ຮວມຂໍ້ມູນປະກອບຫໍສະໝຸດດິຈິຕອລ : ລິງຄ໌

Access to Insight – Readings in Theravada Buddhism ໃຫ້​ຂໍ້​ມູນ​ກ່ຽວ​ກັບ​ການ​ປະຕິບັດ ​ແລະ ການສຶກສາ​ສາສະໜາ​ພຸດ​ນິກາຍເຖວະຣາດ, ຮວມມີ​ຂໍ້​ມູນ​ກ່ຽວ​ກັບ​ພະ​ໄຕປິດົກ​ພາສາ​ປາລີ ​ແລະ ອຸປະກອນ​ເພື່ອຊ່ອຍ​ໃນ​ການ​ສຶກສາ​ພາສາ​ປາລີ.

Cross Asia – the Virtual Library East and Southeast Asia ພັດທະນາ​ຂຶ້ນ​ໂດຍ​ພະ​ແນ​ກອາຊີ​ຕາ​ເວັນ​ອອກ ຫໍສະໝຸດ​​ແຫ່ງລັດ ປະຈຳ​ກຸງ​ແບັກ​ແລັງ ​ແລະ ຄະນະ​ຮ່ວມ​ງານ, ສະ​ເໜີ​ຂໍ້​ມູນ​ດ້ານ​ການ​ຄົ້ນຄວ້າ​ກ່ຽວ​ກັບ​ອາຊີຕາ​ເວັນ​ອອກ ​ແລະ ອາຊີ​ອາຄະ​ເນສຶກສາ.

Dictionary of Buddhism ໂດຍ ພິກຂຸ ປ.ອ. ປະຍຸ​ຕໂຕ, ວັດຈະນານຸກົມ​ພຸດທະ​ສາດ ​ເຊິ່ງ​ສ່ວນ​ໃຫຍ່​ໃຊ້​ພາສາ​ໄທ ສະ​ເໜີໝວດ​ທັມມະ​ຕ່າງໆ ​ແລະ ດັດຊະນີ​ຄຳ​ສັບ​ພາສາ​ປາລີ (​ໃຊ້​​ຕົວ​ອັກສອນ​ໂຣມັນ) ກັບຄຳ​ອະທິບາຍ ຂອງ​ສັບ​ທາງ​ພຸດທະ​ສາສະໜາ​ ​ເຊິ່ງ​ແປ​ຈາກ​ພາສາ​ໄທ​ເປັນ​ພາສາ​ອັງກິດ ​ແລະ ຈາກ​ພາສາ​ອັງກິດ​ເປັນ​ພາສາ​ໄທ.

École française d’Extrême-Orient (EFEO) ​ແມ່ນ​ສະ​ຖາ​ບັນ ສະໜັບສະໜູນ​ການສຶກສາ​ວິ​ໄຈ​ອາຣິຍະ​ທັມດັ່ງ​ເດີມ ຂອງ​ທະວີບອາຊີ ດ້ານ​ມະນຸດ​ສະຍະສາດ ​ແລະ ສັງຄົມ​ສາດ. ​ເວັບ​ໄຊ​ນີ້ມີ​ລິງຄ໌ຫາ​ຈົດໝາຍ​​ເຫດການ​ວິ​ໄຈ​ຢ່າງ​ກວ້າງຂວາງ ຮວມ​ເຖິງ Bulletin de l’ École française d’Extrême-Orient (BEFEO).

Lao Language and Culture Learning Resources ຂອງສູນອາຊີ​ອາຄະ​ເນ​​ສຶກສາ ຂອງ​ມະຫາວິທະຍາ​ໄລ ນໍຣ​ເທິ​ນ ອີ​ລີ​ນອຍ​ ສະ​ເໜີຂໍ້​ມູນ​ເພື່ອ​ການ​ສຶກສາ​ພາສາ​, ​ວັນນະຄະດີ, ສີ​ລະ​ປະ ​ແລະ ວັດທະນະທຳລາວ.

Pali Canon Online Database ແມ່ນ​ພຼະ​ໄຕຼປີດົກ​ພາສາ​ປາລີ​ ສະບັບ​ຖານ​ຂໍ້​ມູນ​ທີ່ອີງ​ໃສ່​ຮູບ​ດິຈິ​ຕອລ ຂອງ​ ໂຄງການ​ພຼະໄຕຼປີດົກປະ​ເທດ​ສີ​ລັງ​ກາ. ສາມາດ​ຄົ້ນ​ຫາ​ຄຳສັບ​ໄດ້​ຫລາຍ​ກວ່າ 16,000 ໜ້າ ​ທັງເບິ່ງ​ເນື້ອ​ໃນ​ອ້ອມ​ຂ້າງ (ບໍລິ​ບົດ) ຂອງ​ຄຳ​ສັບ​ເຫລົ່າ​ນັ້ນ.

Pali-English Dictionary: ວັດຈະນານຸກົມ ປາລີ – ອັງກິດ ​ຂອງ​ Pali Text Society (ປະ​ເທດ​ອັງກິດ) ມີ​ໃຫ້​​ໃຊ້​ຜ່ານ​ອິນ​ເຕີ​ເນັດ.

