ຫໍສະໝຸດດິຈິ​ຕອລໜັງສື​​ໃບລານລາວ

ຫໍສະໝຸດດິ​ຈິ​ຕອລໜັງສື​ໃບ​ລານ​ລາວ ມີ​ຮູບ​ດິຈິ​ຕອລ ​ຫຼາຍກວ່າ 12,000 ຕົ້ນ​ສະບັບ​ຕົວ​ຂຽນ ຈາກ​ທົ່ວ​ປະ​ເທດ ​ເພື່ອ​ໃຫ້​ຜູ້​ສົນ​ໃຈເຂົ້າ​ຄົ້ນຄວ້າ​ຢ່າງ​ສະດວກ​ສະບາຍ. ສະ​ຖາ​ບັນ​ຮ່ວມ​ມື ມີ ຫໍສະໝຸດ​ແຫ່ງ​ຊາດ​ລາວ, ມະຫາວິທະຍາ​ໄລ ປັສ​ເຊົາ ​ແລະ ຫໍສະໝຸດ​​ແຫ່ງ​ລັດ ປະຈຳ​ກຸງ​ແບັກ​ແລັງ ​ໂຄງການ​ນີ້ໄດ້​ຮັບ​ທຶນ​ອຸປະຖຳ​ຈາກ​ມູນ​ນິທິ ​ເພື່ອ​ການ​ຄົ້ນຄວ້າ ​ເຢຍຣະມັນ (DFG) ແລະ ກະຊວງ​ການ​ຮ່ວມ​ມື​ທາງ​ເສດຖະກິດ ​ແລະ ການ​ພັດທະນາ​ແຫ່ງ​ ສ.ສ. ເຢຍຣະມັນ (BMZ).

ຄັງ​ຂໍ້​ມູນ​ຂອງ​ຫໍສະໝຸດ​ດິຈິ​ຕອລ​ນີ້ ປະກອບ​ດ້ວຍໜັງສື​ໃບ​ລານທີ່​ມີ​ເນື້ອ​ໃນ​ຢ່າງ​ຫລາກ​ຫລາຍ​​ແລະ ​ໄດ້​ສຳ​ຫລວດ​ຄັດ​ເລືອກ​ມາ​ຖ່າຍ​ເປັນ​ໄມ​ໂຄຼຟີມ​ໄວ້​ ຈາກ​ພື້ນ​ທີ່​ພູມ​ສາດ​ອັນກວ້າງຂວາງ ​ແມ່ນ​ເປັນ​ເອກະສານ​ຈາກ​ຫລາຍ​ຍຸກ​ຫລາຍ​ສະ​ໄໝ​​. ​ມີ​ບົດວັນນະຄະດີ​​​ຫລາຍຮູບແບບ ອັນ​ໄດ້​ລິດຈະນາ​ຂີດ​ຂຽນ​ໂດຍ​ຜູ້​ຈານ​ຈາກ​ສຳນັກຕ່າງໆ ທັງ​​ໃຊ້ພາສາ ​ແລະ ຕົວ​ອັກສອນ​ຫລາກ​ຫລາຍ​ແຕກ​ຕ່າງ​ກັນ. ບົດ​ເລື່ອງ​ສ່ວນ​ຫລາຍ​ເປັນ​ມູນ​ມໍລະດົກ​ວັນນະຄະດີ​ຂອງ​ລາວ, ລ້ານນາ ​ແລະ ​ໄທ​ລື້ ​ນອກ​ນັ້ນມີ​ບົດວັນນະຄະດີ​ຈຳນວນ​ໜຶ່ງທີ່​ໃຊ້​ພາສາ ​ແລະ ອັກສອນ​ໄທ​ເໜືອ, ​ໄທ​ດຳ ​ແລະ ອື່ນໆ.

ຖານ​ຂໍ້​ມູນ​ຂອງ​ຫໍສະໝຸດ​ດິຈິ​ຕອລນີ້ ສາມາດ​ຄົ້ນ​ຫາ​ຊື່​ເລື່ອງ, ຄຳ​ສັບ​ປະກອບ​ຊື່​ເລື່ອງ, ພາສາ, ຕົວ​ອັກສອນ, ປະ​ເພດ​ເນື່ອຫາ, ວັດສະດຸຂີດ​ຂຽນ, ບ່ອນ​ເກັບ​ມ້ຽນ, ປີ​ລິດຈະນາ, ​ແລະ ​ເລກ​ລະຫັດ​ຂອງ​ໜັງສື. ຜູ້​ຊົມ​ໃຊ້ຫໍສະ​ໝຸດດິຈິ​ຕອລນີ້ ສາມາດ​ເບິ່ງ​ຮູບ​ໜັງສື​ໃບ​ລານ​ໄດ້ຫຼືກ່າຍ​ສຳ​ເນົາ​ລົງ​ໃນ​ຄອມ​ພິວ​ເຕີ ​ໂດຍ​ຜ່ານ​ເວັບ​ໄຊ​ນີ້. ນອກຈາກ​ນັ້ນຮູບ​ຂອງ​ບົດ​ເລື່ອງ​ຄົບ​ຊຸດ ກໍ່ສາມາດ​ດາວ​ນ໌​ໂລດ​ໄດ້. ຮູບ​ຂາວ​ດຳ​ເງົາ​ສີ​ເທົາ​ຖ່າຍ​ທອດ​ມາ​ຈາກ​ໄມ​ໂຄຼຟິມ ສ່ວນ​ພາບ​ສີນັ້ນ​ໄດ້ຖ່າຍ​ດ້ວຍ​ກ້ອງ​ດິຈິ​ຕອລຈາກ​ຕົ້ນ​ສະບັບ​ຕົວ​ຈິງ.

