາວ ແລະ ຝຣັ່ງ ຕັ້ງແຕ່ປີ 1900 ເຖິງ 1973 ໄດ້ມີການຂຶ້ນບັນຊີໃບລານເປັນຈຳນວນ 3,678 ຕົ້ນສະບັບ ຈາກວັດວາອາຮາມ 94 ແຫ່ງໃນ 9 ແຂວງ. ໃນລະຫວ່າງປີ 1934 ຫາ 1936 ພຸດທະບັນດິດສະພາຈັນທະບູລີລາວ ໂດຍການນຳພາຂອງ ເຈົ້າເພັດຊະຣາດ ລັດຕະນະວົງສາ ໄດ້ເລີ່ມໂຄງການຂຶ້ນບັນຊີໜັງສືໃບລານທົ່ວປະເທດ ໂດຍຮ້ອງຂໍຄວາມຮ່ວມມືຈາກເຈົ້າອາວາດ ໃຫ້ຈັດສົ່ງບັນຊີລາຍຊື່ຕົ້ນສະບັບໃບລານທີ່ພົບຢູ່ໃນຫໍໄຕຂອງຕົນມາພຸດທະບັນດິດສະພາ.
ຕໍ່ມາໃນຊຸມປີ 1950 ແລະ ປີ 1960 ໄດ້ມີການສຳຫລວດໜັງສືໃບລານ ແລະ ການຄົ້ນຄວ້າເລື່ອງວັນນະຄະດີລາວເພີ່ມຕື່ມ ໂດຍນັກວິໄຈຊາວຝຣັ່ງຄື ທ່ານ ອັງຣີ ເດດີເຢ (Henri Deydier), ທ່ານ ປີແຢ ແບກນາຣ໌ ລາຟົງ (Pierre-Bernard Lafont), ແລະ ທ່ານ ຊາເລິ ອາແຊມໂບ (Charles Archaimbault) ໂດຍສະເພາະຢ່າງຍິ່ງໃນປີ 1959 ພາຍໃຕ້ການຊີ້ນຳ ຂອງທ່ານ ລາຟົງ ໄດ້ມີການສຳຫລວດສ້າງບັນຊີລວມລາຍຊື່ຕົ້ນສະບັບໃບລານ ອັນມ້ຽນໄວ້ຢູ່ຫໍໄຕຂອງວັດວາອາຮາມໃນປະເທດລາວ (Inventaire des manuscrits des pagodes du Laos, ການສຳຫລວດຄັ້ງນີ້ເຊິ່ງສືບທອດມາຈາກຜົນງານການວິໄຈຂອງນັກປາດຊາວຝຣັ່ງ ໄດ້ຄອບຄຸມທັງໝົດ 83 ວັດດ້ວຍກັນຄື ວັດໃນເມືອງຫລວງພຣະບາງ 13 ວັດ, ວັດໃນນະຄອນຫລວງວຽງຈັນ 25 ວັດ ແລະ ວັດໃນແຂວງຈຳປາສັກລວມ 45 ວັດ.
ໃນເປີງເກີດສົງຄາມອິນດູຈີນຄັ້ງທີ່ສອງ ແລະ ປີຕໍ່ໆມາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເຊິ່ງສະຖາປະນາໃນປີ 1975 ກໍໄດ້ປະສົບກັບຄວາມຫຍຸ້ງຍາກຫລາຍໆດ້ານ,ສ່ວນມໍລະດົກທາງວັດທະນະທັມກໍຕົກຢູ່ໃນສະພາບສ່ຽງໄພມາຈົນຮອດຊຸມປີ 1986/87 ເປັນຕົ້ນມາ ຈຶ່ງໄດ້ເກີດການຕື່ນຕົວຕໍ່ຄວາມສຳຄັນຂອງວັນນະຄະດີບູຮານຂອງຊາດຂຶ້ນອີກ. ມາເຖິງເດືອນມີນາ ປີ 1988 ໂດຍການອຸປະຖຳຂອງ ມູນນິທິ ໂຕໂຢຕາ ຈຶ່ງໄດ້ມີການເປີດກອງປະຊຸມສຳມະນາຄັ້ງໃຫຍ່ ມີພຣະສົງລະດັບສູງ ແລະ ຄາຣະວາດຜູ້ອາວຸໂສຈາກທົ່ວປະເທດເຂົ້າຮ່ວມສົນທະນາ ເຖິງຄວາມຈຳເປັນ ແລະ ແນວທາງປົກປັກຮັກສາໜັງສືໃບລານຢູ່ໃນທ້ອງຖິ່ນຂອງຕົນ ເພື່ອປ້ອງກັນບໍ່ໃຫ້ຄຳພີໃບລານທີ່ຍັງເກັບໄວ້ໃນຫໍໄຕຕາມວັດຕ່າງໆຖືກຫລົງລືມຕົກເຮ່ຍເສຍຫາຍ ໝາກຜົນທີ່ໄດ້ຮັບໃນການສຳມະນາຄັ້ງນັ້ນແມ່ນການຈັດຕັ້ງໂຄງການ ຂຶ້ນບັນຊີໜັງສືໃບລານໃນ 6 ແຂວງທົ່ວປະເທດ ພາຍໃຕ້ການຊີ້ນຳຂອງ ກະຊວງຖະແຫລງຂ່າວ ແລະ ວັດທະນະທຳ ໂດຍການສະໜັບສະໜູນຈາກ ມູນນິທິ ໂຕໂຢຕາ. ໃນໄລຍະເວລາຂອງໂຄງການນີ້ (1988-1994) ມີການຂຶ້ນບັນຊີໂຮມທັງໝົດ 128,000 ຜູກ ຈາກວັດວາອາຮາມ 250 ແຫ່ງ ໃນນະຄອນຫລວງວຽງຈັນ, ແຂວງຫລວງພຣະບາງ, ແຂວງວຽງຈັນ, ແຂວງບໍລິຄຳໄຊ, ແຂວງຄຳມ່ວນ, ແຂວງສະຫວັນນະເຂດ ແລະ ແຂວງຈຳປາສັກ.
