ພາສາພື້ນເມືອງ
ເອກະສານສ່ວນໃຫຍ່ໃນຫໍສະໝຸດດິຈິຕອລນີ້ຂຽນເປັນພາສາລາວ, ພາສາລ້ານນາ (ໄທຍວນ), ໄທລື້ ແລະ ໄທເໜືອ ເຊິ່ງນັບຢູ່ໃນກຸ່ມຕາເວັນຕົກສຽງໃຕ້ ຂອງຕະກູນພາສາໄຕ-ກະໄທ ຫລື ຂຽນເປັນສອງພາສາຄື : ພາສາປາລີພ້ອມພາສາພື້ນເມືອງ. ມີເອກະສານຈຳນວນບໍ່ໜ້ອຍທີ່ເປັນພາສາປາລີລ້ວນ ແລະ ມີຈຳນວນໜ້ອຍໜຶ່ງເປັນພາສາໄທ (ສະຫຍາມ), ແລະ ມີເອກະສານໜຶ່ງເລື່ອງຂຽນເປັນພາສາໄທດຳ.
ຕາມປົກກະຕິພາສາພື້ນເມືອງທີ່ປາກົດຢູ່ໃນເອກະສານຕ່າງໆ ເຖິງແມ່ນວ່າຕົ້ນສະບັບເກົ່າແກ່ກໍ່ຕາມ ເຈົ້າຂອງພາສາໃນສະໄໝປັດຈຸບັນ ຖ້າຫາກມີຄວາມລຶ້ງເຄີຍກັບຄຳສັບ ແລະ ສຳນວນໃນວັນນະຄະດີເດີມ ກໍ່ຈະເຂົ້າໃຈເນື້ອຫາໄດ້ເປັນຢ່າງດີ. ພາສາຂຽນຂອງລາວ, ລ້ານນາ ແລະ ໄທລື້ ມັກອ່ານເຂົ້າໃຈໄດ້ເຊິ່ງກັນ ແລະ ກັນ ຍ້ອນໃຊ້ວັດຈະນານຸກົມ ແລະ ວາກະຍະສຳພັນລວມກັນເປັນສ່ວນໃຫຍ່ ຫາກແຕ່ວ່າການອອກສຽງຈະແຕກຕ່າງກັນພໍສົມຄວນ.
ເບິ່ງບັນນານຸກົມຂ້າງລຸ່ມ ເພື່ອເຫັນຂໍ້ມູນກ່ຽວຂ້ອງ.
SEAsite ຂອງສູນອາຊີອາຄະເນສຶກສາ ຂອງມະຫາວິທະຍາໄລ ນໍຣເທິນ ອີລີນອຍ Northern Illinois (ສະຫະລັດອາເມລິກາ) ສະເໜີຂໍ້ມູນ ແລະ ລິງຄ໌ທີ່ກ່ຽວຂ້ອງກັບພາສາພຶ້ນເມືອງຕ່າງໆໃນຫໍສະໝຸດດິຈິຕອລນີ້. ສຳລັບພາສາລ້ານນາ (ໄທຍວນ) ກະລຸນາເບິ່ງພະແນກໄທລ້ານນາ ໃນເວັບໄຊດັ່ງກ່າວ. ໃນພະແນກ ໄທໃຕ້ຄົງ ມີການສະເໜີຂໍ້ມູນພຶ້ນຖານນຳເຂົ້າສູ່ພາສາໄທເໜືອ ຕາມທີ່ຍັງຊົມໃຊ້ກັນຢູ່ໃນເຂດປົກຄອງຕົນເອງ ໃຕ້ຄົງໄທ ແລະ ຈິງໂປ ໃນແຂວງຢູນນານ ປະເທດຈີນ, ນອກຈາກນັ້ນຍັງສະເໜີຂໍ້ມູນພຶ້ນຖານກ່ຽວກັບ ‘ວັດຈະນານຸກົມ ໃຕ້ຄົງ, ຈີນຕາເວັນຕົກສຽງໃຕ້’ ຂອງ ລົວ ຢົງຊຽນ. ແຕ່ຄວນສັງເກດວ່າ ພາສາໄທໃຕ້ຄົງ ມີຄວາມແຕກຕ່າງຈາກພາສາຂອງຊາວໄທເໜືອ ທີ່ອາໃສຢູ່ໃນພາກເໜືອຂອງປະເທດລາວ.
ຈົດໝາຍເຫດພາສາສາດອາຊີອາຄະເນ ສະເໜີບົດຄວາມວິຊາການກ່ຽວກັບ ພາສາ ແລະ ພາສາສາດ ອາຊີອາຄະເນ ເຊິ່ງສາມາດຄົ້ນຫາໄດ້ຜ່ານອິນເຕີເນັດ.