ເວັບ​ໄຊ​ຂອງ​ຫໍສະໝຸດດິຈິ​ຕອລນີ້ ຍັງ​​ໄດ້ສະ​ເໜີຂໍ້​ມູນ​ກ່ຽວ​ກັບ​ວັນນະຄະດີ​ບູຮານ​ລາວ, ​ໂຄງການ​ປົກ​ປັກ​ຮັກສາ​ໜັງສື​ໃບ​ລານ​ລາວ, ຂໍ້​ມູນ​ການ​ຄົ້ນຄວ້າ,​ ນອກຈາກ​ນັ້ນ​ຍັງ​ໄດ້ຮວບຮວມຮູບ​ຖ່າຍຕ່າງໆ​ ທີ່ສະ​ແດງ​ເຖິງ​ການ​ເຮັດ​ວຽກ​ ​ແລະ ບໍລິ​ບົດ​ຂອງ​ໂຄງການປົກ​ປັກ​ຮັກສາ​ໜັງສື​ໃບ​ລານລາວ.

ຂ່າວ​ໃໝ່

ເວັບ​ໄຊ​ຂອງ​ຫໍສະໝຸດ​ດິຈິ​ຕອລໜັງສື​ໃບ​ລານ​ລາວ ​ໄດ້​​ເລີ່​ມເປີດສະ​ເໜີ​ໃນ​ອິນ​ເຕີ​ເນັດ​ ​ເມື່ອ​ເດືອນກັນຍາ 2009. ​ໃນ​ຂະນະ​ນີ້​ທ່ານ​ສາມາດ​ຄົ້ນ​ຫາ​ບົດ​ເລື່ອງ​ໄດ້ 12,168​ເລື່ອງ. ທາງ​ຫໍສະໝຸດ​ດິຈິ​ຕອລ ຍິນ​ດີ​ຮັບ​ຄວາມ​ຄິດ​ເຫັນພ້ອມ​ທັງ​ຄຳ​ຕິ​ຊົມ​ຂອງ​ທ່ານ ໃນ​ການ​ຊົ​ມ​ໃຊ້​ເວັບ​ໄຊ​ຂອງ​ພວກ​ເຮົາ.

ໃນ​ເດືອນ ກັນຍາ 2011, ​ໄດ້​ມີ​ການ​ເພີ່ມ​ເຄື່ອງມື​ທົດ​ລອງຄົ້ນ​ຫາ​ຄຳ​ສັບ ຫຼື​ສ່ວນ​ໃດ​ສ່ວນ​ໜຶ່ງ​ພາຍ​ໃນ​ຮູບ​ດິຈິ​ຕອລ ຂອງ​ບົ​ດ​ເລື່ອງ​ຕ່າງໆ​ລົງ​ໃນ​ໜ້າ​ເຂົ້າ​ສູ່​ບົດ​ເລື່ອງ​.

ເລີ່​ມຕັ້ງ​ແຕ່​ເດືອນ​ມັງກອນ ປີ 2012 ມີ​ການ​ຖ່າຍ​ໜັງສື​ໃບ​ລານ ຂອງ​ຫໍສະ​ໝຸດ​ແຫ່ງ​ຊາດ​ລາວ ດ້ວຍ​ກ້ອງ​ດິຈິ​ຕອລ ​ເພື່ອ​ໄດ້​ເອົາ​ຮູບ​ສີ​ເຫຼົ່ານີ້ຂຶ້ນຢູ່​ເວັບ​ໄຊ​ແທນຮູບ​ທີ່​ຖ່າຍ​ຈາກ​ໄມ​​ໂຄຼຟິມ.

ຕິດ​ຕໍ່​ຫາພວກ​ເຮົາ

ຫໍສະໝຸດດິຈິຕອລໜັງສືໃບລານລາວ
ຫໍສະໝຸດ​ແຫ່ງ​ຊາດ​ລາວ
ຖະໜົນ ​ເຊ​ດຖາ​ທິຣາດ,
ຕູ້​ໄປສະນີ 8818,
ນະ​ຄອນ​ຫລວງ​ວຽງ​ຈັນ,
ສ.ປ.ປ.ລາວ

ໂທລະສັບ/​ໂທລະ​ສານ : +856 (0)21 26 46 56
ອີ​ເມ​ລ:  laomanuscripts@gmail.com

Staatsbibliothek zu Berlin
Ostasienabteilung
Potsdamer Straße 33
10785 Berlin

ໂທລະສັບ: +49 30 266 436001
ໂທລະ​ສານ: +49 30 266 336001
ostasienabteilung@sbb.spk-berlin.de