ໂຄງການປົກປັກຮັກສາໜັງສືໃບລານລາວ
ໂຄງການປົກປັກຮັກສາໜັງສືໃບລານລາວ PLMP ເຊິ່ງດຳເນີນການໂດຍ ຫໍສະໝຸດແຫ່ງຊາດ ພາຍໃຕ້ການຊີ້ນຳຂອງ ກະຊວງຖະແຫລງຂ່າວ ແລະ ວັດທະນະທຳ ໄດ້ຮັບການອຸປະຖຳ ຈາກກະຊວງການຕ່າງປະເທດ ສາທາລະນະລັດ ສະຫະພັນເຢຍຣະມັນ ແຕ່ປີ 1992 ເຖິງ 2004.
ວັດຖຸປະສົງຫລັກກໍຄື ຊ່ອຍເຫລືອ ສ.ປ.ປ.ລາວ ໃຫ້ປົກປັກຮັກສາໜັງສືໃບລານ ແລະ ພັບສາອັນເປັນມໍລະດົກລ້ຳຄ່າຂອງຊາດໃຫ້ຢືນຢົງຄົງຕົວ ທັງຊ່ອຍສ້າງສະຕິຕື່ນຕົວໃນໝູ່ມະຫາຊົນ ໃຫ້ຮູ້ຄຸນຄ່າຂອງວັນນະຄະດີບູຮານ ພ້ອມທັງອຳນວຍໃຫ້ຂະເຈົ້າໄດ້ຮຽນຮູ້ວິທີວິທະຍາອະນຸລັກໜັງສືໃບລານ ແລະ ສ້າງສັກກະຍະພາບຂອງປະຊາຊົນໃນການຄົ້ນຄວ້າວິໄຈ ທັງເຜີຍແຜ່ເນື້ອຫາສາລະອັນມີຄຸນຄ່າຂອງວັນນະຄະດີບູຮານເພື່ອຄຸນປະໂຫຍດຂອງປະຊາຊົນລາວ ທັງໃນປັດຈຸບັນ ແລະ ອະນາຄົດ. ວຽກງານຂອງໂຄງການໄດ້ຈຳແນກອອກມາດັ່ງນີ້ :
- ການສຳຫລວດຢ່າງເປັນລະບົບ ແລະ ການອະນຸລັກໜັງສືໃບລານ ແລະ ພັບສາໃນວັດວາອາຮາມ ພ້ອມທັງຫໍສະໝຸດຂອງລັດ ແລະ ໃນຄອບຄອງຂອງເອກະຊົນທົ່ວ 17 ແຂວງ.
- ການຖ່າຍໄມໂຄຼຟີມ ເອກະສານທີ່ມີຄວາມສຳຄັນທາງປະຫວັດສາດ ຫລື ວັດທະນະທຳ.
- ສະໜັບສະໜູນຊຸກຍູ້ການຟື້ນຟູນຳໃຊ້ວັນນະຄະດີພື້ນເມືອງ ເຂົ້າໃນຊີວິດປະຈຳວັນຂອງພະສົງ ແລະ ຊາວບ້ານ ພ້ອມນັ້ນກໍເພື່ອຊ່ອຍຫາແນວທາງນຳສົ່ງເນື້ອຫາສາລະອັນດີງາມຈາກວັນນະຄະດີບູຮານເຂົ້າສູ່ລະບົບການສຶກສາ ຂອງຊາດທຸກລະດັບ.