ພາສາປາລີ
ໜັງສືໃບລານເກົ່າແກ່ທີ່ສຸດເຊິ່ງພົບໃນ ສ.ປ.ປ.ລາວ ແລະ ພາກເໜືອຕອນບົນ ຂອງປະເທດໄທ ແມ່ນຈານໃນທ້າຍສະຕະວັດທີ 15 (ຄຼິດຕະສັກກະຣາດ) ທຸກສະບັບຂຽນເປັນພາສາປາລີລ້ວນ. ນອກຈາກນັ້ນໜັງສືໃບລານຈຳນວນຫລວງຫລາຍຂຽນເປັນພາສາປາລີພ້ອມຄຳແປເປັນພາສາພຶ້ນເມືອງ ແລະ ອາດມີຄຳແປຍົກສັບ, ຄຳອະທິບາຍເພີ່ມຕື່ມ ຫລື ຄຳຂະຫຍາຍຄວາມອື່ນໆ.
ພາສາປາລີທີ່ໃຊ້ໃນເອກະສານ ຢູ່ພາກພື້ນອາຊີອາຄະເນ ໂດຍສະເພາະປະເທດໄທ, ລາວແລະ ກຳປູເຈຍ ສ່ວນຫລາຍແລ້ວ ແຕກຕ່າງຈາກມາດຕະຖານຕາມທີ່ປາກົດຢູ່ໃນໄວຍາກອນຂອງພະກັຈຈາຍະນະ. ໃນເອກະສານທີ່ຂຽນເປັນສອງພາສານັ້ນ ພາສາພື້ນເມືອງມີຄວາມສຳຄັນຫລາຍ ຍ້ອນອາດຈະບົ່ງບອກເຖິງຄວາມເຂົ້າໃຈ ຫລື ການຕີຄວາມພາສາປາລີໃນພູມມີພາກອາຊີອາຄະເນ.
ເບິ່ງບັນນານຸກົມຂ້າງລຸ່ມ ສຳລັບແຫລ່ງລວມຂໍ້ມູນທີ່ກ່ຽວຂ້ອງ.
ຂໍ້ມູນເວັບສຳລັບຜູ້ສຶກສາພາສາປາລີ ແລະ ໜ້າເວັບທີ່ສະເໜີ ຂໍ້ມູນເວັບສຳລັບຜູ້ສຶກສາພາສາປາລີ ຂອງເວັບໄຊ Access to Insight ບອກຂໍ້ມູນໃນອິນເຕີເນັດ ແລະ ລິງຄ໌ສຳລັບສຶກສາພາສາປາລີ.
The ວັດຈະນານຸກົມ ພາສາປາລີ-ອັງກິດ ຂອງ Pali Text Society ມີໃຫ້ໃຊ້ທາງອິນເຕີເນັດ ເຊິ່ງເປັນສ່ວນໜຶ່ງຂອງ ຫໍສະໝຸດດິຈິຕອລ ແຫ່ງອາຊີໃຕ້ ອັນເປັນໂຄງການຂອງສູນຫໍສະໝຸດເພື່ອການຄົ້ນຄວ້າ ຮ່ວມກັບມະຫາວິທະຍາໄລຊິຄາໂກ.
ຕົວອັກສອນ
ເອກະສານໃນຫໍສະໝຸດດິຈິຕອລ ສ່ວນໃຫຍ່ຂຽນດ້ວຍອັກສອນທັມແບບຕ່າງໆ ນອກຈາກນັ້ນ ກໍ່ຂຽນດ້ວຍອັກສອນລາວບູຮານ, ລີກໄຕເໜືອ ແລະ ອັກສອນຂອມ, ມີຈຳນວນໜ້ອຍໜຶ່ງທີ່ຂຽນເປັນອັກສອນໄທ (ສະຫຍາມ) ກັບອັກສອນໄທດຳ. ລະບົບຕົວອັກສອນຕ່າງໆເຫລົ່ານີ້ ລ້ວນແຕ່ສືບທອດມາຈາກລະບົບອັກສອນບູຮານ ແຫ່ງພາກໃຕ້ຂອງປະເທດອິນເດຍ ເຊິ່ງໄດ້ມີການດັດແປງເພື່ອຂຽນພາສາປາລີ ແລະ ພາສາພື້ນເມືອງຕ່າງໆໃນອາຊີອາຄະເນ.
