ອະທິບາຍຄຳສັບ ໃນຫໍສະໝຸດດິຈິຕອລ
ຄຳອະທິບາຍລຸມ່ນີ້ ແມ່ນການກຳນົດຄວາມໝາຍຂອງຄຳສັບຕ່າງໆ ທີ່ໃຊ້ຢູ່ໃນຖານຂໍ້ມູນ ແລະ ເວັບໄຊຂອງພວກເຮົາເທົ່ານັ້ນ ບໍ່ແມ່ນການນິຍາມສັບແບບວັດຈະນານຸກົມ.
ຄຳສັບ | ຄຳອະທິບາຍ |
---|---|
ຄຳບັນທຶກຂອງຜູ້ລິດຈະນາ | ເປັນບົດບັນທຶກຂອງຜູ້ລິດຈະນາ ເຊິ່ງສ່ວນຫລາຍມັກຈະປາກົດຢູ່ໃນໜ້າສຸດທ້າຍຂອງຕົ້ນສະບັບໃບລານ. ເປັນຂໍ້ຄວາມບອກຊື່ຂອງຜູ້ຈານ, ຊື່ຜູ້ອຸປະຖຳການຈານໃບລານ, ວັນເດືອນປີ ແລະ ສະຖານທີ່ຂອງການກ່າຍຂອງບົດເລື່ອງ, ຄຳບັນທຶກ ຫລື ຄຳປາຖະໜາຂອງຜູ້ຈານ ແລະ ອື່ນໆ. ຄຳບັນທຶກດັ່ງກ່າວອາດປາກົດຢູ່ທ້າຍຜູກໃບລານພາຍໃນມັດ ຫລື ເທິງໜ້າປົກຂອງພັບສາກໍ່ໄດ້. |
ເຈັ້ຍຂ່ອຍ | ເຈັ້ຍທີ່ເຮັດມາຈາກຕົ້ນຂ່ອຍ, ສະໝຸດຂ່ອຍ ເຊິ່ງສ່ວນໃຫຍ່ໃຊ້ຢູ່ໃນປະເທດສະຫຍາມ ແມ່ນມີລັກສະນະດຽວກັນກັບພັບສາ. |
ເຈັ້ຍສາ | ເຈັ້ຍທີ່ເຮັດມາຈາກເປືອກຕົ້ນສາ. ປື້ມເຈັ້ຍມອນ ຫລື ເຈັ້ຍສາ ທີ່ເຮັດຢູ່ລາວມີລັກສະນະມັດດ້ວຍເຊືອກຢູ່ຫົວ ຫລື ເຮັດຄືພັບກໍ່ໄດ້ ສ່ວນຫລາຍມັກນຳໃຊ້ໂດຍ ໄທລື້ ແລະ ໄທເໜືອ. |
ຈຸນລະສັກກະຣາດ | ໜຶ່ງໃນລະບົບການນັບປີລິດຈະນາທີ່ປາກົດຢູ່ໃນເອກະສານບູຮານຂອງລາວ. ເລີ່ມນັບແຕ່ປີ 638 ຄຼິດຕະສັກກະຣາດ. |
ສະຫຼອງ | ເບິ່ງຄຳວ່າ ອານິສົງ ຂ້າງລຸ່ມ. |
ສູຕ | ເປັນເລື່ອງເລົ່າເຖິງຄະຕິຄຳສອນທາງພຸດທະສາສະໜາ ໃນຫໍສະໝຸດດິຈິຕອລ ມີບົດເລື່ອງຈຳນວນໜຶ່ງ ເຊິ່ງປາກົດຄຳວ່າ ‘ສູຕ’ ເປັນສ່ວນໜຶ່ງຂອງຊື່ ແມ່ນເປັນເລື່ອງສອງພາສາ, ບາງເລື່ອງແປພາສາປາລີມາເປັນພາສາລາວແບບຂະຫຍາຍຄວາມ ເຊິ່ງໄດ້ໃຫ້ຄວາມແຈ່ມແຈ້ງຕໍ່ການເຂົ້າໃຈ ແລະ ການຕີຄວາມເນື້ອຫາອັນເປັນພາສາປາລີ ຂອງນັກປາດຊາວລາວ. ນອກຈາກນັ້ນມີ ‘ສູຕ’ ຕ່າງໆ ທີ່ບໍ່ປາກົດຢູ່ໃນພຼະໄຕຼປີດົກ ແລະ ບໍ່ມີຄວາມກ່ຽວຂ້ອງກັບ ‘ສູຕ’ ທີ່ມີຊື່ດຽວກັນໃນພຼະໄຕຼປີດົກ. ປະເພດ ‘ສູຕ’ ໃນຖານຂໍ້ມູນຂອງຫໍສະໝຸດດິຈິຕອລ ໄດ້ຮວມເອົາບົດເລື່ອງຕ່າງໆໄວ້ ບໍ່ວ່າຈະມີຢູ່ໃນພຼະໄຕຼປີດົກ ຫລື ບໍ່ຢູ່ກໍ່ຕາມ. |