- ນຳພາ ແລະ ຊ່ອຍເຫລືອສ້າງເຄື່ອງມືທັງທາງວິທະຍາສາດ ແລະ ເຕັກນິກອັນທັນສະໄໝເຊັ່ນ ຖານຂໍ້ມູນ, ເຄື່ອງມືການສຶກສາ, ປື້ມຕຳລາ, ໂປຼແກມ ຄອມພິວເຕີ ແລະ ອື່ນໆ ພ້ອມກັນນັ້ນກໍພັດທະນາຊັບພະຍາກອນມະນຸດຮຸ່ນໃໝ່ ທີ່ສາມາດນຳໃຊ້ວັນນະຄະດີລາວບູຮານເຂົ້າໃນຫລັກສູດການສິດສອນເພື່ອຄົ້ນຄວ້າວິໄຈໃນສະຖາບັນການສຶກສາຂັ້ນສູງ ດ້ານພາສາພື້ນເມືອງ, ວັນນະຄະດີ ແລະ ວັດທະນະທຳຂອງຊາດ.
ໂຄງການໄດ້ຕອບສະໜອງໂດຍກົງຕໍ່ຄວາມຕ້ອງການຂອງທ້ອງຖິ່ນ ແລະ ຊຸມຊົນກໍມີສ່ວນຮ່ວມດຳເນີນວຽກງານຕ່າງໆຢ່າງເຂັ້ມແຂງ. ພາຍໃຕ້ການດູແລເບິ່ງແຍງຂອງຄະນະເຮັດວຽກ ຂອງຫໍສະໝຸດແຫ່ງຊາດສາມຄົນ ແລະ ການຮ່ວມມືຂອງຊາວບ້ານທີ່ຢູ່ທ້ອງຖິ່ນທີມີໃຈໃສສັດທາສະໝັກສະໝານຊ່ອຍກັນອະນຸລັກ ໄດ້ມີການສຳຫລວດໜັງສືໃບລານ ແລະ ເອກະສານອື່ນໆຢ່າງເປັນລະບົບ ຄືມີຈັດລຽງໃບລານ ແລະ ຜູກຄືນສູ່ສະພາບເດີມ, ອະນາໄມ, ກຳນົດຊື່ເລື່ອງ, ຈຳແນກປະເພດເນື້ອຫາ, ຄົ້ນຫາວັນເດືອນປີຈານ ແລ້ວນຳພາຂໍ້ມູນຕ່າງໆເຫລົ່ານີ້ເຂົ້າສູ່ຖານຂໍ້ມູນຄອມພິວເຕີ ທີ່ຢູ່ຫໍສະໝຸດແຫ່ງຊາດ ນະຄອນຫລວງວຽງຈັນ.
ຕະຫລອດໄລຍະເວລາດຳເນີນໂຄງການບໍ່ມີການເຄື່ອນຍ້າຍວັດຖຸອຸປະກອນອອກຈາກພື້ນທີ່ແຕ່ຢ່າງໃດໂດຍເດັດຂາດ ເຊັ່ນ ໄມ້ປະກັບ, ຜ້າຫໍ່ຄຳພີ, ຫີບທັມ ຫລື ວັດຖຸບູຮານອັນມີຄ່າອື່ນໆ ແມ່ນແຕ່ໃບລານທີ່ຜຸຜ່ອຍເປ່ເພ. ຫາກຈຳເປັນ ແລະ ບໍ່ເກີນວິໄສເອກະສານສຳຄັນທີ່ເປ່ເພກໍໄດ້ຮັບການບູລະນະສ້ອມແປງໃນເວລາດຽວກັນ ແລ້ວເກັບມ້ຽນໄວ້ໃນບ່ອນທີ່ເໝາະສົມ ຄືແມ່ນບ່ອນອັນປອດໄພຈາກປວກ, ໜູ ແລະ ຄວາມຊຸ່ມຊື້ນ ທີ່ອາດພາໃຫ້ໃບລານເກີດເຊື້ອຣາຜຸຜ່ອຍຕົກໂໝະຕ່າງໆ.
ໝາກຜົນອັນມີຄຸນຄ່າຈາກໂຄງການນີ້ ແມ່ນໄດ້ສ້າງຄັງໄມໂຄຼຟີມ ທີ່ບັນທຶກເອກະສານເກືອບ 12,000 ສະບັບ ໃນຈຳນວນນັ້ນມີເລື່ອງກ່າຍຄືນຊ້ຳກັນຫລາຍສະບັບ ທັງນີເພື່ອສ້າງຖານຂໍ້ມູນທີ່ເໝາະແກ່ການຄົ້ນຄວ້າສຶກສາ ຄືວ່ານັກວິຊາການສາມາດສຶກສາເລື່ອງໃດເລື່ອງໜຶ່ງ ໂດຍນຳໃຊ້ຫລາຍໆຕົ້ນສະບັບປຽບທຽບກັນ ຕົ້ນສະບັບໄມໂຄຼຟີມທັງຫລາຍເກັບມ້ຽນໄວ້ຢູ່ທີ່ສູນຂໍ້ມູນ ແລະ ກົມຮູບເງົາ ຢູ່ນະຄອນຫລວງວຽງຈັນ ສ່ວນສະບັບສຳຮອງແມ່ນມ້ຽນໄວ້ຢູ່ຫໍສະໝຸດແຫ່ງຊາດ ແລະ ສຳບັບສຳຮອງອີກຊຸດໜຶ່ງ ແມ່ນເກັບມ້ຽນໄວ້ຢູ່ທີ່ຫໍສະໝຸດແຫ່ງລັດ ປະຈຳກຸງແບັກແລັງ ປະເທດເຢຍຣະມັນ.