ອັກສອນທັມມີຄວາມຄ້າຍຄືກັນຫລາຍກັບຕົວອັກສອນມອນ ທີ່ປາກົດຢູ່ໃນສິລາຈາລຶກ ສະໄໝ ອານາຈັກຫະຣິພູນໄຊຂອງຊາວມອນ (ປັດຈຸບັນແມ່ນຈັງຫວັດລຳພູນ ທາງພາກເໜືອຕອນບົນຂອງປະເທດໄທ) ຄື : ສິລາຈາລຶກທີ່ຈານເມື່ອ ສະຕະວັດທີ 13 (ຄຼິດຕະສັກກະຣາດ). ເອກະສານເກົ່າແກ່ທີ່ສຸດ ທີ່ຂຽນດ້ວຍອັກສອນທັມ ເຊິ່ງລິດຈະນາໃນປີ ຄຼິດຕະສັກກະຣາດ 1376 ນັ້ນ ແມ່ນຈາລຶກໃສ່ລານຄຳເປັນສອງພາສາ ທີ່ຄົ້ນພົບຢູ່ສຸໂຂໄທ. ແຖວໜຶ່ງຂອງລານຄຳນີ້ຂຽນເປັນພາສາປາລີ ສ່ວນພາສາພື້ນເມືອງ ແລະ ຕົວອັກສອນແມ່ນແບບສະຫຍາມສຸໂຂໄທ. ສຳລັບອັກສອນທັມນັ້ນໄດ້ມີການດັດແປງມາ ເພື່ອລິດຈະນາພາສາພື້ນເມືອງ ຢ່າງຊ້າກ່ອນຄຼິດຕະສັກກະຣາດທີ 15, ຄາດວ່າຕົວອັກສອນທັມໄດ້ຮັບການດັດແກ້ດັ່ງກ່າວ ຢູ່ ນະຄອນຫລວງ ແຫ່ງຣາຊະອານາຈັກລ້ານນາຄື ຊຽງໃໝ່ ແລ້ວມີການນຳໄປໃຊ້ໃນອານາຈັກໄທ-ລາວ ທີ່ຢູ່ອ້ອມຂ້າງ. ຄຳພີໃບລານຂຽນດ້ວຍອັກສອນທັມທີ່ເກົ່າແກ່ທີ່ສຸດເທົ່າທີ່ພົບໄດ້ໃນປັດຈຸບັນ (ບໍ່ມີໃນຫໍສະໝຸດດິຈິຕອລນີ້) ແມ່ນລິດຈະນາເປັນພາສາປາລີລ້ວນ ຊຶ່ງເປັນສ່ວນໜຶ່ງຂອງ ຊາຕະກະອັດຖະກະຖາວັນນະນາ ທີ່ລິດຈະນາໃນປີຈຸນລະສັກກະຣາດ 833 (ຄຼິດຕະສັກກະຣາດ 1471), ໜັງສືໃບລານນີ້ພົບ ແລະ ເກັບມ້ຽນໄວ້ຢູ່ທີ່ວັດໄຫ່ຼຫິນ, ອຳເພີກໍຄາ ຈັງຫວັດລຳປາງ ພາກເໜືອຂອງປະເທດໄທ. ເອກະສານໜັງສືໃບລານເກົ່າແກ່ທີ່ສຸດໃນຫໍສະໝຸດດິຈິຕອລນີ້ (ຂຽນດ້ວຍຕົວອັກສອນທັມລາວ) ເປັນພາສາປາລີລ້ວນຄືກັນ ແມ່ນໄດ້ກ່າຍສ່ວນໜຶ່ງຂອງ ປະຣິວາຣະ (ເລກລະຫັດຂອງໂຄງການປົກປັກຮັກສາໜັງສືໃບລານ 06018504078-00) ໃນປີຈຸນລະສັກກະຣາດ 882 (ຄຼິດຕະສັກກະຣາດ 1520) ແລະ ຮັກສາໄວ້ ຢູ່ພິພິທະພັນ ແຂວງຫລວງພະບາງ (ພຣະຣາຊະວັງເກົ່າ). ອັກສອນທັມແບບຕ່າງໆເຫລົ່ານີ້ ຊາວລາວ, ຊາວລ້ານນາ, ຊາວໄທລື້ ແລະ ຊາວໄທຂືນ ຍັງຊົມໃຊ້ກັນຢູ່ມາຮອດປັດຈຸບັນ. ສະນັ້ນເຮົາຈຶ່ງອາດເອີ້ນພູມິພາກນີ້ວ່າ “ຂົງເຂດອັກສອນທັມ” ເຊິ່ງຮວມມີ ສ.ປ.ປ.ລາວ, ພາກເໜືອຕອນບົນ ແລະ ພາກຕາເວັນອອກສຽງເໜືອຂອງປະເທດໄທ, ພາກຕາເວັນອອກສຽງເໜືອຂອງປະເທດມ້ຽນມາ ລວມທັງພາກຕາເວັນຕົກສຽງໃຕ້ຂອງ ແຂວງຢູນນານ ປະເທດຈີນ.