ຊາດົກ | ໝາຍເຖິງນິທານເລົ່າເລື່ອງຈາກຊາດກ່ອນຂອງສຳມາສຳພຸດທະເຈົ້າ ໃນພຼະໄຕຼປີດົກພາສາປາລີມີຊາດົກ 547 ເລື່ອງ ແຕ່ໃນພູມີພາກອາຊີອາຄະເນ ປາກົດວ່າມີນິທານຊາດົກເພີ່ມຕື່ມເປັນຈຳນວນຫລວງຫລາຍ. ໃນຫໍສະໝຸດດິຈິຕອລ ມີປັນຍາຊະຊາດົກ ຫລື ຫ້າສິບຊາດ ເປັນສອງພາສາ (ປາລີ-ລາວ) ຄົບຊຸດຢູ່ດ້ວຍ, ນອກນັ້ນຍັງມີ ‘ຫ້າສິບຊາດ’ ປະມານຊາວກວ່າມັດຈາກຊຸດຕ່າງໆ ທີ່ບໍ່ຄົບ. ເລື່ອງປັນຍາຊະຊາດົກເປັນທີ່ນິຍົມຊົມຊອບໃນທົ່ວອາຊີອາຄະເນ ແລະ ສັນນິຖານວ່າບັນດາ ນິທານ ‘ຫ້າສິບຊາດ’ ນີ້ມີການປະດິດຂຶ້ນຢູ່ພູມີພາກນີ້ ແລະ ອາດແມ່ນຜົນງານຂອງນັກປາດຊາວລ້ານນາກໍ່ໄດ້. |
ຊື່ເລື່ອງສຳຮອງ | ໃນວັນນະຄະດີລາວບູຮານປາກົດວ່າມີບົດເລື່ອງຕ່າງໆ ທີ່ມີຊື່ຢູ່ຫລາຍກວ່າໜຶ່ງຊື່ ເຊິ່ງຫໍສະໝຸດດິຈິຕອລເອີ້ນວ່າ ‘ຊື່ສຳຮອງ’ ຊື່ເລື່ອງສຳຮອງນີ້ມີສອງຢ່າງຄື : (1) ຊື່ທີ່ແຕກຕ່າງກັນສະເພາະໃນແງ່ອັກຂະຣະວິທີເທົ່ານັ້ນ ແລະ (2) ຊື່ທີ່ແຕກຕ່າງກັນໂດຍສິ້ນເຊິງ. ສຳລັບຊື່ເລື່ອງສຳຮອງແບບ (1) ມີການຮັກສາອັກຂະຣະວິທີເດີມໄວ້ໃນຖານຂໍ້ມູນ ແຕ່ໄດ້ດັດແກ້ໃຫ້ງ່າຍຂຶ້ນໃນບັນຊີຄົ້ນຫາຊື່ເລື່ອງ, ສ່ວນແບບ (2) ໝາຍເຖິງຊື່ສຳຮອງຂອງບົດເລື່ອງດຽວກັນທີ່ບໍ່ຄືກັນເລີຍ ເຊັ່ນ ‘ສຸພົມມະໂມກຄະ’ ແລະ ‘ໝາເກົ້າຫາງ’ ເປັນຕົ້ນ. ໃນກໍລະນີແບບນີ້ ຖ້າທ່ານຄົ້ນຫາຊື່ເລື່ອງສຳຮອງອັນໃດອັນໜຶ່ງ ຜົນຮັບຈະປາກົດບົດເລື່ອງທີ່ກ່ຽວຂ້ອງທຸກເລື່ອງ. |
ນອກນິບາດ | ໝາຍເຖິງເລື່ອງຕ່າງໆທີ່ບໍ່ນອນຢູ່ໃນພຼະໄຕຼປີດົກຂອງນິກາຍເຖຣະວາດ, ແຕ່ໄດ້ຮັບການນັບຖືທຽບເທົ່າກັນໃນວັດທະນະທຳພຸດທະສາສະໜາຢູ່ອາຊີອາຄະເນ.