ຄັງຂໍ້ມູນນີ້ຖືໄດ້ວ່າອາດເປັນຕົວຢ່າງອັນຄົບຖ້ວນ ຂອງມູນມໍລະດົກວັນນະຄະດີລາວ ອັນຕົກທອດມາເຖິງປັດຈຸບັນ ຄັງຂໍ້ມູນນີ້ປະກອບມີເກືອບ 500,000 ຮູບ ເຊິ່ງແຕ່ລະຮູບບັນທຶກ 6-8 ໜ້າໃບລານ ໂຮມແລ້ວມີເຖິງ 3-4 ລ້ານໜ້າໃບລານ. ສະຫລຸບໄດ້ວ່າຄັງຂໍ້ມູນອັນນີ້ ແມ່ນເປັນແຫລ່ງຂໍ້ມູນດ້ານວັນນະຄະດີລາວອັນສົມບູນທີ່ສຸດໃນປັດຈຸບັນ ຈຶ່ງມີຄວາມສຳຄັນຢ່າງຍິ່ງສຳລັບວົງການວິຊາການ ໂດຍເປີດໂອກາດໃຫ້ຜູ້ສົນໃຈສາມາດສຶກສາຄົ້ນຄວ້າກ່ຽວກັບວັນນະຄະດີລາວຢ່າງສະດວກ.
ສ່ວນການຖ່າຍໄມໂຄຼຟີມນັ້ນໄດ້ເລີ່ມຕົ້ນໃນ ເດືອນເມສາ ປີ 1994 ຢູ່ນະຄອນຫລວງວຽງຈັນ ແລ້ວຍົກຍ້າຍໄປຖ່າຍຕໍ່ຢູ່ຕ່າງແຂວງ ໂດຍໃຊ້ກ້ອງຖ່າຍຮູບຊອຍທ໌ເຊີລ (Zeutschel) OK102 ແລະ ຟີມຟູຈິ ກໍ້ຟີມມີຂະໜາດຄວາມກວ້າງ 35 ມມ ແລະ ຍາວ 30.5 ແມັດ. ຖ້າສະຖານທີ່ທ້ອງຖິ່ນອຳນວຍກໍປະຕິບັດການຖ່າຍໄມໂຄຼຟີມຢູ່ພື້ນຖານເລີຍ ເຊັ່ນຖ່າຍຢູ່ຫ້ອງການວັດທະນະທຳ ຫລື ຫໍພິພິທະພັນແຂວງ ທັງນີ້ຍ້ອນສະຖານທີ່ດັ່ງກ່າວສະດວກ ແລະ ປອດໄພຕໍ່ເຄື່ອງຖ່າຍໄມໂຄຼຟີມກວ່າຍົກໄປຖ່າຍຢູ່ບ້ານຫ່າງໄກສອກຫລີກແຕ່ລະບ້ານ ເລື່ອງຕ່າງໆທີ່ເລືອກເຟັ້ນມາຖ່າຍໄມໂຄຼຟີມນັ້ນ ໄດ້ຢືມອອກມາຈາກວັດ ຫລື ເຈົ້າຂອງເອກະຊົນເປັນການຊົ່ວຄາວ ແລະ ຫລັງຈາກຖ່າຍແລ້ວກໍມີການສົ່ງຄືນໃຫ້ເຈົ້າຂອງ.
ເພື່ອໃຫ້ຮູບຖ່າຍຂາວດຳໃນໄມໂຄຼຟີມ ທີ່ເປັນເງົາສີເທົາ ມີຄວາມຄົມແຈ້ງສີຕັດກັນຍິ່ງຂຶ້ນ ຕ້ອງໃຊ້ເຫລົ້າເກົ້າສິບເຊັດໃບລານແຕ່ລະໃບແລ້ວເອົາໄປຖ່າຍທັນທີ ໂດຍມີອາສາສະມັກຈາກທ້ອງຖິ່ນມາເປັນຜູ້ຊ່ອຍມືກ້ອງ. ຫລັງຈາກນັ້ນກໍ້ຟີມທີ່ຖ່າຍແລ້ວກໍ່ໃສ່ກັບຟີມ ສົ່ງໃຫ້ຫໍສະໝຸດແຫ່ງຊາດຢູ່ນະຄອນຫລວງວຽງຈັນເພື່ອລ້າງຟີມ ຕອນເລີ່ມຕົ້ນນັ້ນໄດ້ໃຊ້ເຄື່ອງຈັກຍີ່ຫໍ້ຊອຍທ໌ເຊີລ ເຊິ່ງຕ້ອງມີຄົນລ້າງດ້ວຍມື ຕໍ່ມາຈຶ່ງໄດ້ໃຊ້ຈັກລ້າງຟີມອັດຕະໂນມັດ ຍີ່ຫໍ້ ໂກດັກ ໂປຼສະຕາຣ ໄອ-ແອລ (Prostar I-L processor) ແລະ ນ້ຳຢາລ້າງຟີມຂອງໂກດັກ ໂປຼສະຕາຣ ພຼັສ (Prostar Plus). ຫລັງຈາກທີ່ກວດກາຄຸນນະພາບຂອງຕົ້ນສະບັບໄມໂຄຣຟີມແລ້ວ ກໍໄດ້ອັດສຳເນົາດ້ວຍເຄື່ອງຊອຍທ໌ເຊີລ 100L. ນອກນັ້ນເຄື່ອງຈັກອື່ນໆທີ່ໃຊ້ໃນຫໍສະໝຸດແຫ່ງຊາດ ຮວມມີຈັກອ່ານໄມໂຄຼຟີມ ຊອຍທ໌ເຊີລ OL2 ສອງໜ່ວຍ ແລະ ຈັກອ່ານ ແລະ ໄມໂຄຼຟີມ ຍີ່ຫໍ້ແຄນນອນ NP ປຼິນເຕີ 980.