ຕົວອັກສອນທັມລາວ, ທັມລ້ານນາ ແລະ ທັມລື້ ມີສ່ວນຄ້າຍຄືກັນຫລາຍ ດັ່ງນັ້ນ ຜູ້ທີ່ມີຄວາມຮູ້ກ່ຽວກັບພາສາໃດພາສານຶ່ງໃນສາມນັ້ນ ກໍສາມາດອ່ານເຂົ້າໃຈເອກະສານທີ່ລິດຈະນາດ້ວຍຕົວອັກສອນທັມສາມແບບນັ້ນໄດ້. ລັກສະນະພິເສດຂອງລະບົບອັກສອນທັມເຫລົ່ານີ້ ແມ່ນມີພະຍັນຊະນະ 33 ຕົວ ເຊິ່ງສອດຄ່ອງກັບການບັນທຶກພາສາປາລີ. ອີກປະການໜຶ່ງພະຍັນຊະນະສ່ວນຫລາຍຂຽນຢູ່ເປັນສອງຮູບແບບຄື ມີຕົວເດີມ ແລະ ຕົວຊ້ອນ ເຊິ່ງຕົວຊ້ອນຕ່າງໆ ມັກຂຽນຢູ່ກ້ອງຕົວເດີມນັ້ນ ແລະ ມີຮູບສັນຖານແຕກຕ່າງກັບຕົວເດີມ.
ໃນປະເທດລາວ ອັກສອນທັມໃຊ້ຂຽນບົດເລື່ອງກ່ຽວກັບສາສະໜາໂດຍກົງ ແລະ ໃນເມື່ອຕົວອັກສອນລາວບູຮານ ເຊິ່ງເປັນພຶ້ນຖານຂອງອັກສອນລາວສະໄໝໃໝ່ ໄດ້ໃຊ້ຂຽນບົດເລື່ອງທີ່ຖືວ່າບໍ່ແມ່ນຄຳພີສາສະໜາຄື ເປັນເລື່ອງທາງໂລກທຳມະດາສາມັນ ມີເອກະສານຈຳນວນຫລາຍທີ່ມີຊື່ຄືກັນ ຂຽນເປັນທັງຕົວອັກສອນທັມ ແລະ ອັກສອນລາວບູຮານ. ສ່ວນຫລາຍໜັງສືໃບລານທີ່ຂຽນດ້ວຍຕົວອັກສອນບູຮານລາວນັ້ນ ແມ່ນເປັນບົດວັນນະຄະດີທີ່ດັດແກ້ແຕ່ງຂຽນໃໝ່ຈາກຄຳພີທາງສາສະໜາ ເພື່ອໃຫ້ຄາຣະວາດນຳໃຊ້. ທັງຕົວອັກສອນທັມ ແລະ ອັກສອນ ລາວບູຮານ ບໍ່ໃຊ້ວັນນະຍຸດເພື່ອບອກສຽງສູງຕ່ຳ ແລະ ວິທີຂຽນອັກສອນລາວບູຮານກໍ່ຫລາກຫລາຍ ເຮັດໃຫ້ອ່ານໄດ້ຍາກຂຶ້ນຕື່ມ.