Pali Text Society ຈັດ​ພິມບົດ​ເລື່ອງ​​ພາສາປາລີ​ເປັນ​ອັກ​ສອນ​ໂຣມັນ, ​​ແລະ ບົດ​ເລື່ອງ​ພາສາ​ປາລີ​ທີ່ແປ​ເປັນ​ພາສາ​ອັງກິດ ​ນອກຈາກ​ນັ້ນ ຍັງ​ເຜີຍ​ແຜ່​ອຸປະກອນ​ການ​ສຶກສາ​ພາສາ​ປາລີ ​ເຊັ່ນ ວັດຈະນານຸກົມ, ດັດຊະນີ, ​ແບບຮຽນສຳລັບ​ນັກ​ສຶກສາ​ພາສາ​ປາລີ​ ​ແລະ ວາລະສານ​ເປັນ​ຕົ້ນ.

Pali Tipitaka Project (ໂຄງການ ພຼະ​ໄຕຼປີດົກພາສາ​ປາລີ) ຂອງ​ສະ​ຖາ​ບັນ​ຄົ້ນຄວ້າວິປັດ​ສະນາ ສະ​ເໜີ​ພຼະ​ໄຕຼປີດົກສະບັບທີ່ຈັດ​​ເນື່ອງ​ໃນ​ໂອກາດ ສັງຄາຍະນາ​ ຄັ້ງ​ທີ່​ຫົກ (Chattha Sangayana 1954​-1956) ຜ່ານ​ອິນ​ເຕີ​ເນັດ ​ແມ່ນ​ສະບັບ​ທີ່​ກ່າຍ​ມາ​ຈາກ​ສະບັບ​ພິມ ຂອງ​ປະ​ເທດ​ມຽນມ້າ ​ເຊິ່ງຮວມ​ເຖິງ​ ອັດຖະ​ຄະ​ຖາ, ຕີ​ກາ ​ແລະ ອານຸຕີ​ກາ ທີ່​ບັນທຶກ​ເປັນຮູບ​ແບບອັກສອນ​ເຈັດ​ຢ່າງ ​ທັງ​ມີ​ສະບັບທີ່​ໃຊ້​ຕົວ​ອັກສອນໂຣມັນດ້ວຍ.

Institut National des Langues et Civilisations Orientales (INALCO) ​ແມ່ນ​ສະ​ຖາ​ບັນ​ຢູ່ນະຄອນຫລວງ​ປາຣີ, ເປີດ​ສອນຫລັກສູດ​ພາສາ ​ແລະ ອາຣະຍະ​ທັມ​ຕ່າງໆ​ ​ ​ເຊິ່ງຮວມມີ​ພາສາ​ລາວ ​ແລະ ຕົວ​ອັກສອນ​ທັມຢູ່​ດ້ວຍ.

Saysettha OT ແມ່ນໂຕ​ໜັງສື​ລາວ ທີ່ອີງ​ໃສ່​ຕົວ​ໜັງສື​ທີ່​ນິຍົມ​ໃຊ້​ໃນ​ການ​ພິມ​ດີດ​ຄອມ​ພິວ​ເຕີ, ​ໄຊ​ເຊ​ດຖາ​ລາວ ​ເຊິ່ງດັດ​ແປງ​​ລະຫັດມາໃຊ້​ມາດຕະຖານ ຢູນິ​ໂຄດ ​ແລະ ມີ​ລັກສະນະ​ Open Type ​ເຊິ່ງ​ໄດ້​ຮັບ​ການ​ປັບປຸງ​ເພື່ອ​ນຳ​ໄປ​ໃຊ້​ໃນ​ອິນ​ເຕີ​ເນັດ​ໂດຍ​ສະ​ເພາະ. ​​ແມ່ນ​ຕົວ​ໜັງສື​ລາວ​ທີ່​​ໃຊ້​ອ່ານ​ຂໍ້​ມູນ​​ໃນ​ເວັບ​ໄຊ​ນີ້​ໄດ້​ຢ່າງ​ດີ ທ່ານ​ສາມ​າດ ດາວ​ໂລດ​​​ໂຕໜັງສື ​ໄຊ​ເຊ​ດຖາ​ໂອ​ທີ​ໄດ້ ​ເຊິ່ງໃຊ້​ໄດ້​ທັງ​ລະບົບ ​ພີ​ຊີ ​ແລະ ​ແມັກ, ​ໂດຍບໍ່​ໄດ້​ເສຍ​ຄ່າ​ທຳນຽມ.

Southeast Asia Library Group (SEALG) ຮວມລາຍ​ຊື່​ຫໍສະໝຸດ​ອາຊີ​ອາຄະ​ເນ ຢູ່​ທະວີ​ບ​ເອີຣົບ ​ແລະ ລາຍ​ຊື່​ຂອງ​ບັນນາລັກ​ ຫໍສະໝຸດ​ອາຊີ​ອາຄະ​ເນຢູ່​ນາໆ​ປະ​ເທດ.

Tai Languages and Cultures (ພາສາ ​ແລະ ວັດທະນະທຳໄຕ) ​​ຂອງ​ສູນ​​ອາຊີ​ອາຄະ​ເນສຶກສາ ມະຫາວິທະຍາ​ໄລ ນໍຣ​ເທິ​ນ ອີ​ລີ​ນອຍ​, ສະ​ເໜີຂໍ້​ມູນ ​ແລະ ​ອຸປະກອນ​​ການ​ສຶກສາ​ພາສາ ​ແລະ ວັດທະນະທຳ​ໄຕ, ຮວມທັງ​ໄທ​​ໃຕ້ຄົງ/​ໄທ​ເໜືອ, ​ໄທລ້ານ​ນາ ​ແລ​ະ ​ໄທລື້.