ໂຄງການ PLMP ໄດ້ມີການສຳຫລວດໜັງສືໃບລານ ແລະ ພັບສາທົ່ວປະເທດເປັນຄັ້ງທຳອິດໃນປະຫວັດສາດ ໂຄງການບໍ່ສະເພາະກວມເອົາວັດໃຫຍ່ໆທີ່ມີຄຳພີໃບລານຫລາຍໆ ຫາກຮວມເອົາວັດວາອາຮາມທີ່ຢູ່ເຂດຫ່າງໄກສອກຫລີກທີ່ສຸດດ້ວຍ ເຊິ່ງຫລາຍແຫ່ງຍັງບໍ່ເຄີຍມີການສຳຫລວດມາກ່ອນ ພາຍໃນໄລຍະເວລາ 10 ປີ ຈົນໂຄງການນີ້ສ້ຽງສຸດລົງໃນເດືອນທັນວາ ປີ 2002 ມີການສຳຫລວດໃບລານທັງໝົດຢູ່ວັດກວ່າ 800 ແຫ່ງທົ່ວປະເທດ ໄດ້ບູຣະນະຮັກສາໃບລານປະມານ 86,000 ເລື່ອງ (368,000 ຜູກ). ສ່ວນຕົ້ນສະບັບໃບສຳຫລວດຕ່າງໆທັງໝົດເກັບມ້ຽນໄວ້ຢູ່ຫໍສະໝຸດແຫ່ງຊາດ ນະຄອນຫລວງວຽງຈັນ.
ໂຄງການ PLMP ໄດ້ຮັບການອຸປະຖຳ ຈາກລັດຖະບານ ສາທາລະນະລັດ ສະຫະພັນເຢຍຣະມັນ ອີກສອງປີເພື່ອເຮັດວຽກຕິດຕາມໝາກຜົນໂຄງການ ລະຫວ່າງເດືອນມັງກອນ 2003 ເຖິງເດືອນທັນວາ 2004 ຈຶ່ງມີການສ້າງຕັ້ງສູນປົກປັກຮັກສາໜັງສືໃບລານພູມິພາກຂອງປະເທດລາວ ໂດຍເລືອກເຟັ້ນວັດທີ່ເໝາະສົມໃນ 4 ແຂວງຄື : ແຂວງຫລວງພຣະບາງ, ນະຄອນຫລວງວຽງຈັນ, ແຂວງສະຫວັນນະເຂດ ແລະ ແຂວງຈຳປາສັກ ເປັນສະຖານທີ່ຕັ້ງຂອງສູນ. ສ່ວນພາລະບົດບາດຕົ້ນຕໍຂອງສູນນັ້ນໆ ແມ່ນເພື່ອເປັນຕົວຢ່າງທີ່ດີຂອງຫ້ອງສະໝຸດພາຍໃນວັດ ເປັນສູນກາງເພື່ອສຶກສາວັນນະຄະດີພື້ນເມືອງ ແລະ ເພື່ອເປັນອົງກອນຊ່ອຍເຫລືອວັດຕ່າງໆ ທີ່ບໍ່ໄດ້ຮັບການປົກປັກຮັກສາຈາກໂຄງການ PLMP ໃຫ້ຮູ້ຈັກວິທີວິທະຍາ ແລະ ປະຕິບັດການອະນຸລັກໜັງສືໃບລານຂອງຕົນ.