ຕົວອັກສອນໄທເໜືອ ເຊິ່ງເອີ້ນວ່າ ລີກ ແມ່ນເປັນໜຶ່ງໃນກຸ່ມລະບົບອັກສອນທີ່ສືບທອດມາ ຈາກອັກສອນແບບອິນເດຍ ສັນນິຖານວ່າເລີ່ມໃຊ້ຂຽນກ່ອນ ສະຕະວັດທີ 14 (ຄຼິດຕະສັກກະຣາດ) ເປັນຕົ້ນມາ. ຕົວອັກສອນຈຳພວກນີ້ ແມ່ນໃຊ້ໂດຍໄທເໜືອ (ໄທເລ) ໃນຂົງເຂດໃຕ້ຄົງ ແຂວງຢຸນນານ ສ.ປ.ປ ຈີນ, ທັງໂດຍໄທຄຳຕີ, ໄທພາເຄ, ໄທອ້າຍຕົນ, ໄທອາຫົມ, ແລະ ຊາວໄທທີ່ອາໄສຢູ່ພາກເໜືອຂອງປະເທດມ້ຽນມາ ແລະ ລັດອາສຳໃນພາກຕາເວັນອອກສຽງເໜືອ ຂອງປະເທດອິນເດຍ. ພະຍັນຊະນະບາງຕົວຄ້າຍຄືກັນກັບອັກສອນທັມແຕ່ກໍ່ມີອີກຫລາຍຕົວທີ່ແຕກຕ່າງກັນຢ່າງຂາດຂັ້ນ. ຖ້າປຽບທຽບກັບລະບົບອັກສອນທັມແລ້ວ ສັງເກດໄດ້ວ່າຕົວລີກນີ້ ມີຈຳນວນພະຍັນຊະນະພຽງ 16 ຫາ 18 ຕົວ ເຊິ່ງພາໃຫ້ສັນນິຖານວ່າຄົງຈະບໍ່ໄດ້ປະດິດຂຶ້ນເພື່ອໃຊ້ຂຽນພາສາປາລີ. ເຖິງແມ່ນວ່າສຳລັບການບັນທຶກພາສາພຶ້ນເມືອງ ຈຳນວນພະຍັນຊະນະ ແລະ ສະຫຼະບໍ່ພຽງພໍຕໍ່ໜ່ວຍສຽງທີ່ມີຢູ່ ນອກຈາກນີ້ ອັກສອນຕົວລີກກໍ່ບໍ່ໄດ້ບອກສຽງວັນນະຍຸດ ເຊິ່ງພາໃຫ້ອັກຂະຣະວິທີມີລັກສະນະບໍ່ແຈ່ມແຈ້ງ ສາມາດອ່ານ ຕີຄວາມໄດ້ຫລາຍແບບ ແລະ ແປໄດ້ຫລາຍຄວາມໝາຍ. ສ່ວນພັບສາຕ່າງໆ ຂອງຊາວໄທເໜືອ ທີ່ລວມຢູ່ໃນຫໍສະໝຸດດິຈິຕອລນີ້ ກໍ່ໄດ້ພົບ ແລະ ເກັບມ້ຽນໄວ້ຢູ່ໃນເມືອງສິງ ແຂວງຫລວງນ້ຳທາ ແຕ່ຕົ້ນສະບັບບາງຫົວນັ້ນ ແຕ່ເດີມໄດ້ມີການນຳມາຈາກ ແຂວງຢຸນນານ ໃນພາກຕາເວັນຕົກສຽງໃຕ້ຂອງຈີນ ແລະ ລັດສານ ໃນພາກຕາເວັນອອກສຽງເໜືອຂອງປະເທດພະມ້າ ເຊິ່ງເປັນຖິ່ນຖານດັ້ງເດີມຂອງຊາວໄທເໜືອ ທີ່ຍ້າຍພູມມິລຳເນົາມາຢູ່ເມືອງສິງ, ຮູບສັນຖານຂອງຕົວອັກສອນທີ່ພົບໃນເອກະສານໄທເໜືອນີ້ ຈຶ່ງມີຄວາມແຕກຕ່າງຢູ່ຫລາຍສົມຄວນ. ມີເອກະສານຈຳນວນໜຶ່ງ ເຊິ່ງຮູບແບບຕົວອັກສອນອາດແມ່ນຮູບແບບບູຮານຂອງຕົວ ‘ລີກຖົ່ວງອກ’ ທີ່ຊາວໄທມາວເຄີຍຊົມໃຊ້ມາໃນອະດີດ. ຮູບຕົວອັກສອນດັ່ງກ່າວມີຄວາມແຕກຕ່າງຢູ່ທັງກັບອັກສອນໃຕ້ຄົງບູຮານ ແລະ ອັກສອນໃຕ້ຄົງແບບປະຕິຮູບ ທີ່ມີການນຳເຂົ້າໃຊ້ໃນປະເທດຈີນ ເມື່ອປີ 1950 ກວ່າ ເຊິ່ງເປັນຕົວອັກສອນທີ່ຮູ້ຈັກກັນຢ່າງແພ່ຫລາຍ.
ສ່ວນອັກສອນຂະເໝນ ຫລື ຂະແມນັ້ນ ເຂົ້າໃຈວ່າສືບທອດມາຈາກລະບົບອັກສອນບູຮານທີ່ພົບຢູ່ໃນພາກໃຕ້ຂອງອິນເດຍ ແຕ່ກໍ່ມີວິວັດທະນາມາຈາກຄົນລະສາຍກັບອັກສອນມອນ. ອັກສອນຂອມແມ່ນແບບໜຶ່ງຂອງອັກສອນຂະເໝນ ທີ່ໃຊ້ຂຽນບົດເລື່ອງຂອງພຸດທະສາສະໜາ ແລະ ບົດຄວາມວິຊາການບູຮານ ຢູ່ພາກກາງ ແລະ ພາກໃຕ້ ຂອງປະເທດໄທ ມາເຖິງຕົ້ນສະຕະວັດທີ 20 (ຄຼິດຕະສັກກະຣາດ) ຕັ້ງແຕ່ນັ້ນມາຈຶ່ງເລີ່ມມີການນຳໃຊ້ອັກສອນໄທແທນ. ໃນຫໍສະໝຸດດິຈິຕອລນີ້ ມີໜັງສືໃບລານຈຳນວນໜຶ່ງພົບຢູ່ພາກໃຕ້ຂອງປະເທດລາວ ທີ່ຂຽນເປັນພາສາປາລີ, ພາສາລາວ ຫລື ພາສາໄທ ແລະ ໃຊ້ອັກສອນຂອມ. ລະບົບອັກສອນຂອມມີພະຍັນຊະນະຄົບ 33 ຕົວ ເພື່ອບັນທຶກພາສາປາລີຄືກັນກັບອັກສອນທັມ. ນອກນັ້ນຍັງມີສະຫຼະ ແລະ ພະຍັນຊະນະເຂົ້າມາເພີ່ມ ເພື່ອໃຊ້ຂຽນພາສາໄທ ແລະ ພາສາລາວ. ອັກສອນຂອມບູຮານທີ່ເຄີຍໃຊ້ຂຽນໃນປະເທດໄທ ມີຄວາມຄ້າຍຄືກັນຫລາຍກັບອັກສອນຂອມ ແລະ ອັກສອນມູນ ແບບທີ່ໃຊ້ໃນປະເທດກຳປູເຈຍທຸກມື້ນີ້ ເຊິ່ງໃຊ້ຂຽນຊື່ເລື່ອງໜັງສື ຫລື ບົດຄວາມເປັນຕົ້ນ. ຕຳລາຂອງ ອາຣິພົງ (2003) ອະທິບາຍເຖິງການໃຊ້ອັກສອນຂອມຢູ່ໃນປະເທດໄທຢ່າງກະຈ່າງແຈ້ງ ແລະ ເພື່ອໃຫ້ອ່ານເຂົ້າໃຈຕົວອັກສອນຂອມບູຮານງ່າຍຂຶ້ນນັ້ນ ຕຳລາຂອງ ຮັຟແມນ (1970) ເລື່ອງອັກຂະຣະວິທີປັດຈຸບັນ ຂອງພາສາຂະເໝນສະໄໝໃໝ່ນີ້ກໍ່ຍັງເປັນປະໂຫຍດຢູ່ດ້ວຍ.
ເບິ່ງບັນນານຸກົມຂ້າງລຸ່ມ ສຳລັບແຫລ່ງລວມຂໍ້ມູນທີ່ກ່ຽວຂ້ອງ.
ຄລິກບ່ອນນີ້ ເພື່ອເບິ່ງເອກະສານ PDF ຂອງແບບຮຽນອັກສອນທັມລາວ ທີ່ຂຽນເປັນພາສາລາວ :
ແບບຮຽນໄວ – ຮຽນອ່ານໜັງສືທັມ ຂຽນເປັນພາສາລາວ
ແບບຮຽນໄວ – ຮຽນອ່ານໜັງສືທັມ ຂຽນເປັນພາສາປາລີ
ສ່ວນແບບຮຽນພາສາລາວ, ພາສາລ້ານນາ (ໄທຍວນ), ພາສາຂະເໝນ, ພາສາໄທ (ສະຫຍາມ ແລະ ພາສາໄທດຳ ທ່ານສາມາດຄົ້ນຫາໄດ້ໃນ ອອມນີກຼອດ Omniglot ເຊິ່ງໃຫ້ການຊີ້ແນະກ່ຽວກັບລະບົບຂຽນ ແລະ ພາສາຕ່າງໆ ຜ່ານອິນເຕີເນັດ.
ນອກຈາກນັ້ນ ທ່ານສາມາດຄົ້ນຫາຂໍ້ມູນກ່ຽວກັບການຮຽນພາສາ ລວມທັງລິງຄ໌ກ່ຽວກັບລະບົບອັກສອນຕ່າງໆ ທີ່ມີໃນຫໍສະໝຸດດິຈິຕອລນິ້ໄດ້ຈາກ SEAsite ຂອງສູນອາຊີອາຄະເນສຶກສາ ຂອງມະຫາວິທະຍາໄລ ນໍຣເທິນ ອີລີນອຍ Northern Illinois (ສະຫະລັດອາເມລິກາ).