ຄັງຂໍ້ມູນຂອງຫໍສະໝຸດດິຈິຕອລ ບັນຈຸເລື່ອງນອກນິບາດຢູ່ຈຳນວນຫລາຍ, ສ່ວນຫລາຍແມ່ນວັນນະຄະດີປະເພດເລົ່າເລື່ອງ ໂດຍສະເພາະຢ່າງຍິ່ງແມ່ນເລື່ອງຊາດົກ ເຊິ່ງເຊື່ອກັນວ່ານັກປາດອາຈານ ໃນພູມິພາກນີ້ເປັນຜູ້ປະດິດຄິດຂຶ້ນຢູ່ສ່ວນໜຶ່ງ. ເບິ່ງຄຳວ່າ ຊາດົກ. |
ໃບ | ໂດຍປົກກະຕິແລ້ວໜັງສືໃບລານລາວແຕ່ລະໃບ ຈານອັກສອນໃສ່ 4-5 ແຖວ ທັງສອງໜ້າໂດຍເນື້ອຫາຕໍ່ເນື່ອງກັນ. ແຕ່ລະຮູບດິຈິຕອລບັນທຶກໜ້າລານໄວ້ປະມານ 6-7 ໜ້າລານ ຮູບໜຶ່ງບັນທຶກໜ້າລານອັນມີເລກຄີກ 1, 3, 5, 7, 9, 11, 13 ແລະ ຮູບຕໍ່ໄປບັນທຶກໜ້າລານອັນມີເລກຄູ່ 2, 4, 6, 8, 10, 12, 14. ທັງນີ້ເພື່ອບໍ່ໃຫ້ເປືອງເນື້ອທີ່ ຜູ້ໃຊ້ອ່ານຂໍ້ມູນ ຮູບດິຈິຕອລຈຶ່ງຕ້ອງອ່ານຈາກໜ້າລານເລກຄີກມາຕໍ່ໜ້າລານເລກຄູ່ເລື້ອຍໆ ສຳລັບການນັບລຳດັບໃບລານນັ້ນ ກໍໄດ້ໃຊ້ວິທີການແຕກຕ່າງກັນຫລາຍແບບ ຕາມແບບດັ້ງເດີມແລ້ວແມ່ນໃຊ້ຕົວອັກສອນປະສົມກັບສະຫລະສຽງສັ້ນ ແລະ ສຽງຍາວແທນຕົວເລກ ປົກກະຕິແລ້ວເພິ່ນມັກຂຽນໃສ່ໝາຍລຳດັບດ້ານຫລັງໃບລານ. ສຳລັບໜັງສືໃບລານການນັບລຳດັບກໍ່ນັບເປັນໃບແຕ່ວ່າສຳລັບພັບສານັບລຳດັບເປັນໜ້າ. |
ບົດເລື່ອງ | ຄຳສັບນີ້ ໝາຍເຖິງເອກະສານສະເພາະເລື່ອງໃດເລື່ອງໜຶ່ງ ທີ່ໄດ້ນຳເຂົ້າສູ່ຄັງຂໍ້ມູນຂອງຫໍສະໝຸດດິຈິຕອລ. ແຕ່ລະບົດເລື່ອງມີລະຫັດເລກ 13 ໂຕ ເຊິ່ງໄດ້ກຳນົດໄວ້ພາຍໃຕ້ໂຄງການປົກປັກຮັກສາໜັງສືໃບລານລາວ. |
ຜູກ | ໂດຍທົ່ວໄປແລ້ວໜັງສືໃບລານທີ່ເປັນເລື່ອງກ່ຽວກັບພຸດທະສາສະໜາໂດຍກົງຜູກໜຶ່ງມີ 6-12 ໃບ, ທຳມະດາແລ້ວໃນມັດໜຶ່ງໆມີບໍ່ເກີນ 12 ຜູກ. ສ່ວນເລື່ອງທາງໂລກ ເລື່ອງໜຶ່ງໆ ອາດມີຫລາຍຮ້ອຍໃບ ຕາມປົກກະຕິຜູກໃບລານແຕ່ລະຜູກມີໄມ້ປະກັບໜີບໄວ້ ເພື່ອປ້ອງກັບບໍ່ໃຫ້ໃບລານງໍ. |
ພຸດທະສັກກະຣາດ | ໜຶ່ງໃນລະບົບການນັບປີລິດຈະນາທີ່ປາກົດຢູ່ໃນເອກະສານບູຮານຂອງລາວ. ເລີ່ມນັບແຕ່ 543 ປີ ກ່ອນຄຼິດຕະສັກກະຣາດ. |
ມັດ | ໜັງສືໃບລານຈຳນວນໜຶ່ງທີ່ຮວມໄວ້ເປັນມັດໜຶ່ງ ຕາມປົກກະຕິແຕ່ລະມັດຈະມີໄມ້ປະກັບ ແລະ ຫໍ່ດ້ວຍຜ້າ. ໃນມັດໜຶ່ງໆອາດເປັນບົດເລື່ອງດຽວກັນກໍ່ໄດ້ ຫລື ມີເລື່ອງອື່ນຮວມຢູ່ນຳກໍ່ໄດ້.