ນອກຈາກນັ້ນແລ້ວສູນດັ່ງກ່າວ ຍັງໄດ້ຈັດຕັ້ງບຸນປະຈຳປີຂຶ້ນ ເອີ້ນວ່າ ບຸນໃບລານ ເຊິ່ງແຕ່ລະຄັ້ງໄດ້ເອົາໃບລານອອກຈາກຫໍໄຕມາແກ້ຜ້າຫໍ່ຄຳພີແລ້ວທຳການກວດກາວ່າ ມີຕົ້ນສະບັບໃດເປ່ເພເສຽຫາຍ ຫລືບໍ່ ຖ້າຈຳເປັນກໍພາກັນເຮັດອະນາໄມໃບລານ ແລະ ບ່ອນເກັບມ້ຽນໃຫ້ຮຽບຮ້ອຍຫໍ່ຄືນ ກ່ອນທີ່ຈະເກັບໄປມ້ຽນອີກນັ້ນ ພະສົງພ້ອມສັດທາຊາວບ້ານ ກໍແຫ່ຄຳພີໃບລານທັງຫລາຍອ້ອມສິມວັດສາມຮອບ, ຮີດຄອງແຫ່ຄຳພີນີ້ໄດ້ນຳມາໃຊ້ໃນ ສ.ປ.ປ.ລາວ ຕາມແບບທີ່ເຄີຍປະຕິບັດໃນເຂດລ້ານນາ ຕາມໂຄງການອະນຸລັກຄຳພີໃບລານລ້ານນາ ໃນໄລຍະຊຸມປີ 1986-1991 ເຊິ່ງເປັນການຮ່ວມມືກັນລະຫວ່າງ ກະຊວງການຕ່າງປະເທດ ເຢຍຣະມັນ ກັບມະຫາວິທະຍາໄລຊຽງໃໝ່ (ໂຄງການສູນສົ່ງເສີມສີລະປະ ແລະ ວັດທະນະທັມ). ຮີດຄອງການແຫ່ໃບລານນັ້ນ ແມ່ນຊຸມຊົນໄທລື້ໃນບ້ານຢວນ ເມືອງຊຽງຄຳ ປັດຈຸບັນຂຶ້ນກັບ ແຂວງພະເຍົາ ເປັນຜູ້ເລີ່ມຕົ້ນ. ເມື່ອຄົນຈາກຄຸ້ມບ້ານອື່ນໄດ້ເຫັນວິດິໂອ ກໍ່ມີຄວາມຊົມຊື່ນຍິນດີເລີຍພາກັນເອົາເປັນແບບຢ່າງ ການສຳຫລວດກວດກາໃບລານເປັນປະເພນີປະຈຳປີມາກວ່າ 150 ປີ ຂອງຊຸມຊົນວັດສູງເໝັ້ນ ອຳເພີສູງເໝັ້ນ ຈັງວັດແພຣ່. ວັດນີ້ເຄີຍເປັນສຳນັກຂອງຄູບາກັນຈະນະມະຫາເຖນ ເຊິ່ງເປັນພະສົງທີ່ມີບົດບາດຍິ່ງໃຫຍ່ໃນການຟື້ນຟູ ແລະ ອະນຸລັກມໍລະດົກດ້ານສາສະໜາ ແລະ ວັນນະຄະດີລ້ານນາ, ສ່ວນບຸນໃບລານທີ່ຈັດຂຶ້ນໂດຍສູນປົກປັກຮັກສາໜັງສືໃບລານລາວນັ້ນ ແມ່ນຈັດໂດຍອາໄສບາລະມີຂອງພະສົງ ແລະ ສັດທາຊາວບ້ານທັງສິ້ນ.
ຜ່ານໄລຍະປະຕິບັດໂຄງການ ໄດ້ມີການຈັດພິມໃບຂ່າວລາຍໄຕມາດ ເປັນພາສາລາວ 22 ສະບັບ ເຊິ່ງໄດ້ໃຫ້ຂໍ້ມູນຂ່າວສານຈາກພາກສະໜາມສຳຫລວດ ແລະ ບ່ອນຖ່າຍໄມໂຄຼຟີມ ພ້ອມນັ້ນກໍ່ມີບົດຄັດຈ້ອນອອກຈາກໃບລານທີ່ພົບພໍ້ໃນເຂດນັ້ນໆ. ຂ່າວໃບລານກະຕຸ້ນໃຫ້ປະຊາຊົນເຂດທ້ອງຖິ່ນມີຄວາມພາກພູມໃຈ ແລະ ແລກປ່ຽນຂໍ້ມູນຈຳນວນໃບລານທີ່ເຂົາເຈົ້າມີ ແລະ ເພີ່ມຄວາມເອົາໃຈໃສ່ຕໍ່ການອະນຸລັກມູນມໍລະດົກດ້ານໜັງສືໃບລານ. ນອກນັ້ນຍັງມີການພິມຄູ່ມືກ່ຽວກັບຮີດຄອງປະເພນີ, ກົດໝາຍ ແລະ ວັນນະຄະດີຕ່າງໆອອກເປັນຈຳນວນ 14 ເຫລັ້ມ. ຄລິກບ່ອນນີ້ ເພື່ອເຂົ້າໄປເບິ່ງຂ່າວໃບລານ.