ບັນນານຸກົມ
ສີສະເຫວີຍ ສຸວັນນີ_2005
ສີສະເຫວີຍ ສຸວັນນີ, ວັດຈະນານຸກົມ ພາສາປາລີ-ລາວ. ວຽງຈັນ : ໂຄງການພັດທະນາ ວັດຈະນານຸກົມປາລີ-ລາວ, 2005.
ມະຫາເສນາ (ຜູຍ)_1969ກ
ພຼະຍາຫລວງມະຫາເສນາ (ຜູຍ), ແບບຮຽນໄວ – ຮຽນອ່ານໜັງສືທັມຂຽນເປັນພາສາລາວ. ວຽງຈັນ : ພຸດທະສາດສະໜາບັນດິດ, 1969.
ຄລິກບ່ອນນີ້ ເພື່ອເບິ່ງເອກະສານ PDF.
ມະຫາເສນາ (ຜູຍ)_1969ຂ
ພຼະຍາຫລວງມະຫາເສນາ (ຜູຍ), ແບບຮຽນໄວ – ຮຽນອ່ານໜັງສືທັມຂຽນເປັນພາສາປາລີ. ວຽງຈັນ : ພຸດທະສາດສະໜາບັນດິດ, 1969.
ຄລິກບ່ອນນີ້ ເພື່ອເບິ່ງເອກະສານ PDF.
ມີໄຊ ສຸກຈະເລີນ_1994
ມີໄຊ ສຸກຈະເລີນ, ແບບຮຽນອ່ານອັກສອນທັມ.. ວຽງຈັນ : ມະຫາວິທະຍາໄລສ້າງຄູວຽງຈັນ, 1994.
บุญคิต วัชรศาสตร์_2545
บุญคิต วัชรศาสตร์, ภาษา และ วรรณกรรมล้านนา. เชียงใหม่ : จุฬาลงกรณ์ มหาวิทยาลัย, 2545.
สมเจตน์ วิมลเกษม_2534
สมเจตน์ วิมลเกษม, แบบเรียนภาษาล้านนา. เชียงใหม่ : เจรีญวัฒน์การพิมพ์, 2534.
หอสมุดแห่งชาติ_2547
สำนักหอสมุดแห่งชาติ กรมศิลปกรณ์, แบบอักษรโบราณ ฉบับนักเรียนนักศึกษา. กรุงเทพฯ : หอสมุดแห่งชาติ, 2547.
อนันต์ อารีย์พงศ์_2546
อนันต์ อารีย์พงศ์, อักษรขอม. สงขลา : มหาวิทยาลัยทักษิณ, 2546.
อรุณรัตน์ วิเชียรเขียว_2539
อรุณรัตน์ วิเชียรเขียว, พจนานุกรมศัพท์ล้านนา เฉพาะคำที่ปรากฎในใบลาน. เชียงใหม่ : สุริวงศ์บุคเชนเตอร์, 2539.
อุดม รุ่งเรืองศรี _2547
อุดม รุ่งเรืองศรี, พจนานุกรมล้านนา-ไทย. เชียงใหม่ : มหาวิทยาลัยเชียงใหม่, 2547.
Court_1996
Court, Christopher, “The spread of Brahmi script into Southeast Asia”, in The World’s Writing Systems, (Daniels, Peter T., and William Bright, eds.). Oxford: Oxford University Press (1996): 445-449.
Diller_2008
Diller, Anthony V.N., J. A. Edmondson, and Yongxian Luo (eds.), The Tai-Kadai Languages. London: Routledge Curzon, 2008.
Enfield_2003
Enfield, N.J., Linguistic Epidemiology: semantics and grammar of language contact in mainland Southeast Asia. London: Routledge Curzon, 2003.
Enfield_2007
Enfield, N.J., A Grammar of Lao. New York: Mouton de Gruyter, 2007.
Filliozat_1992
Filliozat, Jacqueline, ‘Documents Useful for the Identification of Pāli Manuscripts of Cambodia, Laos and Thailand’ in Journal of the Pali Text Society XVI (1992): 13-54.
Gedney_1967
“Thailand and Laos,” in Linguistics in East Asia and Southeast Asia. Current Trends in Linguistics, Vol. 2 (Ed. Thomas A. Sebeok). The Hague: Walter de Gruyter Inc., (1967): 782-814.
Gedney_1976
Gedney, William J., ‘Notes on Tai Nuea’ in Tai Linguistics in Honor of Fang-Kuei Li, (Gething, Thomas W., Jimmy G. Harris, and Pranee Kullavanijaya, eds.). Bangkok: Chulalongkorn University Press (1976): 62-102.
Click here to link to the Southeast Asian Linguistics Archives for a PDF version of this paper as reprinted in Selected Papers on Comparative Tai Studies (Ed. Robert J. Bickner et al.). Ann Arbor: Center for South and Southeast Asian studies, University of Michigan, (1989): 281-372.