ຫາກຄຳວ່າມັດປາກົດຢູ່ເປັນຊື່ເລື່ອງບົດໃດບົດໜຶ່ງ ເຊັ່ນ ມັດຕົ້ນ, ມັດສອງ, ມັດກາງ ແລະ ອື່ນໆ ເປັນຕົ້ນ ກໍ່ໝາຍເຖິງວ່າມັດດັ່ງກ່າວແມ່ນສ່ວນໜຶ່ງຂອງບົດເລື່ອງຍາວໆທີ່ມີຊື່ດຽວກັນ. ສ່ວນເລກລະຫັດ ຂອງໂຄງການປົກປັກຮັກສາໜັງສືໃບລານລາວນັ້ນ 11 ໂຕທຳອິດ ກຳນົດມັດໃບລານ ແລະ ສາມາດໃຊ້ຄົ້ນຫາໄດ້ຢູ່ໜ້າທຳອິດຂອງເວັບໄຊ, ທ່ານກໍ່ສາມາດໃຊ້ຄຳສັ່ງໃຫ້ ‘ສະແດງບົດເລື່ອງອື່ນຈາກມັດດຽວກັນ’ ຂະນະທ່ານເບິ່ງຮູບໜັງສືໃບລານເລື່ອງໃດເລື່ອງໜຶ່ງ. |
ລາວບູຮານ | ຕົວອັກສອນບູຮານຂອງລາວ ທີ່ໃຊ້ບັນທຶກເລື່ອງທາງໂລກຕ່າງໆ. |
ວິໄນ | ບົດເລື່ອງທີ່ກ່ຽວຂ້ອງກັບລະບຽບວິໄນຂອງພະສົງສຳມະເນນ ໃນຄັງຂໍ້ມູນຂອງຫໍສະໝຸດດິຈິຕອລນີ້ ຈະພົບໜັງສືໃບລານເປັນສອງພາສາ ຫລາຍເລື່ອງທີ່ມີຊື່ດຽວກັນກັບພະຄຳພີອັນປາກົດຢູ່ໃນພຼະໄຕຼປີດົກ ເປັນເລື່ອງທີ່ແປພາສາປາລີມາເປັນພາສາລາວແບບຂະຫຍາຍຄວາມ ເຊິ່ງໄດ້ໃຫ້ຄວາມແຈ່ມແຈ້ງຕໍ່ການເຂົ້າໃຈ ແລະ ການຕີຄວາມເນື້ອຫາອັນເປັນພາສາປາລີ ຂອງນັກປາດຊາວລາວ. ໜັງສືໃບລານປະເພດ ‘ວິໄນ’ ໃນຖານຂໍ້ມູນຂອງຫໍສະໝຸດດິຈິຕອລ ໄດ້ຮວມເອົາບົດເລື່ອງຕ່າງໆທີ່ກ່ຽວຂ້ອງກັບລະບຽບວິໄນໄວ້ ບໍ່ວ່າຈະມີຢູ່ໃນພຼະໄຕຼປີດົກ ຫລື ບໍ່ຢູ່ກໍ່ຕາມ. |
ອະພິທັມ | ພຼະຄຳພີໃນອະພິທັມມະປິດົກ ແມ່ນໃຫ້ການວິເຄາະຂະບວນການທາງຈິດໃຈ ແລະ ທາງຮ່າງກາຍ ພ້ອມທັງປາກົດການທຳມະຊາດຕ່າງໆ. ໃນຄັງຂໍ້ມູນຂອງຫໍສະໝຸດດິຈິຕອລນີ້ ມີເອກະສານຈຳນວນໜຶ່ງ ທີ່ມີຊື່ອ້າງອີງເຖິງອະພິທັມ ແຕ່ແມ່ນມີເນື້ອຫາສ່ວນໃຫຍ່ເປັນແບບພັນລະນາ ແລະ ເບິ່ງຄືວ່າບໍ່ມີຄວາມກ່ຽວຂ້ອງກັບພຼະອະພິທັມມະປິດົກ. ປະເພດເນື້ອຫາ ‘ອະພິທັມ’ ໃນຫໍສະໝຸດດິຈິຕອລນີ້ ຮວມເຖິງບົດເລື່ອງທີ່ອ້າງອີງວ່າ ແມ່ນເລື່ອງອະພິທັມ ທັງນັ້ນ ຈະຮວມຢູ່ໃນອະພິທັມມະປິດົກ ຫລື ບໍ່ຮວມກໍ່ຕາມ. |
ອານິສົງ | ເປັນຄຳຢືມຈາກພາສາປາລີ ໃຊ້ເອີ້ນປະເພດວັນນະຄະດີ ທີ່ພາສາລາວມັກເອີ້ນວ່າ ສະຫຼອງ ຫລື ສອງ ເຊິ່ງອະທິບາຍຜົນທີ່ໄດ້ຮັບຈາກການເຮັດກຸສົນລະກັມ. ຄຳສັບດັ່ງກ່າວນີ້ ໃນຖານຂໍ້ມູນຫໍສະໝຸດດິຈິຕອລ ໃຊ້ເປັນທັງປະເພດເນື້ອຫາ (ອານິສົງ/ສະຫຼອງ/ສອງ) ແລະ ຄຳສັບປະກອບຊື່ເລື່ອງ (ອານິສົງ). |
ອັກສອນທັມ | ລະບົບຕົວອັກສອນ ເຊິ່ງມັກຈະໃຊ້ໃນການຂຽນບົດເລື່ອງກ່ຽວກັບພຸດທະສາສະໜາໂດຍກົງ, ວິວັດທະນາມາຈາກອັກສອນມອນບູຮານ ເຊິ່ງມີຮາກເຫງົ້າຕົ້ນກຳເນີດມາຈາກພາກໃຕ້ຂອງປະເທດອິນເດຍ. ອັກສອນທັມນີ້ ໃຊ້ຂຽນຢູ່ຕາມວັດວາອາຮາມຂອງຊາວພຸດ ໃນທົ່ວຂົງເຂດອັນກວ້າງຂວາງຄື : ພາກເໜືອຕອນບົນ ແລະ ພາກຕາເວັນອອກສຽງເໜືອຂອງປະເທດໄທ, ພາກຕາເວັນອອກສຽງເໜືອຂອງປະເທດພະມ້າ, ພາກຕາເວັນຕົກສຽງໃຕ້ຂອງແຂວງຢູນນານ ຮວມທັງປະເທດລາວ. ສ່ວນວັດໃນປະເທດສະຫຍາມນັ້ນ ໄດ້ໃຊ້ອັກສອນຂອມໃນການຂຽນເລື່ອງທາງສາສະໜາ ເຊິ່ງອັກສອນຂອມນີ້ ໄດ້ວິວັດທະນາມາຈາກ ອັກສອນຂະແມບູຮານແບບໜຶ່ງ. ດັ່ງນັ້ນ ຂົງເຂດວັດທະນະທຳອັນກວ້າງໃຫຍ່ໄພສານທີ່ກ່າວມານີ້ ອາດເອີ້ນໄດ້ວ່າ ‘ຂົງເຂດອັກສອນທັມ’ ກໍ່ໄດ້. ຕົວອັກສອນທັມລາວ, ທັມລ້ານນາ, ແລະ ທັມລື້ ມີຄວາມຄ້າຍຄືກັນຫລາຍ. |