ທາງລັດຖະບານ ສາທາລະນະລັດ ເຢຍຣະມັນ ໄດ້ນຳສະເໜີໂຄງການ PLMP ເຂົ້າເປັນສ່ວນຮ່ວມຂອງອົງການ ອຸຍເນສໂກ ເນື່ອງໃນທົດສະວັດແຫ່ງການພັດທະນາວັດທະນະທັມຂອງໂລກ (1987-1997) ແລະ ໂຄງການ PLMP ໄດ້ຮັບລາງວັນຫລຽນຄຳ ທີ່ງານວາງສະແດງລະດັບໂລກ Expo 2000 ທີ່ ຮານໂນເວີ ປະເທດເຢຍຣະມັນ.
ໃນບັ້ນປາຍຂອງໂຄງການ PLMP ແມ່ນການຈັດຕັ້ງກອງປະຊຸມນາໆຊາດ ຊື່ວ່າ ມໍຣະດົກວັນນະຄະດີລາວ : ການປົກປັກຮັກສາ, ການເຜີຍແຜ່ ແລະ ທັດສະນະການຄົ້ນຄວ້າ ເຊິ່ງເປັນປາກົດການຄັ້ງທຳອິດໃນປະຫວັດສາດ. ກອງປະຊຸມໄດ້ຈັດຂຶ້ນ ຢູ່ນະຄອນຫລວງວຽງຈັນ ໃນເດືອນມັງກອນ ປີ 2004 ມີຜູ້ສົນໃຈເຂົ້າຮ່ວມ ແລະ ສັງເກດການເຖິງ 120 ທ່ານ ຮ່ວມມີນັກປາດອາຈານ, ພຣະສົງ, ນັກຄົ້ນຄວ້າ ແລະ ນັກວິໄຈຈາກລາວ ແລະ ປະເທດໃກ້ຄຽງ ນອກນັ້ນຍັງມີນັກວິຊາການຈາກປະເທດ ອົດສະຕາລີ, ຝຣັ່ງເສດ, ເຢຍຣະມັນ, ຍີ່ປຸ່ນ ແລະ ສະຫະຣັດອາເມລິກາ ເຂົ້າຮ່ວມນຳ. ບົດຄວາມຈາກກອງປະຊຸມມີການຈັດພິມເປັນເຫລັ້ມໃນເດືອນພະຈິກ ປີ 2005. ຄລິກບ່ອນນີ້ ເພື່ອເຂົ້າໄປເບິ່ງບົດຄວາມຈາກກອງປະຊຸມ ເປັນພາສາລາວ, ໄທ ແລະ ອັງກິດ.
ການປົກປັກຮັກສາໃບລານ ແລະ ການຄົ້ນຄວ້າຍັງສືບຕໍ່ດຳເນີນໄປ ໂດຍການສະໜັບສະໜູນຂອງລັດຖະບານ ສ.ປ.ປ.ລາວ ແລະ ອົງການອຸປະຖຳອື່ນໆ ໂດຍການຊີ້ນຳຂອງຫໍສະໝຸດແຫ່ງຊາດ ຢູ່ນະຄອນຫລວງວຽງຈັນ. ຫາກທ່ານມີໃຈສັດທາຕ້ອງການສະໜັບສະໜູນ ໂຄງການປົກປັກຮັກສາໜັງສືໃບລານລາວນີ້ ກະລຸນາຕິດຕໍ່ພວກເຮົາໄດ້.
ບັນນານຸກົມ
ສະຖາບັນຄົ້ນຄວ້າສີລະປະວັນນະຄະດີແຫ່ງຊາດ_1989
ສະຖາບັນຄົ້ນຄວ້າສີລະປະວັນນະຄະດີແຫ່ງຊາດ, ສຳມະນາໃບລານທົ່ວປະເທດ ຄັ້ງທີ່ໜຶ່ງ. ວຽງຈັນ : ສະຖາບັນຄົ້ນຄວ້າສີລະປະວັນນະຄະດີແຫ່ງຊາດ, 1989.
ສະຖາບັນຄົ້ນຄວ້າວິທະຍາສາດສັງຄົມ_1987
ສະຖາບັນຄົ້ນຄວ້າວິທະຍາສາດສັງຄົມ, ວັນນະຄະດີລາວ. ວຽງຈັນ : ສະຖາບັນຄົ້ນຄວ້າວິທະຍາສາດສັງຄົມ, 1987.
ດາຣາ ກັນລະຍາ_2005
ດາຣາ ກັນລະຍາ, ‘ການປົກປັກຮັກສາໜັງສືໃບລານຢູ່ ສ.ປ.ປ. ລາວ’ ໃນ ມໍລະດົກວັນນະຄະດີລາວ : ການປົກປັກຮັກສາ ການເຜີຍແຜ່ ແລະ ທັດສະນະການຄົ້ນຄວ້າ. ວຽງຈັນ : ຫໍສະໝຸດແຫ່ງຊາດລາວ, 2005.
ຄລິກບ່ອນນີ້ ເພື່ອເຂົ້າໄປເບິ່ງເອກະສານ PDF.