Gedney_1994
Gedney, William J., Southwestern Tai Dialects: glossaries, texts, and translations. Michigan: Ann Arbor, 1994.
Geiger_2000
Geiger, Wilhelm, A Pali Grammar. (English transl. by Batakrishna Ghosh; revised and edited by K.R. Norman). Oxford: The Pali Text Society, 2000.
Haas_1964
Haas, Mary R., Thai-English Student’s Dictionary. Stanford: Stanford University Press, 1964.
Harris_1975
Harris, Jimmy G. ‘A comparative word list of three Tai Nüa dialects’ in Studies in Tai Linguistics in honor of William J. Gedney, (Harris, Jimmy G. & Chamberlain, James R., eds.). Bangkok: Central Institute of English Language, Office of State Universities (1975): 202-30.
Click here to link to the Southeast Asian Linguistics Archives for a PDF version of this paper.
Hartmann_1986a
Hartmann, John F., ‘The Spread of South Indic Scripts in Southeast Asia’ in Crossroads. 3.1 (1986): 6-20.
Hartmann_1986b
Hartmann, John F., ‘Varieties of Tai Dam Script’ in Crossroads. 3.1 (1986): 97-103.
Haudricourt_1975
Haudricourt, André-Georges, ‘Du nouveau sur le Tai Neua’ in Asie du sud-est et le monde insulindien, Vol. 6, no. 4 (1975): 163-168.
v. Hinüber_1988
von Hinüber, Oskar, ‘Die Sprachgeschichte des Pali im Spiegel der südostasiatischen Handschriftenüberlieferung’ in Abhandlung der Akademie der Wissenschaften und der Literatur, 8 (1988).
v. Hinüber_1993
von Hinüber, Oskar, ‘Pali und Lanna in den Kolophonen alter Palmblatthandschriften aus Nord-Thailand’ in G. Meiser (ed.) Indogermanica et Italica. Innsbruck: Universität Innsbruck, 1993: 223-236.
Horner_1993
Horner, I.B., Ten Jataka Stories – a pali reader. Bangkok: Mahamakut Rajavidyalaya, 1993.
Hudak_2008
Hudak, Thomas John, William J. Gedney’s Comparative Tai Source Book. Honolulu: University of Hawai’i Press, 2008.
Huffman_1970
Huffman, Franklin E., Cambodian System of Writing and Beginning Reader with Drills and Glossary. New Haven: Yale University Press, 1970.
Hundius_1990a
Hundius, Harald, Phonologie und Schrift des Nordthai. Stuttgart: Fr. Steiner Verlag – Abhandlungen für die Kunde des Morgenlandes, 48,3 (1990).
Hundius_1990b
Hundius, Harald, ‘The Colophons of Thirty Pāli Manuscripts from Northern Thailand’ in Journal of the Pali Text Society, XIV (1990): 1-173.
Kerr_1972
Kerr, Allan D., Lao-English Dictionary. Washington, DC: Catholic University of America Press, 1972.
Lafont_1962a
Lafont, Pierre-Bernard, ‘Les écritures ‘tay du Laos’ in Bulletin de l’Ecole française d’Extrême-Orient (BEFEO 50.2, 1962): 367-393.
Click here to see a PDF version of this publication.
Lafont_1962b
Lafont, Pierre-Bernard, ‘Les écritures du pāli au Laos’ in Bulletin de l’Ecole française d’Extrême-Orient (BEFEO 50.2, 1962): 395-405.
Click here to see a PDF version of this publication.
Luo_1999
Luo Yongxian, A Dictionary of Dehong, Southwest China. Canberra: Research School of Pacific and Asian Studies, Australian National University, 1999.
Click here to see the Introduction to this dictionary on the SEAsite of the Center for Southeast Asian Studies at the University of Northern Illinois.
Mong_2004
Mong, Sai Kham, The History and Development of the Shan Scripts. Chiang Mai: Silkworm Books, 2004.
Reinhorn_1970
Reinhorn, Marc, Dictionnaire Laotien-Français. Paris: Centre de la Recherche Scientifique, 1970.
Reinhorn_1980
Reinhorn, Marc, Grammaire de la Langue Lao. Paris: Institut National des Langues et Civilisations Orientales, Université de la Sorbonne Nouvelle, 1980.
Rhys Davids_1921-25
Rhys Davids, T.W., and William Stede (eds.), Pali-English Dictionary. London: Pali Text Society, 1921-25.
Click here to access the online version at the University of Chicago.
Warder_2001
Warder, A.K., Introduction to Pali. Oxford: The Pali Text Society, 2001.