ຫໍສະໝຸດແຫ່ງຊາດລາວ_1992-2002
ຫໍສະໝຸດແຫ່ງຊາດລາວ, ‘ບັນຊີຫລວງ.’ ລາຍຊື່ພ້ອມຂໍ້ມູນພື້ນຖານຂອງເອກະສານທັງໝົດທີ່ຜ່ານການສຳຫລວດໃນໂຄງການປົກປັກຮັກສາໃບລານລາວ (ບໍ່ໄດ້ພິມຈຳໜ່າຍ), ຫໍສະໝຸດແຫ່ງຊາດລາວ, ວຽງຈັນ, 1992-2002.
ຫໍສະໝຸດແຫ່ງຊາດລາວ_1994
ຫໍສະໝຸດແຫ່ງຊາດລາວ, ‘ບັນຊີໜັງສືໃບລານທີ່ສຳຫລວດແລ້ວ ໃນສົກປີ 1989-94.’ ວຽງຈັນ : ກະຊວງຖະແຫລງຂ່າວ ແລະ ວັດທະນະທຳ, 1994.
ຫໍສະໝຸດແຫ່ງຊາດລາວ_2005
ຫໍສະໝຸດແຫ່ງຊາດລາວ, ມໍລະດົກວັນນະຄະດີລາວ : ການປົກປັກຮັກສາ ການເຜີຍແຜ່ ແລະ ທັດສະນະການຄົ້ນຄວ້າ. ວຽງຈັນ : ຫໍສະໝຸດແຫ່ງຊາດລາວ, 2005.
ຄລິກບ່ອນນີ້ ເພື່ອເຂົ້າໄປເບິ່ງເອກະສານ PDF.
ຮຸນດີອຸສ_2005
ຮະຣັນ ຮຸນດີອຸສ, ‘ໜັງສືໃບລານລາວ ແລະ ວັນນະຄະດີພື້ນເມືອງ : ການຕໍ່ສູ້ເພື່ອຄວາມຢູ່ລອດ’ ໃນ ມໍລະດົກວັນນະຄະດີລາວ : ການປົກປັກຮັກສາ ການເຜີຍແຜ່ ແລະ ທັດສະນະການຄົ້ນຄວ້າ. ວຽງຈັນ : ຫໍສະໝຸດແຫ່ງຊາດລາວ, 2005.
ຄລິກບ່ອນນີ້ ເພື່ອເຂົ້າໄປເບິ່ງເອກະສານ PDF.
อุดม รุ่งเรืองศรี_2547
อุดม รุ่งเรืองศรี, วรรณกรรมล้านนา (พิมพ์ครั้งที่สอง). กรุงเทพฯ : จุฬาลงกรณ์มหาวิทยาลัย, 2547.
Cœdès_1966
Cœdès, Georges, Catalogue des manuscrits en pali, laotien et siamois provenant de la Thaïlande. Copenhagen: The Royal Library, 1966.
de Berval_1959
de Berval, René (ed.), Kingdom of Laos: The Land of the Million Elephants and of the White Parasol. Saigon: France-Asie, 1959.
Finot_1917
Finot, Louis, ‘Recherches sur la littérature laotienne’ in Bulletin de l’École française d’Extrême-Orient (BEFEO 17.5, 1917): 1-128.
Click here to see a PDF version of this paper.
Hartmann_1986a
Hartmann, John F., ‘The Spread of South Indic Scripts in Southeast Asia’ in Crossroads. 3.1 (1986): 6-20.
v. Hinüber_1996
von Hinüber, Oskar. A Handbook of Pali Literature. Berlin: Walter de Gruyter, 1996.
Hundius_2008
Hundius, Harald, ‘The Preservation of Lao Manuscripts’ in M. Lorrillard and Y. Goudineau (eds.), Recherches récentes sur le Laos. EFEO: Collection Etudes Thématiques, 2008.
Kato_2001
Kato, Kumiko (ed.), A Study of Lue Manuscripts in China, Laos and Thailand. Nagoya: The Graduate School, Faculty of Arts, University of Nagoya, 2001 (in Japanese, with the lists of titles given in Thai).
Lafont_1965
Lafont, Pierre-Bernard, ‘Inventaire des manuscrits des pagodes du Laos’ in Bulletin de l’École française d’Extrême Orient (BEFEO 52.2, 1965): 429-545.
Click here to see a PDF version of this paper.
Lafont_1994
Lafont, Pierre-Bernard (ed.), Les recherches en sciences humaines sur le Laos. Paris: Centre d’Histoire et Civilisations de la Péninsule Indochinoise, 1994.
Saddhatissa_2004
Saddhatissa, Hammalawa, Pāli Literature of South-East Asia. Dehiwala: Buddhist Cultural Centre, 2004.
Veidlinger_2006
Veidlinger, Daniel M., Spreading the Dhamma – Writing, Orality, and Textual Transmission in Buddhist Northern Thailand. Honolulu: University of Hawaii Press, 2006.